蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ກຽມ​ຈະ​ຍົກ​ເລີກ​ງົບ​ປະ​ມານ​ອຸດ​ໜູນ​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19

2022-02-13 15:14:17 CRI

ວັນ​ທີ 12 ກຸມ​ພາ​ນີ້, ສູນ​ຄຸ້ມ​ຄອງ​ສະ​ພາບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄທ​ແຈ້ງ​ຂ່າວ​ວ່າ: ຈຳ​ນວນ​ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19 ເພີ່ມ​ໃໝ່​ໃນ​ມື້​ດຽວ​ກັນ​ຂອງ​ປະ​ເທດ​ຕົນ​ແມ່ນ 16.330 ກໍ​ລະ​ນີ, ຜູ້​ເສຍ​ຊີ​ວິດ​ເພີ່ມ​ໃໝ່ 25 ຄົນ, ຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ທີ່​ເພີ່ມ​ໃໝ່​ໄດ້​ລື່ນກາຍ 1 ໝື່ນ​ກໍ​ລະ​ນີ​ເປັນຫຼາຍ​ມື້​ລຽນ​ຕິດ. ​ທ່ານ​ອະ​ນຸ​ທິນ ຈານ​ວິ​ຣະ​ກຸນ ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ທັງ​ເປັນ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ໄທ​ກ່າວ​ໃນ​ຫວ່າງ​ມໍ່ໆ​ມາ​ນີ້​ວ່າ: ກະ​ຊວງ​ສາ​ທາ​ລະ​ນ​ະ​ສຸກ​ໄທ​ພວມ​ພິ​ຈາ​ລະ​ນາ​ປັບ​ປຸງ​ແຜນ​ການ​ປິ່ນ​ປົວ, ກຽມ​ຈະ​ລຶບ​ລາຍ​ຊື່​ພະ​ຍາດ​ໂຄວິດ-19 ອອກ​ຈາກ​ບັນ​ຊີ​ລາຍ​ຊື່​ພະ​ຍາດ​ທີ່​ລັດ​ຖະ​ບານ​ຈະ​ຈ່າຍຄ່າ​ປິ່ນ​ປົວ ຫຼື ໃຫ້​ເງິນ​ອຸດ​ໜູນ​ການ​ປິ່ນ​ປົວ ແລະ ໃຫ້​ຜູ້​ປ່ວຍ​ຈ່າຍ​ຄ່າ​ປິ່ນ​ປົວ​ດ້ວຍ​ຊ່ອງ​ທາງ​ຕ່າງໆ ເຊັ່ນ: ຊື້​ປະ​ກັນ​ສຸ​ຂະ​ພາບ ຫຼື​ ຊື້​ປະ​ກັນ​ສັງ​ຄົມ ແລະ​ອື່ນໆ.

ວັນ​ທີ11 ກຸມ​ພາ​ນີ້, ທີ່​ປຶ​ກ​ສາ​ສູນ​ຄຸ້ມ​ຄອງ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຂອງ​ລັດ​ຖະ​ບານ​ໄທ​ກ່າວ​ວ່າ: ລັດ​ຖະ​ບານ​ກຽມ​ຈະ​ຍົກ​ເລີກ​ງົບ​ປະ​ມານ​ໃຫ້​ເງິນ​ອຸດ​ໜູນ​ປະ​ເພດ​ຕ່າງໆ​ຕໍ່​ການ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19, ສາຍ​ເຫດ​ຕົ້ນ​ຕໍ​ແມ່ນ​ຍ້ອນ​ວ່າ: ລັດ​ຖະ​ບານ​ຈະ​ບໍ່​ສາ​ມາດແບກ​ຫາບ​ຄ່າ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19 ອັນ​​ມະ​ຫາ​ສານ​ເປັນ​ໄລ​ຍະ​ຍາວ. ແຕ່​​ຈະ​ບໍ່​ຍົກ​ເລີກນະ​ໂຍ​ບາຍ​ອຸດ​ໜູນ​ໃນ​ທັນ​ທີ ເພື່ອໃຫ້​ປະ​ຊາ​ຊົນ​ມີ​ຄວາມ​ກຽມ​ພ້ອມ​​ທາງ​ດ້ານ​ຈິດ​ໃຈ.

ຄຳ​ເຫັນ

0