徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93
ຄໍ​ລຳ
  • ​​ຮູບພາບ
  • ​ວີ​ດີ​ໂອ

ເສດຖະກິດອິນໂດເນເຊຍເຕີບໂຕ 3,69% ໃນປີ 2021 ຜ່ານມາ

2022-02-08 14:40:15 cri

ເສດຖະກິດອິນໂດເນເຊຍເຕີບໂຕ 3,69% ໃນປີ 2021 ຜ່ານມາ_fororder_WechatIMG246

ຕາມຂ່າວCRI: ວັນທີ 7 ກຸມພານີ້, ກົມສະຖິຕິແຫ່ງຊາດອິນໂດເນເຊຍໄດ້ເຜີຍແຜ່ຕົວເລກສະຖິຕິໂດຍສະແດງໃຫ້ເຫັນວ່າ, ໃນປີ 2021 ຜ່ານມາລວມຍອດຜະລິດຕະພັນພາຍໃນຫຼື GDP ຂອງອິນໂດເນເຊຍໄດ້ເຕີບໂຕ 3,69 %, ເຊິ່ງເປັນຕົວເສດຖະກິດທີ່ຟື້ນຄືນຢ່າງຊັດເຈນເມື່ອທຽບກັບ GDP ໃນປີ 2020 ເຊິ່ງໄດ້ຫຼຸດລົງ 2,07%,​ ນີ້ແມ່ນສອດຄ່ອງກັບຄາດໝາຍຂອງລັດຖະບານອິນໂດເນເຊຍວາງອອກ.

 

ຕົວເລກຍັງສະແດງໃຫ້ເຫັນວ່າ: ໃນໄຕມາດທີ 4 ຂອງປີ 2021 ຜ່ານມາ GDP ຂອງອິນໂດເນເຊຍໄດ້ເຕີບໂຕ 5,02%ເມື່ອທຽບກັບໄລຍະດຽວກັນຂອງປີ 2020, ເຊິ່ງຫຼາຍກວ່າຂະໜາດການເຕີບໂຕ 3,51% ຂອງໄຕມາດທີ 3 ປີ 2021ແລ້ວນີ້ເມື່ອທຽບກັບໄລຍະດຽວກັນຂອງ 2020 ຜ່ານມາ.

 

ທ່ານຈູໂວໂນ ຊູດາໂຊໂນ,​ຫົວໜ້າກົມສະຖິຕິແຫ່ງຊາດອິນໂດເນເຊຍໄດ້ກ່າວໃນກອງປະຊຸມຂ່າວທີ່ໄດ້ຈັດຂຶ້ນໃນວັນທີ 7ກຸມພານີ້ວ່າ: ລາຄາສິນຄ້າລາຍໃຫຍ່ໃນທົ່ວໂລກໄດ້ເພີ່ມຂຶ້ນໃນໄຕມາດທີ 4 ຂອງປີ 2021 ຜ່ານມາຊ່ວຍໃຫ້ການສົ່ງອອກຂອງອິນໂດເນເຊຍຟື້ນຄືນ.​ ນອກນີ້, ຄຽງຄູ່ກັບມາດຕະການປ້ອງກັນແລະຄວບຄຸມສະພາບພະຍາດໂຄວິດ-19 ໄດ້ຮັບການຜ່ອນຄາຍເທື່ອລະກ້າວ, ການເຄື່ອນໄຫວດ້ານເສດຖະກິດໃນໄຕມາດທີ 4 ຂອງປີ 2021​ ກໍ່ສາມາດຟື້ນຄືນໄດ້, ຂະໜາດການໃຊ້ຈ່າຍຕາມງົບປະມານຂອງລັດຖະບານກໍ່ມີຫຼາຍ,​ ເຊິ່ງໄດ້ຊຸກຍູ້ໃຫ້ເສດຖະກິດຂອງອິນໂດເນເຊຍເຕີບໂຕໄວສົມຄວນ.

 

 

ຄຳ​ເຫັນ

0