吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈີນໄດ້ອຸທິດສະຕິປັນຍາ ແລະ ແຜນການຂອງຕົນໃຫ້ກັບການຜະລິດເຂົ້ານາຂອງໂລກ

2022-02-09 16:44:51 cri

ຈີນໄດ້ອຸທິດສະຕິປັນຍາ ແລະ ແຜນການຂອງຕົນໃຫ້ກັບການຜະລິດເຂົ້ານາຂອງໂລກ

    ເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ ເປັນເຂົ້ານາທີ່ສາມາດອອກຮວງ ໄດ້ຫລາຍປີໝາຍຄວາມວ່າປູກເທື່ອໜຶ່ງສາມາດເກັບກ່ຽວໄດ້ສອງເທື່ອສາມເທື່ອໃນໜຶ່ງປີຈົນເຖິງສອງປີສາມປີແນວພັນດັ່ງກ່າວແມ່ນພັນປະສົມຈາກເຂົ້າສາຍພັນທີ່ມັກເກີດຢູ່ຕາມທຳມະຊາດຢູ່ອາຣີກາ ກັບ ເຂົ້ານາພັນພື້ນເມືອງແຂວງຢູນນານ  ຈີນເຊິ່ງເປັນການປະດິດສ້າງໃໝ່ເຂົ້ານາທີ່ມີຢູ່ໃນປັດຈຸບັນນີ້ປົກກະຕິແລ້ວປູກເທື່ອໃດກໍເກັບກ່ຽວເທື່ອນັ້ນແຕ່ເຂົ້ານາພັນປະສົມດັ່ງກ່າວ ສາມາດເກັບກ່ຽວໄດ້ຫລາຍປີ ເຊິ່ງບໍ່ພຽງແຕ່ສາມາດຫລຸດການອອກແຮງງານ  ແລະ ການລົງທຶນຂອງປະຊາຊົນໃຫ້ໜ້ອຍລົງໄດ້ເທົ່ານັ້ນຍັງເປັນເຕັກນິກການຜະລິດເຂົ້ານາທີ່ສະດວກສະບາຍ ແລະ ງ່າຍດາຍຊະນິດໜຶ່ງນຳອີກ.

  ວັນທີ 24 ຕຸລາ 2021, ກອປະຊຸມກ່ຽວກັບການທັດສະນະສຶກສາ ແລະ ກວດກາຜົນຜະລິດເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີລະດັບຊາດ ໄດ້ຈັດ ຂຶ້ນຢູ່ເມືອງຢວນຈ່ຽງນະຄອນຢວີ້ຊີ່ແຂວງຢູນນານ ສປ ຈີນຜູ້ຊ່ຽວຊານ ແລະ ນັກວິຊາການດ້ານເຕັກນິກກະສິກຳທີ່ມາຈາກແຫ່ງໆທົ່ວປະເທດຈີນ ໄດ້ເຂົ້າຮ່ວມ ໃນງານດັ່ງກ່າວ ເພື່ອຄົ້ນຄວ້າ ແລະ ກວດກາການຜະລິດຂອງເຂົ້ານາທີ່ເກັບກ່ຽວໄດ້ຫລາຍປີ ເຊິ່ງເປັນໂຄງການທີ່ມີຊື່ຫຍໍ້ວ່າ ຢູນຕ້າ 107 (ຫຼື ມີຄວາມໝາຍວ່າ ມະຫາວິທະຍາໄລຢູນນານ 107) ທີ່ປູກຝັງຢູ່ທ້ອງຖິ່ນໂດຍໜ່ວຍງານຂອງສາສະດາຈານ ຮູເຟີ້ງຢີ້ ຂອງມະຫາວິທະຍາໄລຢູນນານໃນເນື້ອທີ່ 20 ເຮັກຕາໂຄງການນີ້ ໄດ້ຖືກຂະຫຍາຍໃຫ້ກວ້າງອອກຢູ່ເມືອງຢວນຈ່ຽງເລີ່ມແຕ່ປີ 2021 ນີ້ເປັນຕົ້ນມາເຊິ່ງເປັນການສະໜອງທາງເລືອກອີກສາຍພັນໜຶ່ງໃຫ້ກັບຊາວເຜົ່າຮານີ ທີ່ຖືເອົາ ການປູກເຂົ້ານາຂັ້ນໄດເປັນຕົ້ນຕໍເປັນພັນປີມາແລ້ວທັງເປັນການປະດິດສ້າງຮູບແບບເຕັກນິກດ້ານກະສິກໍອັນໃໝ່ໃຫ້ກັບວຽກງານພັດນາຊົນນະບົດໃຫ້ຈະເລີນຂຶ້ນຢູ່ເຂດປູກຝັງ.

    ໜ່ວຍງານຂອງສາສະດາຈານ ຮູເຟີ້ງຢີ້ ໄດ້ເລີ່ມຄົ້ນຄວ້າເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີນັ້ນ ມາແຕ່ປີ 1997, ໂດຍໄດ້ຮັບການຮ່ວມມືຈາກພາກສ່ວນທີ່ກ່ຽວຂ້ອງ ແລະ ພາຍໃຕ້ການສະໜັບສະໜູນຈາກອົງການປົກຄອງແຂວງຢູນນານຫຼັງຈາກສຶກສາຄົ້ນຄວ້າເປັນເວລາ 24 ປີຈຶ່ງໄດ້ເຮັດໃຫ້ເຂົ້ານາປະກົດມີ ຈຸດພິເສດບາງຢ່າງຂອງເຂົ້າທີ່ເກີດຕາມທຳມະຊາດແລ້ວໄດ້ຮັບຜົນສຳເລັດໃນ ການບົ່ມເພາະເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີເຊິ່ງເປັນການປະດິດສ້າງໃໝ່ດ້ານການບົ່ມເພາະແນວພັນໃໝ່ຂອງເຂົ້ານາໃນທົ່ວປະເທດຈີນປີ 2016, ໄດ້ເລີ່ມທົດລອງປູກຢູ່ທົ່ງນາຜ່ານການທົດລອງປູກເປັນເວລາຫລາຍປີ,  ຈຶ່ງປະສົບຜົສຳເລັດໃນຂັ້ນຕອນທົດລອງຕ່າງໆ ເຊັ່ນລັກສະນະເຂົ້າທີ່ລຶ້ງກັບສະພາບແວດລ້ອມຄວາມໝັ້ນທ່ຽງຜົນເກັບກ່ຽວການປ້ອງກັນ ແລະ ປາບສັດຕູພືດ ແລະອື່ນໆຜົນສຳເລັດຂອງການທົດລອງເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ ບໍ່ສາມາດຕັດແຍກອອກຈາກຄວາມຕັ້ງໃຈຢ່າງບໍ່ລົດລະ ແລະ ການທຸ່ມເທເຫື່ອແຮງຂອງໜ່ວຍງານຄົ້ນຄວ້າວິທະຍາສາດໄດ້ໜ່ວຍງານດັ່ງກ່າວ ໄດ້ເປີດເສັ້ນທາງໃໝ່ໃຫ້ກັບການພັດທະນາເຂົ້ານາຕາມທິດສີຂຽວ ແລະ ກາກບອນຕ່ຳ.

ຈີນໄດ້ອຸທິດສະຕິປັນຍາ ແລະ ແຜນການຂອງຕົນໃຫ້ກັບການຜະລິດເຂົ້ານາຂອງໂລກ

    ຜ່ານການຄິດໄລ່ ແລະ ກວດກາຂອງໜ່ວຍງານຜູ້ຊ່ຽວຊານສະມັດຕະພາບ ການຜະລິດຂອງເຂົ້ານາປີສາຍພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ “ຢູນຕ້າ 107” ໃນເນື້ອທີ່ 20 ເຮັກຕາຢູ່ເມືອງຢວນຈ່ຽງນັ້ນ ແມ່ນ 6,97 ໂຕນຕໍ່ເຮັກຕານອກນັ້ນ, ຕາມການຄິດໄລ່ຂອງສູນເຜີຍແຜ່ເຕັກນິກກະສິກຳນະຄອນວີ້ຊີ່ໃຫ້ຮູ້ວ່າ: ສະມັດ ຕະພາບການຜະລິດເຂົ້ານາແຊງແມ່ນ 9,83 ໂຕນຕໍ່ເຮັກຕາເມື່ອບວກເຂົ້າກັນ ແລ້ວ, ສະມັດຕະພາບການຜະລິດທັງສອງລະດູກໍແມ່ນ 16,ໂຕນຕໍ່ເຮັກຕາເຊິ່ງໄດ້ຫລາຍກວ່າເປົ້າໝາຍທີ່ຄາດໄວ້.

    ການປູກເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ ສາມາດຫລຸດຈຳນວນການໃສ່ຢາປາບສັດຕູພືດ ແລະ ປຸຍ ເຊິ່ງເປັນການອະນຸລັກສິ່ງແວດລ້ອມນອກນີ້ ແຕ່ລະເຮັກຕາ ຍັງສາມາດປະຢັດຕົ້ນທຶນດ້ານແຮງງານປຸຍ ແລະຢາປາບສັດຕູພືດໄດ້ຫລາຍກວ່າ 7.500 ຢວນມາຮອດເດືອນຕຸລາປີນີ້ແຂວງຢູນນານໄດ້ມີ  12 ກິ່ງແຂວງ ແລະນະຄອນ ໄດ້ເຜີຍແຜ່ວິທີການປູກເຂົ້ານາສາຍພັນນີ້ໃນເນື້ອທີ່ 8.600 ກວ່າເຮັກຕາໃນຂະນະທີ່ເຂົ້ານາສາຍພັນນີ້ຖືກເຜີຍແຜ່ຢູ່ແຂວງຢູນານ ນັ້ນເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ ຍັງໄດ້ຖືກເຜີຍແຜ່ ແລະ ປູກຝັງຢູ່ຫລາຍແຂວງ ເຊັ່ນແຂວງເຮີນານຮູເປີຍຈ່ຽງຊີ່ກວາງຕຸ້ງເຂດກວາງຊີແຂວງກຸ້ຍໂຈ່ວໄຫຫລຳ ແລະແຂວງອື່ນໆເຕັກນິກເຂົ້ານາພັນປະສົມທີ່ເກັບກ່ຽວໄດ້ຫລາຍປີ ກໍໄດ້ທົດລອງສາທິດຢູ່ຫຼາຍປະເທດທີ່ລຽບຕາ “ໜຶ່ງແລວໜຶ່ງເສັ້ນທາງ”, ເຊັ່ນລາວມຽນມາໄທບັງກາລາເທດອີຣານອູກັນດາເອທິໂອປີ ແລະປະເທດອື່ນໆເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມສາມາດບົ່ມຊ້ອມດ້ານການ ພັດທະນາຢ່າງຫຼວງຫຼາຍ ແລະ ມີອະນາຄົດອັນສົດໃສເຊິ່ງເປັນການອຸທິດສະຕິປັນຍາ ແລະ ແຜນການຂອງຈີນໃຫ້ກັບການຜະລິດເຂົ້ານາຂອງໂລກ.

    ຄຳບູຮານຈີນກ່າວໄວ້ວ່າ: “ປະຊາຊົນຖືອາຫານການກິນເປັນສິ່ງສຳຄັນອັນ ດັບໜຶ່ງ”ໃນປະຫວັດສາດ, ປະຊາຊົນຈີນເຄີຍພົບພໍ້ບັນຫາທີ່ຂາດແຄນອາຫານເປັນເວລາຍາວນານພາຍຫລັງ  ຈີນສະຖາປະນາຂຶ້ນແລ້ວປະຊາຊົນຈີນກໍໄດ້ເພິ່ງພາອາໄສຄວາມສາມາດຂອງຕົນ ເພື່ອບັນລຸເປົ້າໝາຍການກຸ້ມຕົນເອງ ດ້ານເຂົ້າກິນໂດຍພື້ນຖານຫລາຍປີມໍ່ໆມານີ້ຈີນບໍ່ພຽງແຕ່ໄດ້ແກ້ໄຂບັນຫາເຂົ້າກິນໃຫ້ກັບພົນເມືອງ 1,4 ຕື້ກວ່າຄົນແລ້ວເທົ່ານັ້ນຍັງໄດ້ບັນລຸການປ່ຽນແປງຄັ້ງປະຫວັດສາດຈາກ ການກິນບໍ່ອິ່ມ” ເຖິງ ການກິອິ່ມ ຈົນຮອດ “ການກິນດີຜົນຜະລິດທັນຍາຫານໄດ້ເພີ່ມຂຶ້ນ 17 ປີລຽນຕິດຍອດປະລິມານຜົນຜະລິດທັນຍາຫານຕໍ່ປີ ໄດ້ຫລາຍກວ່າ 650 ລ້ານໂຕນໃນ 6 ປີລຽນຕິດຍອດຜົນຜະລິດໝາກໄມ້ຜັກຊາຊີ້ນໄຂ່ປາ ແລະອື່ນໆເປັນອັນດັບ 1 ຂອງໂລກປັດຈຸບັນສະເລ່ຍແລ້ວ, ປະຊາຊົນຈີນມີສະບຽງອາຫານຫລາຍກວ່າ 474,4 ກິໂລຕໍ່ຄົນເຊິ່ງຫລາຍກວ່າມາດຕະຖານຄວາມໝັ້ນຄົງດ້ານສະບຽງອາຫານຂອງສາກົນ ຄື: 400 ກິໂລໃນຖານະທີ່ເປັນປະເທດພວມພັດທະນາທີ່ໃຫຍ່ທີ່ສຸດໃນໂລກປະຊາຊົນຈີນສາມາດແກ້ໄຂບັນຫາເຂົ້າກິນດ້ວຍຕົນເອງ.

 

ຈີນໄດ້ອຸທິດສະຕິປັນຍາ ແລະ ແຜນການຂອງຕົນໃຫ້ກັບການຜະລິດເຂົ້ານາຂອງໂລກ

    ໃນຂະນະທີ່ສາມາດເຮັດໃຫ້ຜົນຜະລິດທັນຍາຫານເພີ່ມຂຶ້ນຈີນຍັງໄດ້ປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນການຊຸກຍູ້ການບັນລຸການລຶບລ້າງຄວາມອຶດຫິວ ແລະ ຄວາມທຸກຍາກຂອງໂລກຕົວເລກສະຖິຕິທີ່ລັດຖະບານຈີນໄດ້ປະກາດໃນເດືອນກັນຍາປີນີ້ສະແດງໃຫ້ເຫັນວ່າຈີນໄດ້ຖ່າຍທອດເຕັກນິກຫລາຍກວ່າ 1.500 ລາຍການໃຫ້ກັບຫລາຍປະເທດ ໃນຂົງເຂດການປູກຝັງລ້ຽງສັດຊົນລະປະທານການປຸງແຕ່ງຜະລິດຕະພັນກະສິກຳ ແລະອື່ນໆ.

    ນອກຈາກນັ້ນແລ້ວຈີນຍັງໄດ້ຕັ້ງໜ້າຊຸກຍູ້ໃຫ້ປະຊາຄົມໂລກເພີ່ມທະວີການປະສານງານດ້ານນະໂຍບາຍຍົກສູງຄວາມສາມາດໃນການຄຸ້ຄອງການຜະລິດ ທັນຍາຫານ ແລະກະສິກຳທົ່ວໂລກ, ຊຸກຍູ້ໃຫ້ປະເທດຕ່າງໆບັນລຸກົດລະບຽບສາກົນທີ່ສົມເຫດສົມຜົນໃນການຫລຸດຜ່ອນຄວາເສຍຫາຍ, ການຂົນສົ່ງການກັກ ກັນພະຍາດການຄ້າຂາເຂົ້າ-ຂາອອກດ້ານສະບຽງອາຫານ ແລະອື່ນໆເພື່ອສົ່ງເສີມໃຫ້ເກີດມີລະບຽບທີ່ຍຸດຕິທຳ ແລະເປັນທຳໃນຕະຫລາດສະບຽງອາຫານຂອງສາກົນ.

ຄຳ​ເຫັນ

0