秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?

2022-02-09 12:07:14 cri

 

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?_fororder_89347a1c17c8ba37ae05962f571e29d

ຫວ່າງມໍ່ໆມານີ້,ສັດ​ນຳ​ໂຊກ“ປີ່ງຕຸ່ນຕຸ່ນ” ທີ່ເປັນຮູບໝີແພນດາສຳ​ລັບ ງານກິລາໂອລິມປິກລະດູໜາວປັກກິ່ງ ໄດ້ຮັບຄວາມນິຍົມຫຼາຍທີ່ສຸດຈົນຫາຊື້​ໄດ້ຍາກ. ຕໍ່ກັບເລື່ອງນີ້, ໂຄສົກຄະນະກໍາມະການຈັດງານກິລາໂອລິມປິກລະດູໜາວປັກກິ່ງໄດ້ໃຫ້ຄໍາຕອບວ່າ: ກໍາລັງປະສານງານກັບຝ່າຍຕ່າງໆທີ່ກ່ຽວຂ້ອງ ເພື່ອເພີ່ມການຜະລິດ ສັດ​ນຳ​ໂຊກ“ປີ່ງຕຸ່ນຕຸ່ນ”. ເປັນຫຍັງ“ປີ່ງຕຸ່ນຕຸ່ນ”ຈຶ່ງໄດ້ຮັບຄວາມນິຍົມຈາກ​ຄົນທັງຫຼາຍ?

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?_fororder_a09b59ea7551fd5e3ee745ef9a74830

“ປີ່ງ”ໃນພາສາຈີນໝາຍຄວາມວ່າ ນໍ້າກ້ອນ, ເປັນສັນຍາລັກແຫ່ງຄວາມບໍລິສຸດ ແລະຄວາມ​ເດັດ​ດ່ຽວ ເຊິ່ງກໍເປັນເອກະລັກຂອງງານກິລາໂອລິມປິກລະດູໜາວ. “ຕຸ່ນຕຸ່ນ”ໝາຍເຖິງຄວາມແຂງແຮງ, ເປັນສັນຍາລັກຂອງຮ່າງກາຍທີ່ແຂງແຮງ ແລະ​ຈິດ​ໃຈ​ອົດ​ທົນໜຽວແໜ້ນຂອງນັກກິລາໂອລິມປິກລະດູໜາວ ທັງເປັນສັນຍາລັກແຫ່ງຈິດໃຈໂອລິມປິກທີ່​ສ້າງ​ກຳ​ລັງ​ໃຈ​ໃຫ້​ຄົນ​ທັງຫຼາຍ.

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?_fororder_aa825f4b2e8b5415662b5d90d7ba4b5

 “ປີ່ງຕຸ່ນຕຸ່ນ”ໃສ່ຊຸດນໍ້າກ້ອນ ເຊິ່ງອອກແບບມາຈາກອາຫານພື້ນເມືອງຊະນິດໜຶ່ງຂອງປັກກິ່ງ ຄື ໝາກໄມ້​ເຄືອບນໍ້າຕານ. ໝວກຂອງ“ປີ່ງຕຸ່ນຕຸ່ນ” ແມ່ນອອກແບບມາຈາກໝວກກັນກະທົບສໍາລັບ​ນັກກິລາ​ຫິ​ມະ ແລະ​ນ້ຳ​ກ້ອນ. ຮູບວົງມົນຫຼາຍສີອ້ອມ​ໃບໜ້າ “ປີ່ງຕຸ່ນຕຸ່ນ”ແມ່ນອອກແບບມາຈາກສະ​ໜາມ​ກິ​ລາສະກີຄວາມໄວແຫ່ງຊາດຈີນ.

ເປັນຫຍັງສັດນໍາໂຊກ“ປີ່ງຕຸ່ນຕຸ່ນ” ຈຶ່ງໄດ້ຮັບຄວາມນິຍົມທີ່ສຸດຈາກຄົນທັງຫຼາຍ?_fororder_b48d61e1dbb6ef598e78178a59db18b

ກ່ອນອອກແບບ“ປີ່ງຕຸ່ນຕຸ່ນ”, ນັກອອກແບບຍັງໄດ້ໄປສັງເກດເບິ່ງທ່າຍ່າງຂອງໝີແພນດາ ແລະຈຶ່ງໄດ້ອອກແບບ“ປີ່ງຕຸ່ນຕຸ່ນ”ໃຫ້ຄືໝີແພນດາທີ່ສຸດ ທີ່ໜ້າຮັກພິເສດ.

ນອກນີ້, “ປີ່ງຕຸ່ນຕຸ່ນ” ຍັງໄດ້ສະແດງໃຫ້ເຫັນເຖິງຄວາມນິຍົມທີ່ໄຮ້ພົມແດນ. ເມື່ອສົມເດັດ ອານ​ເບີດ ອາ​ເລັກ​ຊານ​ເດີ ຫລຸຍ ປີ​ແອ ກ​ຣີ​ມັນ​ດີ ຂອງໂມ​ນາ​ໂກ ໄດ້​ຮັບຮູບ​ປັ້ນ“ປີ່ງຕຸ່ນຕຸ່ນ”​ທີ່ເຮັດ​ດ້​ວຍ​ແປ້ງ​ໂຕ​ໜຶ່ງ​ແລ້ວ ​ພະ​ອົງ​ຍັງ​ຮ້ອງ​ຂໍໃຫ້​ພະ​ນັກ​ງານເຮັດໃຫ້​ພະ​ອົງ​ອີກ​ໂຕ​ໜຶ່ງ. ທ້າວຫຼີວ​ຊ້າວຫຼີນ, ນັກ​ກິ​ລາ​ສະ​ເກັດ​ຈາກຮົງ​ກາ​ຣີ ໄດ້​ຮັບ​ຕຸກ​ກະ​ຕາ“ປີ່ງຕຸ່ນຕຸ່ນ”​ໂຕ​ໜຶ່ງ​ຍ້ອນລາວ​ຍາດ​ໄດ້ຫຼຽນ​ທອງ​ໃນ​ການ​ແຂ່ງ​ຂັນ ແລະ​ເວົ້າ​ວ່າ: ​ຂ້ອຍ​ມີ​ນ້ອງ​ສາວ​ຄົນ​ໜຶ່ງ​ທີ່​ອາ​ຍຸໄດ້ 3 ປີ, ສະ​ນັ້ນ, ຂ້ອຍ​ຢາກ​ໄດ້ຫຼຽນ​ອີກ​ຫຼຽນ​ໜຶ່ງ ​ເພື່ອໄດ້“ປີ່ງຕຸ່ນຕຸ່ນ”​​ອີກ. ໂຕ​ນີ້​ຂ້ອຍ​ຈະ​ໃຫ້​ຕົນ​ເອງ.ນາງ ນາ​ຕາ​ລີ ຕາ​ສ​ເລ​ໂຣ​ວາ, ນັກ​ກິ​ລາ​ສະ​ເກັດຈາກ​ປະ​ເທດ​ເຊັກ ຮູ້​ສຶກ​ຕື່ນ​ເຕັ້ນ​ດີໃຈ​ເກືອບ​ຈະ​ຮ້ອງ​ໄຫ້ ເມື່ອ​ໄດ້​ຮັ​ບ​ຕຸກ​ກະ​ຕາ“ປີ່ງຕຸ່ນຕຸ່ນ”.

ສັດ​ນຳ​ໂຊກ“ປີ່ງຕຸ່ນຕຸ່ນ” ເປັນ​ຕົວ​ແທນ​​ພາບ​ພົດ​ຂອງ​ຈີນ, ເປັນ​ຜົນ​ງານ​ຂອງ​ປະ​ຊາ​ຊົນ​ຈີນ ທັງ​ເປັນ​ການ​ປະ​ສານ​ສົມ​ທົບ​ລະ​ຫວ່າງວັດ​ທະ​ນະ​ທຳ​ຈີນ ກັ​ບ​ໂອ​ລິມ​ປິກ. ນີ້​ເປັນ​ຂອງ​ຂວັນ​ທີ່​ລ້ຳ​ຄ່າ ທີ່​ຄະ​ນະ​ກຳ​ມະ​ງານ​ຈັດການ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ ແລະ​ປະ​ເທດ​ຈີນ ມອບ​ໃຫ້​ກິ​ລາ​ໂອ​ລິມ​ປິກ ກໍ​ຄື​ໃຫ້​ກັບໂລກ.

ຄຳ​ເຫັນ

0