蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ປະ​ລິ​ມານການ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຕາມ​ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນໃນ​ໄລ​ຍະ​ບຸນ​ກຸດ​ຈີນມີຫຼາຍກວ່າ 2 ໝື່ນ​ໂຕນ

2022-02-08 11:31:08 CRI

ປະ​ລິ​ມານການ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຕາມ​ເສັ້​ນ​ທາງ​ລົດ​ໄຟ​ລາວ-ຈີນໃນ​ໄລ​ຍະ​ບຸນ​ກຸດ​ຈີນມີຫຼາຍກວ່າ 2 ໝື່ນ​ໂຕນ_fororder_1111zhonglaotielu

     ວັນ​ທີ 7 ກຸມ​ພານີ້, ດ່ານ​ພາ​ສີ​ຄຸນ​ໝິງ​ໄດ້​ລາຍ​ງານ​ວ່າ: ແຕ່​ວັນ​ທີ 31 ມັງ​ກອນ​ຫາ​ວັນ​ທີ 6 ກຸມ​ພານີ້, ຂະ​ບວນ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ສາ​ກົນ​ຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ທີ່​ໄດ້​ຜ່ານ​ການ​ຕິດ​ຕາມກວດ​ກາ​ຈາກ​ດ່ານ​ພາ​ສີ​ຄຸນ​ໝິງ​ມີ​ທັງ​ໝົດ 42 ຂະ​ບວນ, ປະ​ລິ​ມານ​ຂົນ​ສົ່ງ​ສິນ​ຄ້າມີ​ທັງ​ໝົດ​ປະ​ມານ 20.300 ໂຕນ, ມີ​ມູນ​ຄ່າ​ທັງ​ໝົດ 217 ລ້ານຢວນ.

     ຕາມ​ຂ່າວ​ແຈ້ງ​ໃຫ້​ຮູ້​ວ່າ: ໃນ​ໄລ​ຍະ​ບຸນ​ກຸດ​ຈີນ, ສິນ​ຄ້າ​ສົ່ງ​ອອກ​ທີ່​ຂົນ​ສົ່ງ​ໂດຍ​ຂະ​ບວນ​ລົດ​ໄຟ​ລາວ-ຈີນ​ມີ​ສິນ​ຄ້າ 100 ກວ່າ​ຊະ​ນິດ​ເຊິ່ງ​ລວມ​ທັງ ລົດ​ໄຟ​ໂດຍ​ສານ​ ສາຍ​ໄຟ​ຟ້າ ເຊີບ​ເວີ​ ແລະ​ອື່ນໆທີ່​ມາ​ຈາກເມືອງ​ຄຸນ​ໝິງ ນະ​ຄອນ​ຈູງ​ກິ່ງ ເມືອງ​ນານ​ກິ່ງ ເມືອງ​ຢີ້​ອູ່ ເມືອງ​ເສິນ​ເຈິ້ນ​ແລະ​ແຫ່ງ​ອື່ນໆ, ສິນ​ຄ້າ​ນຳ​ເຂົ້າ​ຕົ້ນ​ຕໍ​ມີ​ຢາງ​ພາ​ລາ ແຮ່ເຫຼັກ ແລະ​ອື່ນໆ. ເພື່ອ​ຮັບ​ປະ​ກັນ​ໃຫ້​ການ​ຂົນ​ສົ່ງສິນ​ຄ້າ​ສາ​ກົນຕາມ​ເສັ້ນ​ທາງ​ລົດ​ໄຟ​ລາວ-ຈີນ​ໃນ​ໄລ​ຍະ​ບຸນ​ກຸດ​ຈີນ​ສາ​ມາດ​ຜ່ານ​ດ່ານ​ໄດ້ຢ່າງ​ສະ​ດວກ​ປອດ​ໄພ​ແລະ​ມີ​ປະ​ສິດ​ທິ​ຜົນ​ສູງ, ດ່ານ​ພາ​ສີ​ຄຸນ​ໝິງ​ໄດ້​ເພີ່​ມ​ທະ​ວີ​ການ​ປະ​ສານ​ງານ​ແລະ​ປະ​ສານ​ສົມ​ທົບ​ກັບ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຕ່າງໆ ເພື່ອ​ຮັບ​ປະ​ກັນ​ໃຫ້​ວຽກ​ງານ​ດ້ານ​ຕ່າງໆ​ເດີນ​ແມ່ນ​ແລ່ນ​ສະ​ດວກ.

ຄຳ​ເຫັນ

0