黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້​ນ​ສັນ​ຍາ​ ຈັດ​ “ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຕາມທິດສີ​ຂຽວ​ທີ່​ສຸດ”

2022-02-05 16:58:39 cri

ຈີນ​ປະ​ຕິ​ບັດ​ຕາມ​ຄຳ​ໝັ້​ນ​ສັນ​ຍາ​ ຈັດ​ “ງາ​ນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ຕາມທິດສີ​ຂຽວ​ທີ່​ສຸດ”_fororder_微信图片_20220205165711

ຫວ່າງ​ມໍ່ໆ​ມາ​ນີ້, ເວັບ​ໄຊ​ຂອງ Muenchner Merkur ຂອງ​ເຢຍ​ລະ​ມັນ​ໄດ້​ລົງ​ພິມ​ບົດ​ຄວາມ​ທີ່​ພາດ​ຫົວ​ບົດວ່າ: “ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວປັກກິ່ງ​ພະ​ຍາ​ຍາມ​ບັນ​ລຸເປົ້າໝາຍ​ການ​ປອດການປ່ອຍ​ກາກບອນ”,  ໃນບົດຄວາມໄດ້ບັນ​ລະ​ຍາຍຢ່າງລະອຽດເຖິງ​ຄວາມ​ພະ​ຍາ​ຍາ​ມຂອງຈີນໃນ​ດ້ານ​ການ​ລະ​ບາຍ​ກາກບອນ​ຕ່ຳ​ ແລະ ການ​ປະ​ຢັດ​ພະ​ລັງ​ງານ​ໃນ​ຂະ​ບວນ​ການ​ກະ​ກຽມ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງ.

ຫລັງຈາກຈີນປະສົບຄວາມສຳເລັດໃນການ​ຮ້ອງ​ຂໍ​ເປັນເຈົ້າພາບຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງໃນ​​ປີ 2015 ເປັນຕົ້ນມາ, ຈີນ​ກໍ່ໄດ້ລົງ​ມື​ປະ​ຕິ​ບັດ​ຕາມແນວຄິດ “ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວຕາມທິດ​ສີ​ຂຽວ” ແລະ​ໄດ້​ວາງ​ມາດ​ຕະ​ການ​ 119 ຂໍ້, ໃນດ້ານສຳຄັນຕ່າງໆເຊັ່ນ: ​ດ້ານ​ພະ​ລັງ​ງານ, ການສ້າງສະ​ໜາມ​ກິ​ລາ​,  ວຽກງານ​ຄົມ​ມະ​ນາ​ຄົມ​ ແລະ​ອື່ນໆ​ສາ​ມາດ​ເຫັນ​ປະຈັກຕາຕາມມາດຕະການ “ສີ​ຂຽວ” ຢູ່​ທຸກ​ບ່ອນ.

ໂດຍຖື​ເອົາ​ການ​ຮັບ​ປະ​ກັນການ​ສະ​ໜອງ​ພະ​ລັງງານ ​ເຊິ່ງ​ເປັນ​ເລື່ອງ​ສຳ​ຄັນ​ທີ່​ສຸດ​ສຳລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ເປັນ​ຕົວ​ຢ່າງ. ສະ​ໜາມ​ແຂ່ງ​ຂັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງທັງໝົດ 26 ແຫ່ງ​ໄດ້​ບັນ​ລຸເປົ້າໝາຍ​ການ​ສະ​ໜອງ​ພະ​ລັງ​ງານ​ໄຟ​ຟ້າ​ແບບ​ສີ​ຂຽວ​ 100% ຢ່າງເປັນຄັ້ງປະຫວັດສາດ, ນັ້ນກໍ​ຄື​ນຳໃຊ້​ພະ​ລັງ​ໄຟ​ຟ້າທີ່ຜະລິດດ້ວຍພະລັງງານໝູນວຽນທັງ​ໝົດ. ຕາມ​ການ​ຄິດໄລ່, ຈາກ​ເດືອນ​ມິ​ຖຸ​ນາ​ປີ 2019 ຫາ​ວັນສີ້ນສຸດການຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ຄົນ​ພິ​ການ​ລະ​ດູ​ໜາວ​ປັກ​ກິ່ງ​, ສະ​ໜາມ​ກິ​ລາ​ຂອງ​ເຂດ​ແຂ່ງ​ຂັນ 3 ແຫ່ງ​ສາ​ມາດ​ຫຼຸດ​ການ​ປ່ອຍ​ກາກບອນ​ດີ​ອົກ​ຊິດໄດ້ 320.000 ​ໂຕນ, ເທົ່າ​ກັບ​ປະລິມານ​ກາກບອນດີອົກ​ຊິດ​ທີ່​ຕົ້ນ​ໄມ້ 32 ລ້ານ​ຕົ້ນ​​ດູດ​ຊຶມເອົາພາຍໃນ​ໜຶ່ງ​ປີ.

ນອກ​ນີ້, ສະ​ໜາມ​ກິ​ລາ​ທັງ​ໝົດ​ສຳລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​​ຖືກ​ກັບ​ມາດ​ຕະ​ຖານ​ສິ່ງ​ກໍ່​ສ້າງຕາມທິດ​ສີ​ຂຽວ, ພ້ອມດຽວກັນນີ້, ຍ້ອນໄດ້​ພິ​ຈາ​ລະ​ນາ​ເຖິງ​ການ​ປະ​ຢັດ​ຊັບ​ພະ​ຍາ​ກອນ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກກິ່ງໄດ້​ນຳ​ໃຊ້​ສະ​ໜາມ​ກິ​ລາ​ທີ​ເຄີຍໄດ້ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປັກ​ກິ່ງ​ປີ 2008, ໂດຍ​ນຳໃຊ້​ເຕັກ​ນິກ​ທັນ​ສະ​ໄໝ​ດັດແປງສູນລອຍນ້ຳ “ຮູບ​ຊົງສີ່​ຫຼ່ຽມ​ຈະ​ຕຸ​ລັດ” ເປັນສະໜາມກິລາ “ນ້ຳ​ກ້ອນ​ສີ່​ຫຼ່ຽນ​ຈະ​ຕຸ​ລັດ”, ດັດແປງ​ສະ​ໜາມ​ບານ​ບ້ວງໃຫ້ເປັນສະ​ໜາມ​ແຂ່ງ​ຂັນ​ຮອກ​ກີ້. ພາຍ​ຫຼັງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ສິ້ນ​ສຸດ​ລົງ​ແລ້ວ, ສະ​ໜາມ​ກິ​ລາ​ເຫຼົ່າ​ນີ້​ລ້ວນ​ແຕ່​ຈະ​ເປີດ​ໃຫ້ປະ​ຊາ​ຊົນໄດ້ຊົມໃຊ້, ເຊິ່ງເປັນການບັນ​ລຸຈຸດປະສົງ​ການ​ນຳ​ໃຊ້​ສະໜາມກິລາແບບ​ຕໍ່​ເນື່ອງ.

ນອກ​ນີ້, ລົດ​ທີ່​ໃຫ້ບໍ​ລິ​ການ​ງານ​ກິ​ລາ​ໂອ​ລິມ​ປິ​ກ​ລະ​ດູ​ໜາວ​ປັກ​ກິ່ງ, ລົດ​ຂົ​ນ​ສົ່ງ​ຜູ້​ໂດຍ​ສານທີ່ນຳ​​ໃຊ້​ເຊື້ອ​ໄຟຮີໂດຣແຊນ ແລະ​ ພະລັງງານເບັດເຕີຣີ ມີ​​ຫຼາຍກວ່າ 80%, ເປັນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ທີ່​ໃຊ້​ລົດ​​ພະ​ລັງ​ງານ​ສີ​ຂຽວ​ຫຼາຍ​ທີ່​ສຸດ.

​ຫວ່າງ​ມໍ່ໆ​ມາ​ນີ້, ທ່ານ​ໂທ​ມັ​ສ ບັ​ກ​ສ ປະ​ທານ​ຄະ​ນະ​ກຳ​ມະ​ການໂອ​ລິມ​ປິກ​ສາ​ກົນ​ກ່າວ​ວ່າ: ຄະ​ນະ​ກຳ​ມະ​ການ​ຈັດງານ​ກິ​ລ​າ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ປະ​ຕິ​ບັດ​ມາດ​ຕະ​ການ​ຫຼາຍ​ຢ່າງ, ເພື່ອ​ຫຼຸດ​ການ​ປ່ອຍ​ກາກບອນ ແລະ ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ, ໄດ້​ປະ​ຕິ​ບັດ​ຕາມ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຕົນ​ໃນເວລາຮ້ອງຂໍເປັນເຈົ້າພາບຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ ເຊິ່ງໄດ້​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ພັດ​ທະ​ນາ​​ປະ​ເທດ​ຈີນແບບຍືນຍົງ. ງານ​​ມະ​ໂຫລານກິລາຂອງໂລກທີ່​ໄດ້​ສະ​ທ້ອນໃຫ້ເຫັນເຖິງກຳລັງແລະ​ຄວາມ​ສວຍ​ງາມ ແລະ ສົ່ງເສີມຄວາມສີວິໄລດ້ານລະບົບນິເວດຄັ້ງນີ້ ​ຈະ​ຖືກຈົດຈຳ​ຈາກຄົນທັງຫຼາຍໃນ​ທົ່ວ​ໂລກ​ຢ່າງ​ແນ່ນອນ.

ຄຳ​ເຫັນ

0