尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຳ​ປູ​ເຈຍ​ກ່າວ​ວ່າ: ​ຈະ​ປິດເວັບ​ໄຊ​​ການ​ຄ້າເອ​ເລັກ​ໂຕ​ຣ​ນິກ​ຂອງ​ຕ່າງ​ປະ​ເທດ​ທີ່​ບໍ່​ໄດ້​ຈົດ​ທະ​ບຽນ​

2022-02-11 17:03:33 cri

      ​​ລັດ​ຖະ​ບານກຳ​ປູ​ເຈຍ​ໄດ້​ແຈ້ງ​ຂ່າວ​ໃນ​ວັນ​ທີ 9 ກຸ​ມ​ພາ​ນີ້​ວ່າ: ຈະ​ປິດ​ເວັບ​ໄຊ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂອງຕ່າງ​ປະ​ເທດ​ທີ່​ບໍ່​ຍອມຈົດ​ທະ​ບຽນ​ແລະ​​ບໍ່ຈ່າຍ​ພາ​ສີ.

     ກົມພາ​ສີ​ອາ​ກອນ​ແຫ່ງ​ຊາດ​ກຳ​ປູ​ເຈຍ​ກ່າວ​ວ່າ: ​ຕາມ​ແຜນ​ການ​ເດີມ,ອົງ​ການ​ຕົນ​ຈະປະ​ຕິ​ບັດ​ຄຳ​ສັ່ງ​ທີ່​ກ່ຽວ​ຂ້ອງ​ແລະ​ເລີ່​ມ​​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ວັນ​ທີ 1 ​ມັງ​ກອນ​ປີ​ນີ້,ແຕ່​ຍ້ອນ​ບໍ​ລິ​ສັດ​ການ​ຄ້າ​ເອ​ເລັກ​ໂຕ​ຣ​ນິກ​ຂະ​ໜາດ​ໃຫຍ່​ຂອງ​ຕ່າງ​ປະ​ເທດ​ບາງ​ແຫ່ງ​ໄດ້​ຮຽກ​ຮ້ອງ​ໃຫ້​ລັດ​ຖະ​ບານ​ກຳ​ປູ​ເຈຍ​ໃຫ້​ເວ​ລາ​ຈົດ​ທະ​ບຽນ​ຫຼາຍກວ່າ​ເກົ່າ,ສະ​ນັ້ນ​ຈຶ່ງ​ໄດ້​ຕົ​ກ​ລົງ​ເລື່ອນ​ເວ​ລາອອກໄປ​ເປັນ​ເວ​ລາ 3 ເດືອນ​ຈຶ່ງ​ຈະ​ເລີ່ມ​ຈັດ​ຕັ້ງປະ​ຕິ​ບັດ​ຢ່າງ​ເປັນ​ທາງ​ການ.

ຄຳ​ເຫັນ

0