徐毅然

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ໄທກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງເປັນແບບຢ່າງທີ່ດີງາມໃຫ້ແກ່ປະເທດອື່ນທີ່ຈະຈັດການແຂ່ງຂັນກິລາສາກົນແບບປິດ

2022-02-10 16:21:02 cri

ໄທກ່າວວ່າ: ງານກິລາໂອລິມປິກລະດູໜາວປັກກິ່ງເປັນແບບຢ່າງທີ່ດີງາມໃຫ້ແກ່ປະເທດອື່ນທີ່ຈະຈັດການແຂ່ງຂັນກິລາສາກົນແບບປິດ_fororder_WechatIMG253

 

ຕາມຂ່າວCRI: ເມື່ອບໍ່ດົນມານີ້, ທ່ານພິພັດ ຣັດຊະກິດປະຣະການ,​ ລັດຖະມົນຕີກະຊວງການທ່ອງທ່ຽວແລະກິລາໄທໄດ້ເຂົ້າຮ່ວມພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງແລະໄດ້ໄປທັດສະນາສຶກສາຢູ່ສະຖານທີ່ຝຶກຊ້ອມສຳລັບນັກກິລາ, ທ່ານເຫັນວ່າ: ມາດຕະການການປ້ອງກັນພະຍາດຢ່າງເຂັ້ມງວດຂອງຈີນໃນງານກິລາໂອລິມປິກລະດູໜາວປັກກິ່ງໄດ້ເປັນແບບຢ່າງທີ່ດີງາມໃຫ້ແກ່ປະເທດອື່ນໆທີ່ຈະຈັດການແຂ່ງຂັນກິລາສາກົນແບບປິດ.

ທ່ານພິພັດ ຣັດຊະກິດປຣະການຍັງກ່າວວ່າ: “ພິທີໄຂງານກິລາໂອລິມປິກລະດູໜາວປັກກິ່ງໜ້າເບິ່ງໜ້າຊົມຫຼາຍ, ຝ່າຍເຈົ້າພາບໄດ້ນຳໃຊ້ເຕັກໂນໂລຊີຂັ້ນສູງຢ່າງຫຼວງຫຼາຍ, ເຊິ່ງສອດຄ່ອງກັບຄວາມຕ້ອງການດ້ານການປ້ອງກັນພະຍາດແລະທັດສະນະການອະນຸລັກສິ່ງແວດລ້ອມໃນປັດຈຸບັນນີ້. ນອກນີ້, ການບໍລິການຂອງຝ່າຍເຈົ້າພາບມີຄວາມລະອຽດຮອບຄອບຫຼາຍ, ເຮັດໃຫ້ພວກເຮົາມີຄວາມອົບອຸ່ນ. ຫວັງວ່ານັກກິລາ 4 ຄົນທີ່ຕາງໜ້າປະເທດໄທເຂົ້າຮ່ວມການແຂ່ງຂັນຈະສາມາດກາຍເປັນແບບຢ່າງໃຫ້ກັບຊາວໜຸ່ມເຍົາວະຊົນຂອງໄທ. ທ່ານໄດ້ອວຍພອນໃຫ້ງານກິລາໂອລິມປິກລະດູໜາວປັກກິ່ງຈັດຂຶ້ນຢ່າງສຳເລັດຜົນ.”

ຄຳ​ເຫັນ

0