陈文政

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອົງການອະນາໄມໂລກສະເໜີວ່າ ການຍົກເລີກມາດຕະການປ້ອງກັນພະຍາດ ໂຄວິດ-19ຄວນດຳເນີນໄປຢ່າງ “ໜັກແໜ້ນ ຊັກຊ້າ”

2022-02-03 11:44:22 cri

  ວັນທີ 1 ກຸມພານີ້,ອົງການອະນາໄມໂລກຮຽກຮ້ອງໃຫ້ປະເທດເຫຼົ່ານັ້ນທີ່ ເລີ່ມຍົກເລີກຂໍ້ຈຳກັດເພື່ອປ້ອງກັນພະຍາດໃນໄລຍະການແຜ່ລະບາດຂອງພະ ຍາດໂຄວິດ-19 ຄວນນຳໃຊ້ແບບວິທີທີ່ໜັກແໜ້ນ ຊັກຊ້າ,ຄ່ອຍໆ “ຍົກເລີກ”,ເນື່ອງຈາກຕົວເລກໃນໄລຍະມໍ່ໆມານີ້ສະແດງໃຫ້ເຫັນວ່າ,ຈຳນວນຜູ້ເສຍຊີວິດ ຍ້ອນພະຍາດໂຄວິດ-19 ທີ່ແຫ່ງຕ່າງໆຂອງໂລກລາຍງານນັ້ນພວມເພີ່ມຂຶ້ນ ຢ່າງວ່ອງໄວ.

 

 ທ່ານເທເຕີລົສ ຜູ້ອຳນວຍການໃຫຍ່ອົງການອະນາໄມໂລກໄດ້ກ່າວໃນກອງ ປະຊຸມຖະແຫຼງຂ່າວໃນວັນດັ່ງກ່າວວ່າ:"ນັບແຕ່ໄດ້ພົບເຫັນເຊື້ອກາຍພັນ ໂອມິຄຣອນເປັນຄັ້ງທຳອິດເມື່່ອ 10 ອາທິດກ່ອນເປັນຕົ້ນມາ,ທົ່ວໂລກໄດ້ລາຍງານກໍລະນີຜູ້ຕິດເຊື້ອເກືອບ 90 ລ້ານຄົນໃຫ້ອົງການ ອະນາໄມໂລກໄດ້ຮັບຊາບເຊິ່ງຍັງຫຼາຍກວ່າຈຳນວນຜູ້ຕິດເຊື້ອທີ່ໄດ້ລາຍງານໃນໝົດປີ 2020.ປັດຈຸບັນພວກເຮົາເລີ່ມເຫັນວ່າ,ຢູ່ເຂດສ່ວນຫຼາຍໃນໂລກ,ການເພີ່ມຂຶ້ນຂອງຈຳນວນຜູ້ເສຍຊີວິດເຮັດໃຫ້ຄົນເປັນຫ່ວງທີ່ສຸດ."

 

  ໃນຂະນະດຽວກັນ,ທ່ານໄມເຄິນ ຣິອັນ ຫົວໜ້າຜູ້ບໍລິຫານງານໂຄງການ ສຸກເສີນດ້ານອະນາໄມຂອງອົງການອະນາໄມໂລກກໍ່ກ່າວວ່າ,ໃນດ້ານການ ຍົກເລີກມາດຕະການຈຳກັດເພື່ອປ້ອງກັນພະຍາດ,ບັນດາປະເທດຄວນອີງຕາມ ສະພາບການຂອງປະເທດຕົນ,ອີງຕາມຈັງຫວະຂອງຕົນໃນການວາງແຜນວິຖີ ທາງຂອງຕົນ,ສາມາດຖອດຖອນເອົາບົດຮຽນແລະວິທີການຂອງປະເທດອື່ນໆ, ແຕ່ຈະເຮັດຕາມແບບຫຼັບຫູຫຼັບຕານັ້ນບໍ່ໄດ້.

ຄຳ​ເຫັນ

0