秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຄວາມນິຍົມສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ

2022-02-10 17:04:11 cri

ຄວາມນິຍົມສັດນຳໂຊກ “ປີ່ງຕຸ່ນຕຸ່ນ” ສຳລັບງານກິລາໂອລິມປິກລະດູໜາວປັກກິ່ງ_fororder_04

ໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລ​ະ​ດູ​ໜາວ​ປັກ​ກິ່ງ, ສັດ​ນຳ​ໂຊກ​ “ປີ່ງ​ຕຸ່ນ​ຕຸ່ນ” ທີ່​ເປັນ​ຮູບ​ໝີ​ແພນ​ດາ ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ. ຢູ່​ທົ່ວ​ປະ​ເທດ​ຈີນ​ໄດ້​ເກີດ​ມີ “ກະ​ແສນິ​ຍົມປີ່ງ​ຕຸ່ນ​ຕຸ່ນ” ​ເຊິ່ງ​ຮ້ານ​​ຂາຍ​ເຄື່ອງ​ທີ່ລະ​ນຶກ​ໂອ​ລິມ​ປິກ​ລະ​ດູ​ໜາວ​​ປັກ​ກິ່ງທາງ​ອອນ​ລາ​ຍ​ໄດ້​ຂາຍ​ໝົດ​ກ້ຽງໃນ​ທັນ​ທີ​​ໃນ​ຂະ​ນະ​ທີ່​ເປີດ​ຂາຍ​ລ່​ວ​ງ​ໜ້າ, ສ່ວນ​​ຮ້ານ​​ທາງ​ອັອ​ຟ​ລາຍ ກໍ​ຍິ່ງ​ຂາຍ​ໄດ້​ດີ​ຈົນ​ຕ້ອງ​ລຽນ​​ແຖວໄປ​ຊື້. ເປັນ​ຫຍັງສັດ​ນຳ​ໂຊກ​ “ປີ່ງ​ຕຸ່ນ​ຕຸ່ນ” ​ຈຶ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ທີ່​ສຸດ?

ການ​ຊອກ​ຊື້ “ປີ່ງ​ຕຸ່ນ​ຕຸ່ນ” ​ໄດ້​ຍາກ ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນ​ວ່າ: ​ອຸດ​ສາ​ຫະ​ກຳ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ​ໄດ້​ຮັບ​ການ​ພັດ​ທະ​ນາ​ຢ່າງຫຼວງຫຼາຍ. ສັດ​ນຳ​ໂຊກ​ “ປີ່ງ​ຕຸ່ນ​ຕຸ່ນ” ມີ​ຮູບ​ຊົງ​ທີ່​ສະ​ກົດ​ສາຍ​ຕາ ແລະ​ມີ​ລັກ​ສະ​ນະ​ການ​ອອກ​ແບບ​ຄ້າຍ​ຄື​ນັກ​ບິນ​ອະ​ວະ​ກາດ ​ທີ່ເຮັດ​ໃຫ້​ຄົນ​ທັງຫຼາຍ​ເຫັນ​ແລ້ວ​ຢາກ​ໄດ້​ໂລດ. ​ເທື່ອນີ້​ກໍ​ເປັນ​ຄັ້ງ​ທຳ​ອິດ​ທີ່​ປະ​ເທດ​ຈີນ​ເປັນ​ປະ​ເທດ​ເຈົ້າ​ພາບ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ​ຄົນ​ທັງຫຼາຍ​ພາ​ກັນ​ໄປ​ຊື້​ສັດ​ນຳ​ໂຊກ​ສຳ​ລັບ​ງານກິ​ລາ​ຄັ້ງ​ນີ້ ​ເພື່ອ​ເກັບ​ໄວ້ເປັນ​ຂອງ​​ທີ່ລະ​ນຶກ ​ເຊິ່ງ​ເປັນ​ເລື່​ອງ​ທີ່​ສົມ​ເຫດ​ສົມ​ຜົນ. ນອກ​ນີ້, ຈີນ​ກໍ​​ຍັງໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດ​ໃຫ້ “​ປະ​ຊາ​ກອນ 300 ລ້ານ​ຄົນ​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ” ສຳ​ເລັດ ​ໄດ້​ເຮັດ​ໃຫ້​​ຜູ້​ນິ​ຍົມກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ​ເພີ່ມ​ຂຶ້ນຫຼາຍກວ່າ​ເກົ່າ. ການ​ຊອກ​ຊື້ສັດ​ນຳ​ໂຊກ “ປີ່ງ​ຕຸ່ນ​ຕຸ່ນ” ​ໄດ້​ຍາກ ກໍ​ເປັນ​ການ​ສ່ອງ​ແສງ​ໃຫ້​ເຫັນວ່າ: ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງໄດ້​ຮັບ​ຄວາມ​ສົນ​ໃຈ​ທີ່​ສຸດ ແລະ​ການ​ຈັດ​ຕັ້ງປະ​ຕິ​ບັດ​ແຜນ​ການ“​ປະ​ຊາ​ກອນ 300 ລ້ານ​ຄົນ​ເຂົ້າ​ຮ່ວມ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນ” ໄດ້​ຮັບ​ຜົນ​ສຳ​ເລັດ.

ເຄື່ອງ​ທີ່​ລະ​ນຶກ​ສຳ​ລັບ​ງານ​ກິ​ລາ​ໂອ​ລິມ​ປິກ​ເປັນ​ສິນ​ຄ້າ​ທີ່​ຫາ​ຊື້​ໄດ້​ຍາກ​ມ​າ​ໂດຍ​ຕະຫຼອດ ແລະ​ໄລຍະ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລ​ະ​ດູ​ໜາວ​ປັກ​ກິ່ງກໍ​ແມ່ນ​ໄລ​ຍະ​ບຸນ​ກຸດ​ຈີນ ທີ່​ເປັ​ນ​ບຸນ​ປະ​ເພ​ນີ​ທີ່​ສຳ​ຄັນ​ທີ່​ສຸດ​ສຳ​ລັບ​ຊາວ​ຈີນ, ​ບັນ​ດາໂຮງ​ງານ​ໄດ້​ພັກ​ບຸນ​ກຸດ​ຈີນ, ສະ​ນັ້ນ, ​ການ​ຜະ​ລິດຈຶ່ງ​ບໍ່​ສາ​ມາດ​ຕອບ​ສະ​ໜອງ​ກັບ​ຄວາມ​ຕ້ອງ​ການ​ໄດ້ ເຊິ່ງ​ສາ​ເຫດ​ເຫຼົ່າ​ນີ້ ຕ່າງ​ກໍ​ໄດ້​ເຮັດ​ໃຫ້​ການ​ຫາ​ຊື້​ສັດ​ນຳ​ໂຊກ“ປີ່ງ​ຕຸ່ນ​ຕຸ່ນ”​ ​ຍາກ​ກວ່າ​ເກົ່າ​ອີກ.

ພ້ອມ​ດຽວ​ກັນ​​ນີ້, ສັດ​ນຳ​ໂຊກ “ປີ່ງ​ຕຸ່ນ​ຕຸ່ນ” ກໍ​ໄດ້​ຮັບ​ຄວາມ​ນິ​ຍົມ​ຈາກ​ຄົນ​ຕ່າງ​ປະ​ເທດ​ເຊັ່ນ​ກັນ. ນັກ​ຂ່າວ​ຍີ່​ປຸ່ນ​ຄົນ​ໜຶ່ງ​ໄດ້​ຊື້ສັດ​ນຳ​ໂຊກ “ປີ່ງ​ຕຸ່ນ​ຕຸ່ນ” ຫຼາຍ​ໂຕ​ຢູ່​ຈີນ ແລະ​​ນຳ​ໄປໂຄ​ສະ​ນາ​ຢູ່​ໃນ​ລ​າຍ​ການ​ຂອງ​ຕົນ​ຢ່າງ​ຟົດ​ຟື້ນ; ນັກ​ກິ​ລາ​ສະ​ເກັດຄົນ​ໜຶ່ງຈາກ​ປະ​ເທດ​ເຊັກ ຮູ້​ສຶກ​ຕື່ນ​ເຕັ້ນ​ດີໃຈ​ເກືອບ​ຈະ​ຮ້ອງ​ໄຫ້ ເມື່ອ​ໄດ້​ຮັ​ບ​ຕຸກ​ກະ​ຕາ“ປີ່ງຕຸ່ນຕຸ່ນ”​; ສົມເດັດ ອານ​ເບີດ ອາ​ເລັກ​ຊານ​ເດີ ຫລຸຍ ປີ​ແອກ​ຣີ​ມັນ​ດີ ຂອງປະ​ເທດໂມ​ນາ​ໂກ ໄດ້​ຮັບຮູບ​ປັ້ນ“ປີ່ງຕຸ່ນຕຸ່ນ”​ທີ່ເຮັດ​ດ້​ວຍ​ແປ້ງ​ໂຕ​ໜຶ່ງ​ແລ້ວ ​ແຕ່​ພະ​ອົງ​​ກໍຍັງ​ຮ້ອງ​ຂໍໃຫ້​ພະ​ນັກ​ງານເຮັດໃຫ້​ພະ​ອົງ​ອີກ​ໂຕ​ໜຶ່ງ ເພື່ອ

​ເອົາກັບ​ບ້ານ​ໄປຕ້ອນ​ລູກ​ສອງຄົນຂອງ​ພະ​ອົງ….​ທັງ​ໝົດ​ເຫຼົ່າ​ນີ້ ​ໄດ້​ສ່ອງ​ແສງ​ໃຫ້​ເຫັນ​ວຽກ​ງານ​ກະ​ກຽມ​ການຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​​ທີ່ມີ​ຄວາມ​ລະ​ອຽດ​ຮອບ​ຄອບ ແລະ​ໄດ້​ສະ​ແດງ​ໃຫ້​ເຫັນ​​ມູນ​ເຊື້ອ​ວັດ​ທະ​ນ​ະ​ທຳ​ຮັກ​ແຂກ​ແພງ​ຄົນຂອງ​ຊາວ​ຈີນ.

ນອກ​ນີ້, ໃນ​ຖາ​ນະ​ທີ່​ເປັນ​ຂວັນ​ໃຈ​ຊາວ​ຈີນ, ໝີ​ແພນ​ດາ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊ​ອບຈາກ​ຄົນ​ທັງຫຼາຍ. ສະ​ນັ້ນ, ສັດ​ນຳ​ໂຊກ “ປີ່ງ​ຕຸ່ນ​ຕຸ່ນ” ທີ່​ອອກ​ແບບ​ຕາມ​ໝີ​ແພນດາ ຈຶ່ງ​ມີ​ຄວາມ​ໜ້າ​ຮັກ​ພິ​ເສດ. ນອກນີ້, ການ​ອອກ​ແບບ​ຮູບ​ຊົງ  “ປີ່ງ​ຕຸ່ນ​ຕຸ່ນ” ຍັງ​ມີ​ລັກ​ສະ​ນະ​ວິ​ທະ​ຍາ​ສາດ​ເຕັກ​ໂນ​ໂລ​ຊີ ແລະ​ລັກ​ສະ​ນະ​ຄວາມ​ລ້ຳ​ສະ​ໄໝ.ສັດ​ນຳ​ໂຊກ“ປີ່ງ​ຕຸ່ນ​ຕຸ່ນ” ​ມີ​ຮູບ​ຊົງຄ້າຍ​ຄື​ນັກ​ບິນ​ອະ​ວະ​ກາດ, ສີ​ສັນ ແລະຮູບ​ຊົງ​ທີ່​ມີຊີ​ວິດ​ຊີ​ວາ ເປັນ​ສັນ​ຍາ​ລັກ​ຂອງ​​ສະ​ໜາ​ມ​ແຂ່ງ​ຂັນ​ກິ​ລາ​ຫິ​ມະ ແລະ​ນ້ຳ​ກ້ອນແລະ​ເຕັກ​ນິກວິ​ທະ​ຍາ​ສາດຂັ້ນ​ສູງ 5G. ການ​ອອກ​ແບບ​ທີ່​ລະ​ອຽດ​ປາ​ນີ​ດ ແລະ​ເຕັ​ມ​ໄປ​ດ້ວ​ຍ​ສີ​ສັນ​ພິ​ເສດ​ຂອງ​ຈີນ​ນັ້ນ ໄດ້​ເຮັດ​ໃຫ້​ຊາວ​ຕ່າງ​ປະ​ເທດ​ສາ​ມາດ​ສຳ​ຜັດ​ກັບຄວາມອຸ​ດົມ​ສົມ​ບູນ​ຂອງວັດ​ທະ​ນະ​ທຳ​ຈີນ.

ເປັນ​ຫຍັງສັດ​ນຳ​ໂຊກ “ປີ່ງ​ຕຸ່ນ​ຕຸ່ນ” ​​ຈຶ່ງ​ໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ຄົນ​ທັງຫຼາຍ? ທີ່​ຈິງ​ແລ້ວ ຄຳ​ຕອບ​ກໍ​ບໍ່​ສັບ​ສົນ ຄື: ເຄື່ອງ​ທີ່​ສວຍ​ງາມ, ສາຍ​ພົວ​ພັນ, ຄຸນ​ສົມ​ບັດ ແລະ​ຈິດ​ໃຈ​ທີ່​ດີ​ງາມ ເປັນ​ສິ່ງ​ທີ່ມວນ​ມະ​ນຸດ​ສະ​ແຫວງ​ຫາ​ຮ່ວມ​ກັນ. ​ກະ​ແສ​ນິ​ຍົມ“ປີ່ງ​ຕຸ່ນ​ຕຸ່ນ”​ບໍ່​ພຽງ​ແຕ່​ເປັນ​ການ​ບໍ​ລິ​ໂພກ​ດ້ານ​ວັດ​ຖຸ​ເທົ່າ​ນັ້ນ, ຍັງ​ເປັນ​ການ​ບໍ​ລິໂພກດ້ານ​ຈິດ​ໃຈ​ທີ່ມວນ​ມະ​ນຸດ “​ສະ​ແຫວງ​ຫາ​ຮ່ວມ​ກັນ”ອີກ​ດ້ວຍ​; ງານ​ກິ​ລາ​ໂອ​ລິມ​ປິກ​ບໍ່​ພ​ຽງແຕ່ແມ່ນ​ງານ​ກິ​ລາ​ຂອງ​ນັກ​ກິ​ລາ ແລະ​ຄູ​ຝຶກ​ເທົ່​າ​ນັ້ນ, ​ຍັງ​ເປັນ​ງານ​ມະ​ຫາ​ກຳ​ທີ່ມວນ​ມະ​ນຸດ​ທົ່ວ​ໂລກ​​ໄດ້ແລກ​ປ່ຽນ ແລະ​ພົວ​ພັນ​​ນຳກັນອີກ. ພວກ​ເຮົາ​ສາ​ມາດ​ນຳ​ໃຊ້​ໂອ​ກາດ​ດັ່ງ​ກ່າວ, ຖອດ​ຖອນ​ບົດ​ຮຽນ​ເຊິ່ງ​ກັນ​ແລະ​ກັນ ແລະ​ພັດ​ທະ​ນາ​ກ້າວ​ໄປໜ້າ​ຮ່ວມ​ກັນ, ນີ້​ກໍ​ຄື​ຫົວ​ຂໍ້ຫຼັກ​ຂອງ​ຍຸກ​ສະ​ໄໝ ແລະ​ກະ​ແສ​ຂອງ​ໂລກ ​ກໍເພາະ​ວ່າ ​ຄວາມ​ຈິງ​ແລ້ວ ພວກ​ເຮົາ​ເປັນ “ປະ​ຊາ​ຄົມ​ຮ່ວ​ມ​ຊາ​ຕາ​ກຳ”​ນຳ​ກັນ.

ຄຳ​ເຫັນ

0