蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ

2022-02-09 11:12:35 CRI

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_3

     ວັນ​ທີ 8 ກຸມ​ພານີ້, ຟີ​ລິບ​ປິນ​ໄດ້​ເຂົ້າ​ສູ່​ໄລ​ຍະ​ການ​ຫາ​ສຽງເລືອກ​ຕັ້ງ​ລະ​ດັບ​ປະ​ເທດ​ແລະ​ທ້ອງ​ຖິ່ນຢ່າງ​ເປັນ​ທາງ​ການເຊິ່ງຈະ​ດຳ​ເນີນ​ໄປ​ເປັນ​ເວ​ລາ 90 ວັນ, ໃນ​ມື້​ດຽວ​ກັນ, ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງຄົນສຳ​ຄັນຕ່າງກໍ່​ໄດ້​ຈັດ​ງານໂຮມ​ຊຸມ​ນຸມ​ເພື່ອຫາ​ສຽງສະ​ໜັບ​ສະ​ໜູນຈາກ​ຜູ້​ມີ​ສິດ​ເລືອກ​ຕັ້ງ​ຫຼາຍກວ່າ​ເກົ່າ.

     ອີງ​ຕາມ​ບັນ​ຊີ​ລາຍ​ຊື່​ທີ່​ໄດ້​ຮັບ​ການ​ຢື​ນ​ຢັນ​ຈາກ​ຄະ​ນະ​ກຳ​ມະ​ການ​ການເລືອກ​ຕັ້ງຂອງ​ຟີ​ລິບ​ປິນ, ມີຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ 10 ທ່ານ​ຈະລົງ​ແຂ່ງ​ຂັນ​ຮັບ​ເລືອກ​ຕັ້ງເປັນປະ​ທາ​ນາ​ທິ​ບໍ​ດີ​ສະ​ໄໝ​ໜ້າ. ຜົນການ​ຢັ່ງ​ຫາງ​ສຽງຫຼາຍ​ຄັ້ງ​ສະ​ແດງ​ໃຫ້​ເຫັນ​ວ່າ: ທ່ານ​ເຟີ​ດິ​ນານ​ດ໌ ເອ​ມາ​ນຸ​ເອວ ເອ​ດ​ຣາ​ລິນ ມາ​ຄົ​ສ ລູກ​ຊາຍ​ຂອງ​ທ່ານ​ເຟີ​ດິ​ນານ​ດ໌ ມາ​ຄົ​ສ ອະ​ດີດ​ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິບ​ປິນ​ໄດ້​ຮັບ​ສຽງ​ສະ​ໜັບ​ສະ​ໜູນ​ຫຼາຍກວ່າ​ທ່ານນາງ​ໄລ​ນີ ໂຣ​ເບ​ຣ​ໂດ ຮອງ​ປະ​ທາ​ນາ​ທິ​ບໍ​ດີ​ຄົນປະ​ຈຸ​ບັນ ແລະ​ຜູ້​ສະ​ໝັກ​ຮັບ​ເລືອກ​ຕັ້ງ​ທ່ານ​ອື່ນໆ​ຢ່າງ​ຫຼວງ​ຫຼາຍ. ທ່ານ​ນາງ​ຊາ​ຣາ ດູເຕີ​ເຕ ຄາ​ປິ​ໂອ ລູກ​ສາວ​ກົກ​ຂອງ​ທ່ານ​ດູ​ເຕີ​ເຕ ປະ​ທາ​ນາ​ທິ​ບໍ​ດີ​ຟີ​ລິ​ບ​ປິນຄົນ​ປະ​ຈຸ​ບັນ ເຈົ້າ​ເມືອງ​ດາ​ວໍ​ຈະລົງ​ແຂ່ງ​ຂັນ​ເລືອກ​ຕັ້ງເປັນ​ຮອງ​ປະ​ທາ​ນາ​ທິ​ບໍ​ດີ.

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_2

     ຕາມ​ແຜນ​ການ, ຟີ​ລິບ​ປິນຈະ​ຈັດ​ການ​ເລືອກ​ຕັ້ງ​ລະ​ດັບ​ປະ​ເທດ​ແລະ​ທ້ອງ​ຖິ່ນ​ໃນ​ວັນ​ທີ 9 ພຶດ​ສະ​ພາ​ປີນີ້, ຈະ​ເລືອກ​ຕັ້ງ​ປະ​ທາ​ນາ​ທິ​ບໍ​ດີ​ ຮອ​ງ​ປະ​ທາ​ນາ​ທິ​ບໍ​ດີ ສະ​ມາ​ຊິກ​ລັດ​ຖະ​ສະ​ພາ ຜູ້​ປົກ​ຄອງແລະ​ສະ​ມາ​ຊິກ​ສະ​ພາ​ທ້ອງ​ຖິ່ນ​ສະ​ໄໝ​ໃໝ່.

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_1

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_4

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_5

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_6

ຟີ​ລິບ​ປິນ​ເລີ່ມ​ຫາ​ສຽງເລືອກ​ຕັ້ງທົ່ວ​ປະ​ເທດ​ແລະ​ທ້ອງ​ຖິ່ນ_fororder_7

ຄຳ​ເຫັນ

0