黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຜູ້​ກຳ​ກັບ​ການ​ສະ​ແດງໃນພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ວິ​ທີ​ໄຕ້​ທວນ​ໄຟ​ “​ເຫັນ​ໃບ​ໄມ້​ໃບ​ໜຶ່ງ​ແລ້ວ​ກໍ​ຮູ້​ໂລດ​ວ່າ​ແມ່ນ​ລະ​ດູ​ໃບ​ໄມ້​ປົ່ງ”

2022-02-07 14:40:21 cri

ຜູ້​ກຳ​ກັບ​ການ​ສະ​ແດງໃນພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ວິ​ທີ​ໄຕ້​ທວນ​ໄຟ​ “​ເຫັນ​ໃບ​ໄມ້​ໃບ​ໜຶ່ງ​ແລ້ວ​ກໍ​ຮູ້​ໂລດ​ວ່າ​ແມ່ນ​ລະ​ດູ​ໃບ​ໄມ້​ປົ່ງ”_fororder_火炬02

ຕອນ​ຄ່ຳ​ວັນ​ທີ 4 ກຸມ​ພາ​ນີ້, ພິ​ທີ​ໄຕ້​ທວນ​ໄຟ​​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ໄດ້​ເຮັດ​ໃຫ້​ທົ່ວ​ໂລກ​ຮູ້​ສຶກແປກ​ໃຈ​ທີ່​ສຸດ. ຄະ​ນະ​​ຜູ້ກຳ​ກັບ​ການ​ສະ​ແດງ​​ໃນ​ພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ທີ່​ນຳ​ໂດຍ​ທ່ານ​ຈ່າງ​ຢີ້​ໂມວ​ໄດ້​ໃຊ້​ວິ​ທີ “ບໍ່​ໄຕ້​ທວນ​ໄຟ” ແທນ “ພິ​ທີ​ໄຕ້​ທວນ​ໄຟ”, ໃຊ້ “ທວນ​ໄຟ​ນ້ອຍ” ແທນການ​ໄຕ້​ທວນ​ໄຟ​ໃນ​ອ່າງ​ໄຟ​ໃຫຍ່​ທີ່​ເຄີຍ​ປະ​ຕິ​ບັດ​ມາ​ຈົນ​ເປັນມູນ​ເຊື້ອ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ, ​ນີ້​ກໍ່ເພື່ອ​​ສະ​ທ້ອນ​ໃຫ້​ເຫັນ​ແນວ​ຄວາມ​ຄິດ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ແບບ​ສີ​ຂຽນ​ແລະ​ປ່ອຍ​ກາກບອນ​ຕ່ຳ, ໄດ້​ບັນ​ລຸ​ການ​ປະ​ດິດ​ສ້າງ​ໃໝ່​ດ້ານ​ການ​ໄຕ້​ທວນ​ໄຟ​ໃນ​ປະ​ຫວັດ​ສາດ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ.

ວິ​ທີ​ໄຕ້​ທວນ​ໄຟ​ຫຼັກ​ເທື່ອ​ນີ້​ພຽງ​ແຕ່ “​ເຫັນ​ໃບ​ໄມ້​ໃບ​ໜຶ່ງ​ແລ້ວ​ກໍ​ຮູ້​​ໂລດ​ວ່າ​ນັ້ນ​ຄືລະ​ດູ​ໃບ​ໄມ້​​ປົ່ງ”, ທວນ​ໄຟ​ນ້ອຍ​ທີ່​ສາ​ມາດ​ຖື​ດ້ວຍ​ມືແລະ​ແປວ​ໄຟ​ນ້ອຍໆ​ພັດ​ໄດ້​ເຮັດ​ໃຫ້​ຄົນ​ທັງ​ຫຼາຍ​ນຶກ​ເຖິງ​ນ້ຳ​ໃຈ​ໂອ​ລິມ​ປິກ​ທີ່​ຍິ່ງ​ໃຫຍ່, ​ຄວາມ​ຫົງ​ໄຫຼ​ແລະ​ຄວາມ​ໂຣ​ມັນ​ຕິກ​ທີ່​ຢູ່​ເຕັມ​ຫົວ​ໃຈ​ຂອງ​ມວນ​ມະ​ນຸດ.

ຜູ້​ກຳ​ກັບ​ການ​ສະ​ແດງໃນພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ວິ​ທີ​ໄຕ້​ທວນ​ໄຟ​ “​ເຫັນ​ໃບ​ໄມ້​ໃບ​ໜຶ່ງ​ແລ້ວ​ກໍ​ຮູ້​ໂລດ​ວ່າ​ແມ່ນ​ລະ​ດູ​ໃບ​ໄມ້​ປົ່ງ”_fororder_火炬03

ຜູ້​ກຳ​ກັບ​ການ​ສະ​ແດງໃນພິ​ທີ​ໄຂ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ກ່າວ​ວ່າ: ວິ​ທີ​ໄຕ້​ທວນ​ໄຟ​ “​ເຫັນ​ໃບ​ໄມ້​ໃບ​ໜຶ່ງ​ແລ້ວ​ກໍ​ຮູ້​ໂລດ​ວ່າ​ແມ່ນ​ລະ​ດູ​ໃບ​ໄມ້​ປົ່ງ”_fororder_火炬05

 

ຄຳ​ເຫັນ

0