徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລເຊຍພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ຕໍ່ມື້ຫຼາຍກວ່າໝື່ນກໍລະນີ

2022-02-07 15:27:07 cri

ມາເລເຊຍພົບຜູ້ຕິດເຊື້ອພະຍາດໂຄວິດ-19ເພີ່ມໃໝ່ຕໍ່ມື້ຫຼາຍກວ່າໝື່ນກໍລະນີ_fororder_WechatIMG245

 

ຕາມຂ່າວCRI: ວັນທີ 6 ກຸມພານີ້,​ ກະຊວງສາທາລະນະສຸກມາເລເຊຍໄດ້ແຈ້ງຂ່າວວ່າ,​ນັບມາຮອດເວລາ 12 ໂມງຂອງວັນທີ 6 ກຸມພານີ້, ຢູ່ປະເທດມາເລເຊຍມີຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຈຳນວນ 10089 ກໍລະນີໃນ 24 ຊົ່ວໂມງຜ່ານມາ, ນັບແຕ່ວັນທີ 2 ຕຸລາປີ 2021 ແລ້ວນີ້ເປັນຕົ້ນມາຖືວ່າເປັນຄັ້ງທຳອິດຢູ່ປະເທດມາເລເຊຍໄດ້ພົບຜູ້ເປັນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ຫຼາຍກວ່າໝື່ນກໍລະນີ.

 

ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍກ່າວຜ່ານສື່ສັງຄົມອອນລາຍຂອງຕົນໃນວັນທີ 6 ກຸມພານີ້ວ່າ: ​ເຊື້ອໂອມິຄຣອນໄດ້ກາຍເປັນເຊື້ອພະຍາດໂຄວິດ-19 ຕົ້ນຕໍໃນການແຜ່ລະບາດຢູ່ມາເລເຊຍ.

 

ລັດຖະມົນຕີກະຊວງສາທາລະນະສຸກມາເລເຊຍຍັງໄດ້ຊີ້ອອກວ່າ: ປັດຈຸບັນນີ້, ມາເລເຊຍຍັງມີຜູ້ອາຍຸສູງຈຳນວນ 1 ລ້ານກວ່າຄົນຍັງບໍ່ທັນໄດ້ສັກວັກຊີນ “ເຂັມກະຕຸ້ນເພື່ອເພີ່ມພູມຕ້ານທານ” ເຊື້ອພະຍາດໂຄວິດ-19, ທ່ານຈຶ່ງຮຽກຮ້ອງໃຫ້ຜູ້ອາຍຸສູງຄວນໄປສັກ “ເຂັມກະຕຸ້ນພູມຕ້ານທານ” ໂດຍໄວ.

 

ຄຳ​ເຫັນ

0