蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ສົ່ງ​ອອກ​ເຂົ້າ​ສານເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຈີນ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ

2022-02-08 14:09:06 CRI

ກຳ​ປູ​ເຈຍ​ສົ່ງ​ອອກ​ເຂົ້າ​ສານເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍ ຈີນ​ເປັນ​ຕະ​ຫຼາດ​ໃຫຍ່​ທີ່​ສຸດ_fororder_jianpuzhaimi

     ວັນ​ທີ 6 ກຸມ​ພານີ້, ສະ​ຫະ​ພັນ​ເຂົ້າເປືອກ​​ກຳ​ປູ​ເຈຍໄດ້ລາ​ຍ​ງານ​ວ່າ: ໃນ​ເດືອນ​ມັງ​ກອນ​ປີນີ້, ກຳ​ປູ​ເຈຍ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​ຈຳ​ນວນ 53.000 ໂຕນ, ໃນ​ນັ້ນ, ມີເກືອບ 60% ໄດ້​ສົ່ງ​ອອກ​ໄປ​ປະ​ເທດຈີນ.

     ບົດ​ລາຍ​ງານ​ຂອງ​ສະ​ຫະ​ພັນ​ເຂົ້າ​ເປືອກ​​ກຳ​ປູ​ເຈຍຊີ້​ໃຫ້​ເຫັນ​ວ່າ: ໃນ​ເດືອນ​ມັງ​ກອນ​ປີນີ້, ກຳ​ປູ​ເຈຍ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​ໄປ 34 ປະ​ເທດ​ແລະ​ເຂດ​ແຄວ້ນ​ຈຳ​ນວນ 53.000 ໂຕນ, ເພີ່ມຂຶ້ນ 54,7% ເມື່ອ​ທຽບ​ໃສ່​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ, ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 35,72 ລ້ານ​ໂດ​ລາ. ບົດ​ລາຍ​ງານ​ຍັງ​ຊີ້​ໃຫ້​ເຫັນ​ວ່າ: ຈີນ​ຍັງ​ເປັນ​ຕະ​ຫຼາດການສົ່ງ​ອອກເຂົ້າ​ສານ​ທີ່​ໃຫຍ່​ທີ່​ສຸດຂອງ​ກຳ​ປູ​ເຈຍ. ໃນ​ເດືອນ​ມັງ​ກອນ​ປີນີ້, ກຳ​ປູ​ເຈຍ​ໄດ້​ສົ່ງ​ອອກ​ເຂົ້າ​ສານ​ໄປ​ປະ​ເທດຈີນ​ຈຳ​ນວນ 31.000 ໂຕນ, ກວມຍອດ​ປະ​ລິ​ມານ​ການ​ສົ່ງ​ອອກ 59%.

ຄຳ​ເຫັນ

0