尚艳波

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມູນຄ່າການຄ້າລາວ-ຈີນເພີ່ມຂຶ້ນ 21,4%ໃນປີ2021

2022-02-11 17:03:04 cri

ມູນຄ່າການຄ້າລາວ-ຈີນເພີ່ມຂຶ້ນ 21,4%ໃນປີ2021_fororder_微信图片_20220211104230

       ປີ 2021 ມູນຄ່າການຄ້າລາວ-ຈີນ ບັນລຸ 4,35 ຕື້ໂດລາເພີ່ມຂຶ້ນ 21,4%,ຖືວ່າ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນໃນ ສປປ ລາວ ມີທັງໝົດ 821 ໂຄງການ. ຄະນະກໍາມະການ​ການຮ່ວມມືລາວ-ຈີນ​ໄດ້ລາຍງານໃນກອງປະຊຸມ​ສະ​ຫຼຸບ​ວຽກ​ງານການຮ່ວມມື ດ້ານເສດຖະກິດ, ການຄ້າ ແລະ ເຕັກນິກ ລະຫວ່າງ ລາວ-ຈີນ ປະຈໍາປີ 2021 ​ຜ່ານ​ທາງວິ​ດີ​ໂອ​ທາງ​ໄກ ເຊິ່ງຈັດຂຶ້ນໃນວັນ 10 ກຸມພາ 2022 ນີ້ ​ໂດຍມີທ່ານ ສອນໄຊ ສີພັນດອນ ຮອງນາຍົກລັດຖະມົນຕີ ປະທານຄະນະກໍາມະການການຮ່ວມມືລາວ-ຈີນເປັນປະທານ.

        ທ່ານ ໄຊຊະນະ ສິດທິພອນ ຮອງປະທານຄະນະກໍາມະການ​ການຮ່ວມມືລາວ-ຈີນ ໄດ້ລາຍງານຕໍ່ກອງປະຊຸມດັ່ງກ່າວວ່າ:  ປີ 2021, ໄດ້ປະຕິບັດໂຄງການຊ່ວຍເຫຼືອຈາກ ສປ ຈີນສໍາເລັດທັງໝົດ 3 ໂຄງການ ຄືໂຄງການແສງສະຫວ່າງໃນເຂດເທດສະບານ​ເມືອງໃຈກາງ​ຂອງນະຄອນຫຼວງວຽງຈັນ​ໄລ​ຍະ​ທີ 1, ໂຄງການຮ່ວມມືສ້າງບ້ານຕົວແບບ​ເພື່ອ​ລຶບ​ລ້າງຄວາມທຸກຍາກລາວ-ຈີນ (ຢູ່ບ້ານຊໍ້ ເມືອງສັງທອງ ນະຄອນຫຼວງວຽງຈັນ ແລະ ບ້ານຊຽງລ້ອມ ນະຄອນ-ຫຼວງພະບາງ ແຂວງຫຼວງພະບາງ), ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 1. ນອກນັ້ນ. ​ຍັງ​ມີໂຄງການຊ່ວຍເຫຼືອທີ່ພວມຈັດຕັ້ງປະຕິບັດ​ຢູ່ທັງໝົດ 18 ໂຄງການ ເຊັ່ນ: ໂຄງການກໍ່ສ້າງພື້ນຖານໂຄງລ່າງຢູ່ຊົນນະບົດ​ໄລ​ຍະທີ 1, ໂຄງການກໍ່ສ້າງໂຮງໝໍມະໂຫສົດໄລຍະທີ 2, ໂຄງການກໍ່ສ້າງສູນກິດຈະກໍາຊາວໜຸ່ມປະຊາຊົນ ປະຕິວັດລາວ, ໂຄງການ​ກໍ່ສ້າງລະບົບການຄ້າຜ່ານເອເລັກໂຕຣນິກ ສໍາລັບຜະລິດຕະພັນກະສິກໍາຂອງລາວ, ແລະໂຄງການອື່ນໆ. ພິເສດ, ນັບແຕ່​ພະ​ຍາດໂຄວິດ-19 ​ເກີດ​ມີ​ການລະບາດເປັນຕົ້ນມາ, ລັດຖະບານຈີນ ໄດ້ສົ່ງ​ຜູ້ຊ່ຽວຊານ​ດ້ານການແພດສະເພາະດ້ານ ມາຊ່ວຍທີມແພດລາວຕ້ານ​ພະ​ຍາດ​ໂຄວິດ-19, ໄດ້ສະໜອງວັກຊິນໃຫ້ແກ່ລາວ ລວມທັງໝົດ 8 ຄັ້ງ ​ມີຈໍານວນ​ທັງ​ໝົດ 8,9 ລ້ານກວ່າ​ຫຼອດ  ສະຫຼຸບແລ້ວຈີນໄດ້ກາຍເປັນປະເທດທີ່ໃຫ້ການຊ່ວຍເຫຼືອວັກຊິນແກ່ ສປປ ລາວ ຫຼາຍທີ່ສຸດ.

        ສ່ວນການຮ່ວມມືທາງດ້ານການຄ້າ,ທ່ານ ໄຊຊະນະ ​ສິດ​ທິ​ພອນຍັງໃຫ້ຮູ້ຕື່ມວ່າ: ສປ ຈີນ ຍັງສືບຕໍ່ເປັນຄູ່ຄ້າສໍາຄັນອັນດັບ 2 ຂອງລາວ, ສະເພາະ ປີ 2021 ມູນຄ່າການຄ້າຂອງສອງຝ່າຍບັນລຸເຖິງ 4,35 ຕື້ໂດລາ, ເພີ່ມຂຶ້ນ 21,4%, ໃນນີ້ ລາວນໍາເຂົ້າ 1,67 ຕື້ໂດລາ, ເພີ່ມຂຶ້ນ 11,9%, ​ປະ​ເທດຈີນກາຍເປັນປະເທດເປົ້າໝາຍທີ່ລາວສົ່ງອອກຫຼາຍທີ່ສຸດ ລວມມີມູນຄ່າ​ທັງ​ໝົດ 2,68 ຕື້ໂດລາ, ເພີ່ມຂຶ້ນ 28,2%. ພາຍຫຼັງເປີດນໍາໃຊ້ທາງລົດໄຟລາວ-ຈີນ ຢ່າງເປັນທາງການ​ແລ້ວ ການຂົນສົ່ງສິນຄ້າຜ່ານທາງລົດໄຟລາວ-ຈີນ​ຈົນ​ເຖິງ​ປັດ​ຈຸ​ບັນ​ມີ​ທັງ​ໝົດ 90 ຖ້ຽວ, ມີິປະລິມານການຂົນສົ່ງ 80 ພັນກວ່າໂຕນ, ໃນນັ້ນສິນຄ້າ​ຂາ​ເຂົ້າ-ຂາ​ອອກ​ມີຫຼາຍກວ່າ 40 ພັນໂຕນ ​ເຊິ່ງ​ຖື​ວ່າເປັນບາດກ້າວໃໝ່ໃນການຊຸກຍູ້ວຽກງານການຄ້າລະຫວ່າງສອງຝ່າຍລາວ-ຈີນ ໃຫ້ມີຄວາມສະດວກວ່ອງໄວ ແລະ ມີປະສິດທິຜົນສູງຂຶ້ນຢ່າງປະຈັກຕາ. ສ່ວນການຮ່ວມມືດ້ານການລົງທຶນ, ສປ ຈີນ ຍັງຄອງອັນດັບໜຶ່ງຂອງການລົງທຶນ ຢູ່ ສປປ ລາວ. ປີ 1989 ຮອດ 2021, ການລົງທຶນຂອງວິສາຫະກິດຈີນຢູ່ປະ​ເທດລາວມີທັງໝົດ 821 ໂຄງການ. ສະເພາະປີ 2021 ມີ 20 ໂຄງການ, ມີມູນຄ່າ 1 ຕື້ກວ່າໂດລາ ເຊິ່ງໄດ້ປະກອບສ່ວນ​ຊຸກ​ຍູ້ການພັດທະນາເສດຖະກິດ-ສັງຄົມ ແລະ ສ້າງວຽກເຮັດງານທໍາໃຫ້ແກ່ປະຊາຊົນລາວ​ໄດ້ເປັນຈໍານວນ​ຫຼວງ​ຫຼາຍ.

        ​ໃນ​ເວ​ລາມີຄຳເຫັນຕໍ່ກອງປະຊຸມ,ທ່ານ ສອນໄຊ ສີພັນດອນໄດ້​ກ່າວປຸກລະດົມ​ແລະຊຸກຍູ້ການສົ່ງອອກພືດກະສິກໍາທີ່ມີທ່າແຮງຂອງ​ລາວ​ໄປ​ປະ​ເທດ​ຈີນໃຫ້ຫຼາຍຂຶ້ນຕື່ມ, ລວມທັງໃຫ້ເອົາໃຈໃສ່ ຊຸກຍູ້ບັນດາໂຄງການຮ່ວມມື, ໂຄງການຊ່ວຍເຫຼືອ ແລະໂຄງການອື່ນໆ ລະຫວ່າງ ລາວ-ຈີນ ໃຫ້ມີປະສິດຜົນ ແລະ​ເຂົ້າ​ສູ່​ລວງ​ເລິກກວ່າເກົ່າໂດຍສະເພາະການປ້ອງກັນ​ພະ​ຍາດໂຄວິດ-19.

ຄຳ​ເຫັນ

0