蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນ​ກ່າວ​ວ່າ: ຢ່າ​ກາຍ​ເປັນ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ວ່າ​ໂຈມ​ຕີ​ໄຊ​ເບີ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ

2022-02-08 15:22:34 CRI

ຈີນ​ກ່າວ​ວ່າ: ຢ່າ​ກາຍ​ເປັນ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ເພື່ອ​ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ວ່າ​ໂຈມ​ຕີ​ໄຊ​ເບີ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ_fororder_zhaolijian111

     ວັນ​ທີ 7 ກຸມ​ພານີ້, ໃນ​ກອງ​ປະ​ຊຸມ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ ໂຄ​ສົກ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ໄດ້​ກ່າວຕອບ​ໂຕ້​ກ່ຽວ​ກັບ​ເລື່ອງ​ທີ່ສື່ມວນ​ຊົນ​ອາ​ເມ​ຣິ​ກາ​ກ່າວ​ວ່າ: ​ຖືກ​ແຮ​ເກີ​ໂຈມ​ຕີ​ທາງ​ໄຊ​ເບີທີ່​ກ່ຽວ​ຂ້ອງ​ກັບ​ຈີນ. ໃນ​ເວ​ລາ​ຕອບ​ຄຳ​ຖາມ​ທີ່​ກ່ຽວ​ຂ້ອງ​ຂອງ​ນັກ​ຂ່າວ, ທ່ານ​ຈ້າວ​ລີ້​ຈ່ຽນ​ຊີ້​ໃຫ້​ເຫັນ​ວ່າ: “ຈີນ​ເດັດ​ດ່ຽວ​ຄັດ​ຄ້ານແລະ​ຕໍ່​ສູ້​ກັບ​ການ​ໂຈມ​ຕີ​ໄຊ​ເບີທຸກ​ຮູບ​ແບບ, ຈີນບໍ່​ເຄີຍ​ສົ່ງ​ເສີມ ແລະສະ​ໜັບ​ສະ​ໜູນ​ຫຼື​ຊ່ວຍ​ເຫຼືອ​ການ​ໂຈມ​ຕີ​ໄຊ​ເບີ, ຫຼັກ​ໝັ້ນ​ດັ່ງ​ກ່າວ​ແມ່ນ​ຈະ​ແຈ້ງ​ແລະ​ຈະ​ຍຶດ​ໝັ້ນຕໍ່​ໄປ​ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ. ໃນ​ໂລກ​ອິນ​ເຕີ​ເນັດ, ບໍ່​ແມ່ນຄວາມ​ຈິງທັງໝົດ, ການຊອກ​ຫາວ່າ​ໃຜ​ໂຈມ​ຕີ​ກໍຍາກຫຼາຍ, ຜູ້​ກະ​ທຳ​ຜິດ​ທາງ​ອອນ​ລາຍມີ​ຫຼາຍ​ຮູບ​ແບບ, ສະ​ນັ້ນ, ໃນ​ເວ​ລາ​ສືບ​ສວນແລະ​ຕັດ​ສິນ​ເຫດ​ການໂຈມ​ຕີ​ທາງ​ອິນ​ເຕີ​ເນັດ​ຄວນ​ມີ​ຫຼັກ​ຖານ​ທີ່​ສົມ​ບູນ​ແລະ​ພຽງ​ພໍ. ວິ​ສາ​ຫະ​ກິດ​ທີ່​ກ່ຽວ​ຂ້ອງ​ຄວນ​ເຄົາ​ລົບແລະ​ປະ​ຕິ​ບັດ​ຕາມ​ຈິດ​ໃຈດ້ານ​ວິ​ຊາ​ການ, ຫຼີກ​ລ່ຽງ​ບໍ່​ໃຫ້​ຕົນ​ກາຍ​ເປັນ​ຜູ້​ສົມ​ຮູ້​ຮ່ວມ​ຄິດ​ກັບບາງ​ປະ​ເທດ​ທີ່​ເສກ​ສັນ​ປັ້ນ​ແຕ່ງ​ສ້າງ​ຂ່າວ​ປອມ ໃສ່​ຮ້າຍ​ປ້າຍ​ສີ​ປະ​ເທດ​ອື່ນ​ເພື່ອ​ຈຸດ​ປະ​ສົງ​ທາງ​ການ​ເມືອງ.”​

ຄຳ​ເຫັນ

0