吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

25 ພັກການເມືອງມຽນມາອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ປະເທດຟື້ນຟູຄວາມເປັນປົກກະຕິໂດຍໄວ

2022-02-03 16:38:34 CRI

25 ພັກການເມືອງມຽນມາອອກຖະແຫຼງການຮ່ວມ ຮຽກຮ້ອງໃຫ້ປະເທດຟື້ນຟູຄວາມເປັນປົກກະຕິໂດຍໄວ_fororder_u=1762467136,1385785075&fm=224&app=112&f=JPEG


    ວັນທີ 2 ກຸມພານີ້, 25 ພັກການເມືອງມຽນມາ ເຊັ່ນ: ພັກຫມັ້ນຄົງຂະຫນົງແກ່ນ ແລະ ການພັດທະນາ, ພັກຄວາມສາມັກຄີິຊົນຊາດ ແລະ ພັກປະຊາທິປະໄຕຊົນຊາດໃຫມ່ໄດ້ອອກຖະແຫຼງການຮ່ວມ ແລະ ກ່າວວ່າຈະພ້ອມກັນທຳຄວາມພະຍາຍາມເພື່ອສ້າງສະຫະພັນແບບປະຊາທິປະໄຕຫຼາຍພັກທີ່ມີລະບຽບການ, ເຮັດໃຫ້ປະເທດຟື້ນຟູຄວາມເປັນປົກກະຕິໃນຂົງເຂດຕ່າງໆ ເຊັ່ນ: ຄວາມຫມ້ັນຄົງ, ເສດຖະກິດ ແລະ ຊີວິດການເປັນຢູ່ຂອງປະຊາຊົນເປັນຕົ້ນ.


    ຖະແຫຼງການຮຽກຮ້ອງໃຫ້ປະຊາຊົນ ແລະ ກຳລັງທາງການເມືອງຝ່າຍຕ່າງໆຂອງມຽນມາທຳຄວາມພະຍາຍາມເພື່ອຄວາມຫມ້ັນຄົງແຫ່ງລັດ, ຟື້ນຟູການປົກຄອງດ້ວຍກົດຫມາຍ ແລະ ຄວາມປອງດອງກັນ, ຮຽກຮ້ອງໃຫ້ປາບປາມການກະທຳທີ່ໃຊ້ກຳລັງຮຸນແຮງຕ່າງໆ ເຊັ່ນ: ການຫຼອນໂຈມຕີກໍ່ການຮ້າຍເປັນຕົ້ນ, ເຄົາລົບຊີວິດ, ຮຽກຮ້ອງໃຫ້ປະຕິບັດລະບອບຜູ້ແທນຕາມອັດຕາສ່ວນໃນການເລືອກຕັ້ງເທື່ອຫນ້າ, ຮຽກຮ້ອງໃຫ້ກອງປະກອບອາວຸດຊົນເຜົ່າສ່ວນຫນ້ອຍເຂົ້າຮ່ວມຂະບວນການສັນຕິພາບ ແລະ ຢຸດຍິງພາຍໃນ 1 ປີ, ຮຽກຮ້ອງໃຫ້ຖືອະທິປະໄຕ ແລະ ສັນຕິພາບແຫ່ງລັດເປັນຂະບວນການທີ່ສຳຄັນທີ່ສຸດໃນການພິຈາລະນາ.

ຄຳ​ເຫັນ

0