黎明

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມຽນມານີລະໂທດໃຫ້ແກ່ນັກໂທດ 800 ກວ່າຄົນ

2022-02-13 16:06:55 CRI

ວັນທີ 12 ກຸມພານີ້ ເປັນວັນສະຫະພາບມຽນມາ. ໃນວັນດັ່ງກ່າວ, ຄະນະກຳມະການ ການບໍລິຫານງານແຫ່ງຊາດມຽນມາໄດ້ປະກາດຄຳສັ່ງນີລະໂທດເປັນກໍລະນີພິເສດ 3 ສະບັບ, ໂດຍໄດ້ນີລະໂທດໃຫ້ແກ່ນັກໂທດ 800 ກວ່າຄົນ.

ໃນຄຳສັ່ງນີລະໂທດດັ່ງກ່າວໄດ້ລະບຸວ່າ: ເພື່ອສະເຫລີມສະຫລອງວັນສະຫະພາບປີທີ 75 ຂອງມຽນມາ, ໂດຍພິຈາລະນາເຖິງການພົວພັນທີ່ມີໄມຕີຈິດມິດຕະພາບລະຫວ່າງ ປະເທດ ແລະ ສິດທິມະນຸດ, ທ່ານມິນອອງລາຍ ປະທານຄະນະກຳມະການການບໍລິຫານ ງານແຫ່ງຊາດມຽນມາ ໄດ້ປະຕິບັດຕາມມາດຕາທີ່ກ່ຽວຂ້ອງໃນກົດຫມາຍອາຍາ, ນີລະໂທດເປັນກໍລະນີພິເສດໃຫ້ແກ່ນັກໂທດ 814 ຄົນທີ່ພວມປະຕິບັດໂທດໃນຄຸກແຫ່ງຕ່າງໆ ໃນທົ່ວປະເທດມຽນມາ, ນອກນີ້ຍັງໄດ້ນີລະໂທດໃຫ້ແກ່ນັກໂທດຊາວສີລັງກາທີ່ພວມປະຕິບັດ ໂທດຢູ່ໃນຄຸກແຫ່ງຫນຶ່ງຢູ່ນະຄອນຢາງກຸ້ງ ທັງຂັບໄລ່ເຂົາເຈົ້າອອກຈາກມຽນມາ.

ໃນມື້ດຽວກັນ, ຄະນະກຳມະການການບໍລິຫານງານແຫ່ງຊາດມຽນມາຍັງໄດ້ອອກຄຳສັ່ງ ໂດຍໄດ້ຍົກເລີກຄະດີຂອງທະຫານກອງທັບຍະໄຂ່ 46 ຄົນ ແລະບຸກຄົນທີ່ກ່ຽວຂ້ອງ ທີ່ພວມຮັບການໄຕ່ສວນຢູ່ສານຫລາຍແຫ່ງຂອງມຽນມາ ແລະ ປ່ອຍຕົວເຂົາເຈົ້າທັງຫມົດ.

ຄຳ​ເຫັນ

0