吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພະລັງໄຟຟ້າເຮັດໃຫ້ເຂດຊົນນະບົດມີການປ່ຽນແປງຢ່າງໃຫຍ່ຫລວງ

2022-02-08 16:35:23 cri

 

 

ພະລັງໄຟຟ້າເຮັດໃຫ້ເຂດຊົນນະບົດມີການປ່ຽນແປງຢ່າງໃຫຍ່ຫລວງ

    ຈາກຕະກຽງນ້ອຍໆ ກາຍເປັນດອກໄຟຟ້າທີ່ຮຸ່ງແຈ້ງແຕ່ລະບາດກ້າວຂອງການປ່ຽນແປງກ່ຽວກັບໄຟຟ້າໃນເຂດພູດອຍທີ່ຫ່າງໄກສອກຫລີກ ລ້ວນແຕ່ບໍ່ ສາມາດແຍກອອກຈາກຄວາມພະຍາຍາມອັນແທ້ຈິງຂອງພັກລັດຖະບານ ແລະອໍານາດການປົກຄອງຂັ້ນຕ່າງໆໄດ້ໃນການສ້າງສັງຄົມທີ່ອິ່ມໜໍາສໍາລານໃຫ້ສໍາເລັດຢ່າງຮອບດານລະບົບໄຟຟ້າທີ່ມີຄຸນນະພາບສູງໃນເຂດຊົນນະບົດ ແມ່ນມີຄວາມສໍາຄັນຫລາຍເຊິ່ງກ່ຽວພັນເຖິງຄວາມຜາສຸກໃນຊີວິດການເປັນຢູ່ຂອງປະຊາຊົນທັງແມ່ນເງື່ອນໄຂອັນຈຳເປັນທີ່ເອື້ອອຳນວຍໃຫ້ແກ່ການສ້າງຄວາມຈະເລີນຮຸ່ງເຮືອງທາງດ້ານເສດຖະກິດ ແລະ ການພັດທະນາສັງຄົມໃນທ້ອງຖິ່ນອີກດ້ວຍ. 

    ປີ 2008, ບໍລິສັດໄຟຟ້າແຂວງຢູນນານ ສປ ຈີນ ໄດ້ດໍາເນີນໂຄງການເອົາໄຟຟ້າເຂົ້າເຮືອນໃຫ້ກັບທຸກໆຄອບຄົວຢູ່ຕາແສງຕູລົງຈ່ຽງທ່ານ ໂລຊິ້ວຊ່ານ ເປັນຜູ້ຈັດການກໍ່ສ້າງໂຄງການດັ່ງກ່າວລາວຮູ້ດີວ່າ ຢາກຈະສໍາເລັດໂຄງການນີ້ຕ້ອງມີຄວາມລໍາບາກແທ້ໆເພາະວ່າ ທິດຕາເວັນອອກ ແລະ ຕາເວັນຕົກຂອງຕາແສງຕູລົງຈ່ຽງ ລ້ວນແຕ່ເປັນພູສູງ, ການຂົນສົ່ງວັດສະດຸເຂົ້າຕາແສງນີ້ ມີຄວາມຫຍຸ້ງຍາກຫລາຍແທ້ໆທາງຫລວງໃນຕາແສງນີ້ ລ້ວນແຕ່ເປັນທາງດິນແດງແລ່ນໄດ້ແຕ່ລົດບັນທຸກນ້ອຍທີ່ມີຂະໜາດບໍ່ເກີ 3 ໂຕນ.

    ການກໍ່ສ້າງໂຄງການກໍຍາກເຊັ່ນກັນໃນເວລາສ້າງຕາໜ່າງໄຟຟ້າເຂົ້າບ້ານຊ່ຽວເຈ້ທີ່ຕັ້ງຢູ່ເທິງເຫວແຄມແມ່ນໍ້າຕູລົງທີ່ມີຄວາມສູງ 300 ແມັດເພື່ອຕັ້ງເສົາໄຟຟ້າ ແລະ ຕິດຕັ້ງສາຍໄຟຟ້າ, ພວກກໍາມະກອນຕ້ອງມັດເຊືອກຕິດໂຕທີ່ຍາວຫລາຍຮ້ອຍແມັດແລ້ວຢ່ອນໂຕຈາກເທິງເຫວລົງໄປໃຊ້ເວລາໜຶ່ງຊົ່ວໂມງເຄິ່ງ ຈຶ່ງສາມາດຮອດຕີນເຫວທີ່ຢູ່ແຄມແມ່ນ້ຳໄດ້ບໍລິເວນນັ້ນບໍ່ມີຂົວຂ້າມແມ່ນໍ້າເຂົເຈົ້າກໍພາກັນຮຽນຂີ່ສະລິງເພື່ອຂົນສົ່ງເສົາໄຟຟ້າຈໍານວນ 50 ທ່ອນໃຫ້ໄປຮອດຈອມພູກໍາມະກອນກໍ່ສ້າງ 20 ກວ່າຄົນໄດ້ແບກວັດສະດຸນີ້ເປັນເວລາໜຶ່ງເດືອນເຕັມໆ.

   ປີ 2011, ໂຄງການຕິດຕັ້ງໄຟຟ້າເຂົ້າເຮືອນຂອງທຸກຄອບຄົວຢູ່ຕາແສງ ຕູລົງຈ່ຽງ ໄດ້ສໍາເລັດດ້ວຍດີທຸກບ້ານໃນຕາແສງແຫ່ງນີ້ ໄດ້ມີໄຟຟ້າໃຊ້ປະຫວັດສາດທີ່ໄຕ້ຕະກຽງນໍ້າມັນ ກໍໄດ້ສິ້ນສຸດລົງທັນທີທ່ານ ໂລຊິ້ວຊ່ານ ພ້ອມດ້ວຍເພື່ອນຮ່ວມງາມທັງຫລາຍ ຍັງໄດ້ສ້າງຫ້ອງການໄຟຟ້າປະຈຳຕາແສງແຫ່ງນີ້ເຮັດໃຫ້ປະຊາຊົນໃນເຂດພູດອຍ ສາມາດຊົມໃຊ້ການບໍລິການໄຟຟ້າທີ່ຄືກັນກັບປະຊາຊົນໃນຕົວເມືອງຫລັງຈາກນັ້ນເຂົາເຈົ້າຍັງໄດ້ປັບປຸງ ແລະ ຍົກລະດັບເຂື່ອນໄຟຟ້າ ແລະ ຕາໜ່າງໄຟຟ້າໃນຕາແສງເຮັດໃຫ້ຄຸນນະພາ ແລະ ການສະໜອງໄຟຟ້າມີຄວາມໝັ້ນທ່ຽງດີກວ່າເກົ່າຫລາຍເດືອນພຶດສະພາ ປີ 2014, ຕາແສງຕູລົງຈ່ຽງ ຍັງໄດ້ສ້າງຕາໜ່າງໄຟຟ້າສະເພາະຕາແສງລະດັບ 20 ກິໂລວັດແຫ່ງທໍາອິດສຳເລັດກ່ອນໝູ່ໃນທົ່ວປະເທດຈີນການຊົມໃຊ້ໄຟຟ້າຂອງປະຊາຊົນໄດ້ມີຄວາມຮັບປະກັນຫຼາຍກວ່າເກົ່າ

    ປີ 2019, ໂຄງການຕາໜ່າງໄຟຟ້າ  35 ກິໂລວັດຂອງຕາແສງຕູລົງຈ່ຽງ ໄດ້ເລີ່ມລົງມືກໍ່ສ້າງ.

 

ພະລັງໄຟຟ້າເຮັດໃຫ້ເຂດຊົນນະບົດມີການປ່ຽນແປງຢ່າງໃຫຍ່ຫລວງ

    ທ່ານ ລານເຊີນຟ່າ ແມ່ນພະນັກງານໄຟຟ້າທີ່ມີອາຍຸເກືອບ 40 ປີລາວໄດ້ເກີດຢູ່ບ້ານທີ່ຫ່າງໄກສອກຫລີກຂອງຕາແສງຢາງກູ, ເມືອງຊາງທີ່ແຂວງຟູຈ້ຽນເຊິ່ງຫ່າງຈາກເທດສະບານຕາແສງ  90 ກວ່າຫລັກກ່ອນລາວເຂົ້າຮຽນປະຖົມເວລາຮອດຍາມກາງຄືນແຕ່ລະຄອບຄົວມີພຽງແຕ່ດອກໄຟນ້ອຍໆດອກໜຶ່ງແສງໄຟບຶດລະແຈ້ງບຶດລະບໍ່ແຈ້ງໃນຍາມນັ້ນການມີດອກໄຟທີ່ຮຸ່ງແຈ້ງກໍກາຍເປັນຄວາມປາຖະໜາຂອງລາວ.

   ໃນປີທີ່ລາວອາຍຸ 6 ປີສາຍໄຟຟ້າໄດ້ເຊື່ອມຕໍ່ໄປຮອດບ້ານລານເຊີນຟ່າໃນທີ່ສຸດມື້ນັ້ນຊາວບ້ານໃຜໆກໍໄປຊ່ວຍວຽກກັນດ້ວຍຄວາມເບີກບານມ່ວນຊື່ນບາງຄົນຊ່ວຍຂົນເຄື່ອງບາງຄົນຊ່ວຍຫາບສາຍໄຟຟ້າໃຜໆກໍຫວັງຢາກໃຫ້ມີໄຟຟ້າໃຊ້ໂດຍໄວໃນຄໍ່າຄືນທຳອິດທີ່ມີໄຟຟ້າໃຊ້ລາວໄດ້ເຝົ້າເບິ່ງດອກໄຟຈົນ ເຖິງເວລາ 22ໂມງລາວເຫັນວ່າດອກໄຟຍັງຮຸ່ງຢູ່ ຈຶ່ງເຂົ້ານອນແບບສະບາຍໃຈ.

    ປະສົບການໃນຍາມນ້ອຍແບບນີ້ຄ່ອຍໆເຮັດໃຫ້ລາວເກີດມີຄວາມໄຝ່ຝັນກ່ຽວກັບໄຟຟ້າ.

    ເດືອນທັນວາປີ 2007, ຜ່ານການຝຶກສີມືແຮງງານເປັນເວລາສອງເດືອນທ່ານ ລານເຊີນຟ່າ ໄດ້ກາຍເປັນຊ່າງໄຟຕິດຕັ້ງກົງເຕີ້ ແລະ ຕໍ່ສາຍໄຟທີ່ເຮັດ ວຽກຢູ່ຫ້ອງການໄຟຟ້າແຕ່ບໍ່ນຶກບໍ່ຝັນວ່າພໍເຮັດວຽກພຽງເດືອນປາຍກໍພົບກັບໄພນໍ້າກ້າມຈາກຄວາມໜາວທີ່ຮ້າຍແຮງໃນຮອບ 50 ປີເມືອງຊາງທິ່ງຕັ້ງຢູ່ເຂດພູດອຍສາຍໄຟຟ້າສ່ວນໃຫຍ່ແມ່ນໄດ້ເນັ່ງຜ່ານປ່າໄມ້ເທິງພູພາຍຫລັງປະສົບກັບໄພຫິມະ ແລະ ນໍ້າກ້າມແລ້ວໄມ້ປ່ອງທີ່ຖືກຫິມະແລະນ້ຳກ້າມທັບຖົມໜາຂຶ້ນຈົນເຮັດໃຫ້ໄມ້ຫັກນັ້ນ ໄດ້ທັບໃສ່ສາຍໄຟຟ້າແລະເສົາໄຟຟ້າເຮັດໃຫ້ສາຍໄຟຟ້າຂາດ ແລະ ເສົາໄຟຟ້າຫັກໃນເວລາບໍ່ເທົ່າໃດມື້ຕາໜ່າງໄຟຟ້າທົ່ວເມືອງຊາງທີ່ງ ໄດ້ຮັບຄວາມເສຍຫາຍຢ່າງໜັກໜ່ວງເພື່ອຮັບມືກັບໄພຫິມະ ແລະ ນ້ຳກ້າມຄັ້ງນັ້ນທ່ານ ລານເຊີນຟ່າ ແລະເພື່ອນຮ່ວມງານທັງຫລາຍ ໄດ້ຂຸ້ນຂ້ຽວເຮັດວຽກແຂ່ງກັບເວລາເພື່ອສ້ອມແປງຕາໜ່າງໄຟຟ້າໃຫ້ສຳເລັດ.

    ທາງເທິງພູເຕັມໄປດ້ວຍນໍ້າກ້າມ ແລະ ຫິມມະລົດບໍ່ສາມາດແລ່ນຂຶ້ນໄປໄດ້ວັດສະດຸສຳລັບສ້ອມແປງຕາໜ່າງໄຟຟ້າທັງໝົດ ຕ້ອງອາໄສແຮງຄົນຂົນຂຶ້ນໄປຊາວບ້ານໃຜໆກໍໄດ້ມາຊ່ວຍ. ຜູ້ອາຍຸສູງທີ່ຫາບເຄື່ອງບໍ່ໄຫວກໍແຕ່ງອາຫານໄປ ສົ່ງໃຫ້ຜູ້ຂົນເຄື່ອງເມື່ອຮອດກາງຄືນຊາວບ້ານກໍພາກັນຕົ້ມນໍ້າຮ້ອນໃຫ້ທ່ານລານເຊີນຟ່າ ແລະເພື່ອນຮ່ວມງານຂອງລາວທັງຫລາຍ ເພື່ອອາບນໍ້າກ່ອນມື້ບຸນກຸດຈີນໄຟຟ້າກໍສາມາດສະໜອງໃຫ້ຊາວບ້ານໄດ້ຄືນໃໝ່ຊາວບ້ານທັງຫຼາຍ ໃຜໆກໍດີໃຈຫຼາຍ ແລະ ຊວນເຂົາເຈົ້າໄປກິນເຂົ້າຮ່ວມພາເພື່ອຕ້ອນຮັບປີໃໝ່ນໍາກັນທ່ານລານເຊີນຟ່າໄດ້ເຂົ້າໃຈເຖິງຄວາມໝາຍພິເສດຂອງບຸນກຸດຈີນປີນັ້ນທັງໄດ້ເຂົ້າໃຈຢ່າງເລິກເຊິ່ງກ່ຽວກັບຄວາມສໍາຄັນໃນການປົກປັກຮັກສາຕາໜ່າງໄຟຟ້າເພື່ອໃຫ້ໄຟຟ້າມີໃຊ້ໄດ້ຢ່າງໝັ້ນທ່ຽງ.

 

ພະລັງໄຟຟ້າເຮັດໃຫ້ເຂດຊົນນະບົດມີການປ່ຽນແປງຢ່າງໃຫຍ່ຫລວງ

    ປີ 2016, ທ່ານລານເຊີນຟ່າທີ່ລາຈາກຕາແສງຢາງກູເປັນເວລາ 9 ປີກໍໄດ້ກັບຄືນບ້ານເກີດ ແລະຖືກແຕ່ງຕັ້ງໃຫ້ເປັນຫົວໜ້າຫ້ອງການໄຟຟ້າຕາແສງຢາງກູຕາແສງຢາງກູມີພູຜາອ້ອມຮອບມີທິວທັດທໍາມະຊາດທີ່ສວຍງາມລາວຄິດວ່າການພັດທະນາຂະແໜງການທ່ອງທ່ຽວແມ່ນເລື່ອງທີ່ຈະເກີດຂຶ້ນບໍ່ໄວກໍຊ້າສະນັ້ນລາວຈຶ່ງຈັດເອົາໂຄງການປັບປຸງຕາໜ່າງໄຟຟ້າຢູ່ຕາແສງຢາງກູໃນລະດັບ 10 ກິໂລວັດເຂົ້າໃນບັນຊີລາຍຊື່ໂຄງການສໍາຮອງກໍເປັນດັ່ງທີ່ລາວຄາດຄະເນໄວ້ພາຍຫລັງໂຄງການປັບປຸງສໍາເລັດໄດ້ບໍ່ດົນໂຄງການພັດທະນາການທ່ອງທ່ຽວກໍໄດ້ເລີ່ມຕົ້ນຂຶ້ນຢ່າງເປັນທາງການ.

    ປີນີ້ເປັນປີທີ່ທ່ານລານເຊີນຟ່າເຮັດວຽກໄຟຟ້າຄົບຮອບ 15 ປີຄຽງຄູ່ກັບຍຸດທະສາດການພັດທະນາຊົນນະບົດໃຫ້ຈະເລີນຮຸ່ງເຮືອງ ໄດ້ຮັບການຈັດຕັ້ງ ປະຕິບັດຢ່າງບໍ່ຢຸດຢັ້ງ, ທ່ານລານເຊີນຟ່າໄດ້ເຫັນຊາວບ້ານຜູ້ໄປເຮັດວຽກຢູ່ໃນຕົວເມືອງ ໄດ້ກັບມາບ້ານເກີດເພື່ອປະກອບອາຊີບ ແລະສ້າງທຸລະກິດນັບມື້ນັບ ຫລາຍຂຶ້ນລາວກໍໄດ້ຮ່ວມກັບເພື່ອນຮ່ວມງານສຸມຄວາມພະຍາຍາມມາໂດຍຕະຫລອດເພື່ອປະກອບສ່ວນເຂົ້າໃນການສ້າງຊີວິດການເປັນຢູ່ອັນດີງາມໃຫ້ກັບຊາວບ້ານ.

ຄຳ​ເຫັນ

0