吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິ້ນສຸດລົງແລ້ວປະຫວັດສາດແຫ່ງຄວາມທຸກຍາກ ກ້າວເດີນໄປສູ່ການສູ້ຊົນຄັ້ງໃໝ່

2022-02-08 15:45:56 cri

ສິ້ນສຸດລົງແລ້ວປະຫວັດສາດແຫ່ງຄວາມທຸກຍາກ  ກ້າວເດີນໄປສູ່ການສູ້ຊົນຄັ້ງໃໝ່

    ເມື່ອໜຶ່ງປີກ່ອນ, ຄຽງຄູ່ກັນກັບເມືອງທຸກຍາກ 9 ເມືອງໃນແຂວງກຸ້ຍໂຈວ່ ໄດ້ລຶບລ້າງຄວາມທຸກຍາກຢ່າງສຳເລັດຜົນ,  ເມືອງທຸກຍາກທັງໝົດ 832 ເມືອງຂອງຈີນ ໄດ້ຫຼຸພົ້ນອອກຈາກຄວາມທຸກຍາກ. ໝາຍຄວາມວ່າ ບັ້ນລຶບລ້າງຄວາມທຸກຍາກຂອງຈີນໄດ້ຮັບໄຊຊະນະຢ່າງຮອບດ້ານມາເປັນເວລາ 1 ປີ ແລ້ວ.      

    ໃນໜຶ່ງປີທີ່ຜ່ານມາ ພະນັກງານ ແລະປະຊາຊົນຂອງເມືອງທຸກຍາກທີ່ສຸດໃນເມື່ອກ່ອນເຫຼົ່ານີ້ ໄດ້ພະຍາຍາມປັບປຸງໝາກຜົນດ້ານການລຶບລ້າງຄວາມທຸກຍາກໃຫ້ມີຄວາມໝັ້ນຄົງ ແລະ ມີຄຸນນະພາບສູງຢ່າງເອົາຈິງເອົາຈັງ. ຂະນະດຽວກັນ ຍັງໄດ້ເລັ່ງລັດການສ້າງຊົນນະບົດໃຫ້ມີຄວາມຈະເລີນດ້ວຍຄວາມຂະຫຍັນຫ້າວຫັນ ເພື່ອເສີມສ້າງສິ່ງໃໝ່ທີ່ເຕັມໄປດ້ວຍຄວາມມຸ່ງຫວັງຂອງແຂວງກຸ້ຍໂຈວ່ທີ່ມີພູຜາແມ່ນ້ຳອັນສວຍສົດງົດງາມ.

ສິ້ນສຸດລົງແລ້ວປະຫວັດສາດແຫ່ງຄວາມທຸກຍາກ  ກ້າວເດີນໄປສູ່ການສູ້ຊົນຄັ້ງໃໝ່

    1, ປັບປຸງພື້ນຖານໃຫ້ໜາແໜ້ນ: ສືບຕໍ່ປະຕິບັດມາດຕະການ 4 ຢ່າງ” ຄືເກົ່າ

    ເມືອງຣົງຈ່ຽງ ຕັ້ງຢູ່ເຂດພູດອຍທີ່ທຸລະກັນດານ, ປະຊາກອນຊົນເຜົ່າສ່ວນໜ້ອຍກວມເອົາຫຼາຍກວ່າ 80 ສ່ວນຮ້ອຍ. ພາຍໃນເວລາ 1 ປີທີ່ຜ່ານມາ, ໃນຫ້ອງປະຊຸມເລກ 1 ຂອງຄະນະພັກເມືອງໄດ້ຈັດກອງປະຊຸມຜ່ານທາງໂທ ລະສັບ ແລະ ວິດີໂອ ກ່ຽວກັບວຽກງານການເຊື່ອຕໍ່ໝາກຜົນດ້ານການລຶບລ້າງຄວາມທຸກຍາກ ກັບ ການພັດທະນາຊົນນະບົດໃຫ້ຈະເລີນຢ່າງເກີດໝາກຜົນນັ້ນ ເກືອບ 30 ຄັ້ງ.

    ໜ່ວຍງານຊີ້ນຳການລຶບລ້າງຄວາມທຸກຍາກໃນເມື່ອກ່ອນ ໄດ້ປ່ຽນເປັນສູນບັນຊາການພັດທະນາຊົນນະລົດໃຫ້ຈະເລີນ ໂດຍໄດ້ສ້າງຕັ້ງ ໜ່ວຍງານສະເພາະກິດ 10 ໜ່ວຍ. ຫລັງຈາກລຶບລ້າງຄວາມທຸກຍາກແລ້ວ ກໍຍັງມີໜ້າທີ່ຮັບຜິດຊອບຄືເກົ່າຍັງປະຕິບັດນະໂຍບາຍຄືເກົ່າຍັງດຳເນີນການສະໜັບສະໜູນຄືເກົ່າ ແລະ ຍັງດຳເນີນການຕິດຕາມຄຸ້ມຄອງຄືເກົ່າ. ຕາແສງຕີ້ງເວີ່ຍ ເມືອງຣົງຈ່ຽງ ເຄີຍເປັນໜຶ່ງໃນ 20 ຕາແສງທີ່ທຸກຍາກທີ່ສຸດໃນແຂວງກຸ້ຍໂຈວ່. ອີງຕາມນະໂຍບາຍ “ຄືເກົ່າ 4 ຢ່າງ” ທີ່ກ່າວມາຂ້າງເທິງນັ້ນ, ຕາແສງຕີ້ງເວີ່ຍໄດ້ພົບພໍ້ຜູ້ລຶບລ້າງຄວາມທຸກຍາກທີ່ຍັງບໍ່ໝັ້ນຄົງມີ 45 ຄອບຄົວ ເທົ່າກັບ 214 ຄົນ; ຜູ້ມີຄວາມສ່ຽງທີ່ຈະກັບຄືນສູ່ຄວາມທຸກຍາກນັ້ນມີ 39 ຄອບຄົວ ເທົ່າກັບ 177 ຄົນ. ຜ່ານການຕິດຕາມ ແລະການຊ່ວຍເຫລືອແລ້ວໄດ້ກຳຈັດຄວາມສ່ຽງທັງໝົດ.

    ແຫ່ງຕ່າງໆລ້ວນແຕ່ໄດ້ພາກັນປັບປຸງໝາກຜົນດ້ານການລຶບລ້າງຄວາມທຸກຍາກໃຫ້ມີຄວາມໝັ້ນທ່ຽງ. ນັບແຕ່ປີ 2020 ເປັນຕົ້ນມາ, ອົງການປົກຄອງ ເມືອງເວີ່ຍນິງ ໄດ້ເບີກງົບປະມານເພື່ອຊື້ປະກັນໄພໃຫ້ແກ່ຜູ້ມີລາຍຮັບຕ່ຳ ແລະຄອບຄົວທີ່ຫຼຸດພົ້ນອອກຈາກຄວາມທຸກຍາກແລ້ວ ແຕ່ຍັງມີລາຍຮັບສະເລ່ຍຕໍ່ຄົນຕໍ່ປີບໍ່ຮອດ 5000 ຢວນ ເພື່ອຊ່ວຍເຫຼືອຊາວກະສິກອນຜູ້ມີລາຍຮັບຕ່ຳໃຫ້ຫຼຸດໜ້ອຍຖອຍລົງ.

ສິ້ນສຸດລົງແລ້ວປະຫວັດສາດແຫ່ງຄວາມທຸກຍາກ  ກ້າວເດີນໄປສູ່ການສູ້ຊົນຄັ້ງໃໝ່

    2. ພັດທະນາອຸດສາຫະກຳ: ບຸກຕະຫຼາດ ແລະເພີ່ມລາຍຮັບຕາມເງື່ອນໄຂຕົວຈິງ

    ເມືອງນ້າຢົ່ງ ຕັ້ງຢູ່ເຂດພູດອຍ, ຍາມລະດູໜາວ ມັກຈະມີນໍ້າໝອກປົກຄຸມບາງໆ ແຕ່ຍັງປາກົດເຫັນສະພາບການພັດທະນາອຸດສາຫະກຳຢ່າງຟົດ ຟື້ນ. ເມື່ອມາຮອດໂຮງງານຜະລິດເຄື່ອງຢາງໃນບ້ານຜູເຕີ, ສຽງຂອງເຄື່ອງຈັກດັງສະໜັ່ນ, ແກັດຢາງສຳລັບໃສ່ເຫັດຫຼາຍໆໜ່ວຍຕັ້ງລຽນກັນເປັນແຖວຢູ່ຕາມແຖວລຳລຽງ ແລະ ຖືກຂົນສົ່ງໄປຂ້າງໜ້າ. ທ່ານ ລົງກ່າງ ຜູ້ຮັບຜິດຊອບໂຮງງານດັ່ງກ່າວເວົ້າວ່າ: ທາງເລືອກນີ້ຖືກຕ້ອງແລ້ວ. ປີກາຍນີ້, ພຽງແຕ່ເມືອງເອງ ກໍມີຄວາມຕ້ອງການແກັດຢາງຈຳນວນ 34 ລ້ານໜ່ວຍ”.

    ໃນທີ່ດິນທີ່ມີເນື້ອທີ່ 99,09 ກິໂລຕາແມັດນັ້ນ, ພັດບໍ່ມີດິນພຽງຮອດ 3 ເຮັກຕາຊໍ້າ, ເງື່ອນໄຂດ້ານພູມສັນຖານແບບນີ້ ໄດ້ເຮັດໃຫ້ຕາແສງຕົງຕີ້ພົບພໍ້ຄວາມຫຍຸ້ງຍາກຫຼາຍໃນດ້ານການພັດທະນາກະສິກຳ. ທ່ານ ລິວຫຼວີ ຫົວໜ້າສະຫະກອນຕາແສງຕົງຕີ້ສະເໜີວ່າ: ຕ້ອງປ່ຽນແນວຄວາມຄິດ, ຢ່າເຂົ້າທາງຕັນເລີຍ, ບໍ່ແນ່ນອນວ່າ ຕ້ອງພັດທະນາກະສິກຳ. ຄຳເວົ້າຂອງເພິ່ນ ໄດ້ເປັນແຮງບັນດານໃຈໃຫ້ກັບຫຼາຍຄົນ. “ບໍ່ມີເງື່ອນໄຂພັດທະນາຂະແໜງການກະສິກຳ ຄັນຊັ້ນກໍລອງພັດທະນາອຸດສາຫະກຳແທນ, ທົ່ວນະຄອນປີ້ເຈ ຍັງບໍ່ທັນມີວິສາຫະກິດອຸດສາຫະກຳການຜະລິດເທື່ອ, ມີຊ່ອງຫວ່າງໃນຕະຫຼາດແລ້ວ ກໍຕ້ອງມີການຜະລິດເພື່ອຕອບສະໜອງຄວາມຕ້ອງການຂອງຕະຫຼາດ”.

    ການທີ່ນຳໃຊ້ທ່າແຮງດ້ານຊັບພະຍາກອນ, ພັດທະນາອຸດສາຫະກຳຕາມສະພາບຕົວຈິງ ເພື່ອເຮັດໃຫ້ປະຊາຊົນມີລາຍຮັບເພີ່ມຂຶ້ນຈາກຫລາຍຊ່ອງທາງນັ້ນ ເປັນທາງເລືອກຮ່ວມຂອງເມືອງທຸກຍາກໃນການລຶບລ້າງຄວາມທຸກຍາກ.

    ນອກຈາກອຸດສາຫະກຳດັ້ງເດີມແລ້ວ, ອຸດສາຫະກຳໃນຮູບແບບໃໝ່ ຄື ເສດຖະກິດດີຈີຕອນ ກໍໄດ້ສ້າງວຽກເຮັດງານທຳທີ່ມີຄວາມຄ່ອງຕົວ. ປີ 2020 ແອັບເໝີຍທວນ ເຊິ່ງເປັນແອັບສັ່ງຊື້ອາຫານຂອງຈີນ ໄດ້ເຊັນສັນຍາຮ່ວມມືຍຸດທະສາດກັບເມືອງຊີງລົງ ເພື່ອສະໜັບສະໜູນຫ້າງຮ້ານຕ່າງໆໃນຂະແໜງການບໍລິການຂອງທ້ອງຖິ່ນຫັນເປັນດີຈີຕອນ. ນອກນັ້ນ ຍັງໄດ້ຮັບສະໝັກ ແລະ ເຝິກອົບຮົມຜູ້ສົ່ງດ່ວນເຖິງທີ່ ເພື່ອເຮັດໃຫ້ຜູ້ອອກແຮງງານທີ່ທຸກຍາກສາມາດປະກອບອາຊີບຢູ່ທ້ອງຖິ່ນຕົນໄດ້.

    ອີງຕາມສະພາບດິນຟ້າອາກາດ ແລະ ຄວາມຮຽກຮ້ອງຕ້ອງການຂອງຕະຫລາດ, ແຂວງກຸ້ຍໂຈວ່ ໄດ້ພັດທະນາຂະແໜງການກະສິກຳທີ່ມີເອກະລັກພິເສດ ທັງເປັນທ່າແຮງຂອງແຂວງຕົນທັງໝົດ 12 ຂະແໜງ ເຊັ່ນ ໃບຊາ, ເຫັດ, ຜັກ ແລະອື່ນໆ. ພ້ອມກັນນັ້ນ ຍັງສືບຕໍ່ເພີ່ມທະວີການປະສານງານດ້ານການສົ່ງຜູ້ອອກແຮງງານທີ່ໄດ້ຫລຸດພົ້ນອອກຈາກຄວາມທຸກຍາກນັ້ນໄປເຮັດວຽກຢູ່ຕ່າງແຂວງ ເພື່ອສ້າງລາຍຮັບໃຫ້ກັບຊາວບ້ານດ້ວຍຫລາຍຮູບແບບ.

 

ສິ້ນສຸດລົງແລ້ວປະຫວັດສາດແຫ່ງຄວາມທຸກຍາກ  ກ້າວເດີນໄປສູ່ການສູ້ຊົນຄັ້ງໃໝ່

    3, ເພີ່ມທະວີການຄຸ້ມຄອງບໍລິຫານ: ປັບປ່ຽນແນວຄິດເກົ່າ ສ້າງຮູບແບບໃໝ່, ເຮັດໃຫ້ຊົນນະບົດມີໂສມໜ້າໃໝ່

    ໃນໄລຍະຈັດຕັ້ງປະຕິບັດແຜນພັດທະນາເສດຖະກິດສັງຄົມແຫ່ງຊາດ 5 ປີ ຄັ້ງທີ 12 ຄືແຕ່ປີ 2016 ຫາ ປີ 2020. ແຂວງກຸ້ຍໂຈ່ວໄດ້ຈັດສັນຍົກຍ້າຍຜູ້ທຸກຍາກຈຳນວນ 1 ລ້ານ 9 ແສນ 2 ໝື່ນຄົນ ຈາກຖິ່ນເກົ່າໄປສູ່ແຫ່ງໃໝ່ທີ່ມີເງື່ອນໄຂດີ, ປະຊາຊົນໃນເຂດພູດອຍຈຳນວນຫລວງຫລາຍ ໄດ້ຍົກຍ້າຍໄປດຳລົງຊີວິດຢູ່ຕົວເມືອງ,  ການຄຸ້ມຄອງບໍລິຫານຈຸດຍ້າຍຖິ່ນຖານນັ້ນ ກໍຜະເຊີນກັບ ການທົດສອບຢູ່ເລື້ອຍໆ.

    ເພື່ອກະຕຸກຊຸກຍູ້ຄວາມກະຕືລືລົ້ນຂອງຜູ້ຍົກຍ້າຍ, ເມືອງເຮີ້ຈ່າງໄດ້ຄົ້ນຄວ້າຮູບແບບບໍລິຫານດ້ວຍຄະແນນ ໂດຍຈະບວກ ຫຼື ລົບຄະແນນໃຫ້ໃນດ້ານຕ່າງໆ ເຊັ່ນ: ຄວາມສະອາດ, ການເຄົາລົບນັບຖືລະບຽບກົດໝາຍ, ແບບແຜນຄອບຄົວ, ການຝຶກອົບຮົມ, ການປະກອບອາຊີບ ແລະອື່ນໆ. ແລ້ວມີການໃຫ້ລາງວັນ ຫລືລົງໂທດ ເຊິ່ງໄດ້ຍົກສູງຄວາມກະຕືລືລົ້ນຂອງປະຊາຊົນໃນການເຂົ້າຮ່ວມການປັບປຸງ ແລະຄຸ້ມຄອງເຂດຊຸມຊົນຢ່າງຈະແຈ້ງ.

    ສະພາບແວດລ້ອມທີ່ໜ້າຢູ່ອາໄສ ກໍເປັນຄວາມຕ້ອງການດ້ານການພັດທະນາຊົນນະບົດໃຫ້ຈະເລີນ. ຫວ່າງມໍ່ໆມານີ້ເມືອງຈືຢູນໄດ້ຈັດການແຂ່ງຂັນຄອບຄົວແບບຢ່າງດ້ານການສ້າງບ້ານທີ່ໜ້າຢູ່ອາໄສ. ເມື່ອຍ່າງເຂົ້າຮ່ອມ ທາງຕ່າງໆຂອງບ້ານ, ກໍຈະເຫັນຄອບຄົວຕ່າງໆໄດ້ພາກັນປູກດອກໄມ້ ແລະປູກຜັກຢູ່ໃນຮົ້ວໜ້າເຮືອນຕົນ ເຊິ່ງໄດ້ກາຍເປັນຮູບພາບທີ່ສ່ອງແສງໃຫ້ເຫັນເຖິງປະຊາຊົນມີຊີວິດຢູ່ເຢັນເປັນສຸກ, ສະພາບແວດລ້ອມມີຄວາມສວຍງາມ.

    ການເຮັດແທ້ທຳຈິງ, ສຸມທຸກຄວາມພະຍາຍາມຢ່າງບໍ່ລົດລະເປັນເວລາຍາວນານ. ຫລັງຈາກລຶບລ້າງຄວາມທຸກຍາກແລ້ວ, ແຂວງກຸ້ຍໂຈ່ວ ຍັງໄດ້ຄັດເລືອກ ແລະ ແຕ່ງຕັ້ງເລຂາທີໜຶ່ງ ແລະ ພະນັກງານປະຈຳບ້ານຈຳນວນ 3 ໝື່ນ 2 ພັນຄົນ ລົງສູ່ຮາກຖານ, ສ້າງໜ່ວຍງານພັດທະນາຊົນນະບົດໃຫ້ຈະເລີນ 1 ໝື່ນກວ່າໜ່ວຍ, ພວມກ້າວເດີນໄປສູ່ຊີວິດການເປັນຢູ່ແບບໃໝ່ ແລະເສັ້ນທາງສູ້ຊົນອັນໃໝ່.

ຄຳ​ເຫັນ

0