覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳ

2022-02-14 15:53:58 cri

ຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳ_fororder_张家口太子城

ວັນທີ 21 ມັງກອນ 2022, ລົດໄຟຄວາມໄວສູງກຳລັງແຂ່ງຫິມະແລ່ນມຸ່ງໜ້າສູ່ນະຄອນຈ່າງເຈ່ຍໂຂ້ວ 
 

   ການແຂ່ງຂັນຕ່າງໆຂອງງານກິລາໂອລິມປິກລະດູໜາວປັກກິ່ງກຳລັງຈັດຂຶ້ນ ຢ່າງຟົດຟື້ນ, ການຈັດງານກິລາໂອລິມປິກລະດູໜາວໄດ້ຊຸກຍູ້ການພັດທະນາ ກິລາຫິມະແລະນ້ຳກ້ອນຂອງຈີນ. ໂດຍໄດ້ຮັບຜົນປະໂຫຍດຈາກງານກິລາ ໂອລິມປິກລະດູໜາວ, ຊັບພະຍາກອນຫິມະແລະນ້ຳກ້ອນຢູ່ທ້ອງຖິ່ນຈຳນວນ ບໍ່ໜ້ອຍຂອງຈີນໄດ້ຮັບຄວາມນິຍົມຫຼາຍຂຶ້ນ, ການພັດທະນາດ້ານອຸດສາຫະກຳ ຫິມະແລະນ້ຳກ້ອນໄດ້ສ້າງຊ່ອງທາງໃໝ່ເພື່ອສ້າງລາຍໄດ້ໃຫ້ແກ່ປະຊາຊົນ, ເຮັດໃຫ້ຊິວິດການເປັນຢູ່ຂອງປະຊາຊົນມີທ່ວງທ່າຈະດີຂຶ້ນກວ່າເກົ່າ.
 

ຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳ_fororder_滑雪场

ສະໜາມສະກີຢູ່ນະຄອນຈ່າງເຈ່ຍໂຂວ
 

ນະຄອນຈ່າງເຈ່ຍໂຂວ ແຂວງເຫີເປີຍ ເປັນໜຶ່ງໃນ 3 ເຂດແຂ່ງຂັນໃຫຍ່ ຂອງງານກິລາໂອລິມປິກລະດູໜາວປັກກິ່ງ, ຢູ່ທ້ອງຖິ່ນແຫ່ງນີ້ໃນຍາມລະດູໜາວ ມີລົມພັດແຮງ, ອາກາດໜາວ ແລະມີຫິມະຕົກເປັນໄລຍະຍາວ, ໂດຍນຳໃຊ້ ໂອກາດຂອງງານກິລາໂອລິມປິກລະດູໜາວ, ຈ່າງເຈ່ຍໂຂວໄດ້ເກີດມີການປ່ຽນແປງ ແບບໜ້າມືເປັນຫຼັງມື, ປັດຈຸບັນ, ຢູ່ເມືອງສົງຫຼີນະຄອນຈ່າງເຈ່ຍໂຂວໄດ້ສ້າງ ສະໜາມສະກີຂະໜາດໃຫຍ່ 7 ແຫ່ງສຳເລັດແລ້ວ ເຊິ່ງໄດ້ກາຍເປັນເຂດໂຮມສູນກິລາສະກີທີ່ໃຫຍ່ທີ່ສຸດຂອງຈີນ, ເປັນການຊຸກຍູ້ໃຫ້ປະຊາຊົນທ້ອງຖິ່ນ ເຊິ່ງລວມທັງປະຊາຊົນຢູ່ເຂດຊົນນະບົດຈຳນວນຫຼາຍກວ່າ 30.000 ຄົນໄດ້ເຂົ້າສູ່ ອຸດສາຫະກຳຫິມະແລະນ້ຳກ້ອນ ແລະຂະແໜງການທ່ອງທ່ຽວໂດຍກົງ ຫຼືໂດຍ ທາງອ້ອມ ແລະມີລາຍຮັບເພີ່ມຂຶ້ນຢ່າງຫຼວງຫຼາຍ. ສາມາດເວົ້າໄດ້ວ່າ,  ການຈັດງານກິລາໂອລິມປິກລະດູໜາວໄດ້ຊ່ວຍຊຸກຍູ້ໃຫ້ທ້ອງຖິ່ນແຫ່ງນີ້ເລັ່ງບາດກ້າວລຶບລ້າງຄວາມທຸກຍາກແລະພັດທະນຊົນນະບົດໃຫ້ຈະເລີນໄວຂຶ້ນ. ເຮືອນ ເກົ່າແກ່ໃນເມື່ອກ່ອນຂອງປະຊາຊົນໄດ້ກາຍມາເປັນເຮືອນວິນລາທີ່ທັນສະໄໝ, ຊາວບ້ານທີ່ຕ້ອງອອກໄປເຮັດວຽກຢູ່ຕ່າງຖິ່ນໃນເມື່ອກ່ອນໄດ້ກາຍເປັນຄູຝຶກສະກີ, ບ້ານທຸກຍາກກໍໄດ້ກາຍເປັນບ້ານຊົນນະບົດທີ່ສວຍງາມ. ທ່ານອູສຽງ ເລຂາໜ່ວຍ ພັກບ້ານສ່ານຕ້າວເຫີ ເມືອງສົງຫຼີໃຫ້ຮູ້ວ່າ: “ພາຍຫຼັງປະສົບຜົນສຳເລັດໃນການ ຮ້ອງຂໍເປັນເຈົ້າພາບຈັດງານກິລາໂອລິມປິກລະດູໜາວ 2022 ແລ້ວ, ໃນທົ່ວ ບ້ານມີຊາວບ້ານ 57 ຄົນໄດ້ເຮັດວຽກຢູ່ສະໜາມສະກີແລະມີລາຍຮັບສູງສົມຄວນ, ພວກເຮົາຮູ້ສຶກມີຄວາມສຸກຫຼາຍ.”
 

ຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳ_fororder_冰雪旅游
 

ຄືກັນກັບເມືອງສົງຫຼີ ນະຄອນຈ່າງເຈ່ຍໂຂວ, ເມືອງຈີ້ໂຈ່ວນະຄອນທຽນສິນ ທີ່ຕັ້ງຢູ່ເຂດພູດອຍກໍໄດ້ເກີດມີການປ່ຽນແປງຍ້ອນງານກິລາໂອລິມປິກລະດູໜາວ ເຊັ່ນກັນ. ຢູ່ເຂດຊົນນະບົດພາກເໜືອຂອງຈີນ, ການທ່ອງທ່ຽວຊົນນະບົດລະດູໜາວ ທີ່ບໍ່ຄ່ອຍມີຄົນສົນໃຈໃນເມື່ອກ່ອນ, ປັດຈຸບັນໄດ້ຟົດຟື້ນຂຶ້ນຍ້ອນການຊຸກຍູ້ຈາກ ກິລາຫິມະແລະນ້ຳກ້ອນ, ເສັ້ນທາງ ທ່ອງທ່ຽວຊົນນະບົດຕ່າງໆເຊັ່ນ: ໂຮມສະເຕ, ກິລາຫິມະແລະນ້ຳກ້ອນ ແລະອື່ນໆໄດ້ຮັບຄວາມນິຍົມຊົມຊອບຫຼາຍ.

  ນອກນີ້, ງານກິລາໂອລິມປິກລະດູໜາວຍັງໄດ້ຊຸກຍູ້ໃຫ້ທ້ອງຖິ່ນແຫ່ງ ອື່ນໆທີ່ມີຊັບພະຍາກອນຫິມະແລະນ້ຳກ້ອນຢູ່ຈີນພັດທະນາຂຶ້ນຢ່າງຟົົດຟື້ນ. ຢູ່ຕາ ແສງຫວນເສີງແຂວງຈີລິນ ທາງພາກຕາເວັນອອກສຽງເໜືອຂອງຈີນ, ຊາວບ້ານຫຼາຍໆຄົນໄດ້ເຮັດວຽກຢູ່ສະໜາມສະກີໃນບ້ານ, ໃນເມື່ອກ່ອນ, ເມື່ອຮອດລະດູໜາວ, ຊາວບ້ານສ່ວນຫຼາຍຢູ່ເຮືອນລ້າໆໂດຍບໍ່ມີຫຍັງເຮັດ, ແຕ່ດຽວນີ້ເຂົາເຈົ້າໄດ້ຫຍຸ້ງວຽກຫຼາຍ, ບໍ່ພຽງແຕ່ໄດ້ຄວາມມ່ວນຊື່ນຈາກກິລາຫິມະ ແລະ ນ້ຳກ້ອນເທົ່ານັ້ນ, ຍັງໄດ້ສ້າງລາຍຮັບເພີ່ມຂຶ້ນ, ແລະໄດ້ຮັບຜົນປະໂຫຍດຕົວຈິງ, ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງແນວຄວາມຄິດທີ່ທ່ານສີຈິ້ນຜິງ ປະທານປະເທດ ຈີນໄດ້ກ່າວເນັ້ນໜັກວ່າ “ຫິມະແລະນ້ຳກ້ອນກໍແມ່ນພູເງິນພູຄຳ”.

ຄຳ​ເຫັນ

0