吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ຈະ​​ເປີດ​ບໍ​ລິ​ການ​ຖ້ຽວ​ບິນ​ສາ​ກົນ​ຄືນ​ໃໝ່​ຢ່າງ​ຮອບ​ດ້ານ​ເລີ່ມ​ແຕ່​ວັນ​ທີ 15 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ

2022-02-14 14:56:56 cri

 ຫວຽດ​ນາມ​ຈະ​​ເປີດ​ບໍ​ລິ​ການ​ຖ້ຽວ​ບິນ​ສາ​ກົນ​ຄືນ​ໃໝ່​ຢ່າງ​ຮອບ​ດ້ານ​ເລີ່ມ​ແຕ່​ວັນ​ທີ 15 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ_fororder_微信图片_20220214145433

    ວັນ​ທີ 13 ກຸມ​ພາ​ນີ້, ກົມ​​ກາ​ນ​ບິນພົນ​ລະ​ເຮືອນ​ຫວຽດ​ນາມ​ແຈ້ງ​ໃຫ້​ຮູ້​ວ່າ: ຫວຽດ​ນາມ​ຈະ​ເ​ປີດ​ບໍ​ລິ​ການຖ້ຽວ​ບິນ​ສາ​ກົນ​ຄືນ​ໃໝ່​ຢ່າງ​ຮອບ​ດ້ານ​ ແຕ່​ວັນ​ທີ 15 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ.

​    ຂ່າວ​ສານ​ຫວຽດ​ນາມ​ລາຍ​ງານ​ໃນ​ວັນ​ທີ 13 ກຸມ​ພາ​ນີ້​ວ່າ: ​ໃນ​ມື້​ດຽວ​ກັນ, ກະ​ຊວງ​ຄົມ​ມະ​ນາ​ຄົມຂົນ​ສົ່ງ​ຫວຽດ​ນາມ​ໄດ້ມີ​ຄຳ​ສັ່ງຊີ້​ນຳ​ໃຫ້​ກົມ​​ການ​ບິນພົນ​ລະ​ເຮືອນ​ຫວຽດ​ນາມ​ ​ພິ​ຈາ​ລະ​ນາ​ເລື່ອງ​ການ​ເປີດ​ບໍ​ລິ​ການ​ຖ້ຽວ​ບິນ​ສາ​ກົນ​ຄືນ​ໃໝ່​ກັບ​ອົງ​ການ​ການ​ບິນ​ຂອງ​ບັນ​ດາ​ປະ​ເທດຢ່າງ​ຮອບ​ດ້ານ.

    ນອກ​ນີ້, ຂ່າວ​ສານ​ລອຍ​ເຕີ​ໄດ້​ລາຍ​ງານ​ຂ່າວ​ຕາມ​ໜັງ​ສື​ພິມ​ຕຸຍ​ແຈ ເຊິ່ງ​ເປັນ​ສື່ມວນ​ຊົນ​ທາງ​ການ​ຫວຽດ​ນາມ​ໃນ​ວັນ​ທີ 13 ກຸມ​ພາ​ນີ້​, ໂດຍ​ອີງວ່າ: ​ທ່ານ​​ດີງ​ຫວຽດ​ເຊີນ ຮອງ​ຫົວ​ໜ້າ​ກົມ​ການ​ບິນ​ພົນ​ລະ​ເຮືອນ​ຫວຽດ​ນາມ​ກ່າວ​ວ່າ: ຫວຽດ​ນາມ​ຈະ​ຍົກ​ເລີກ​ຂໍ້​ຈຳ​ກັດ​ທີ່​ມີ​ຕໍ່​ຖ້ຽວ​ບິນ​ສາ​ກົນ​ເລີ່ມ​ແຕ່​ວັນ​ທີ 15 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ຈຳ​ນວນ​ຖ້ຽວ​ບິນ​ຈະ​ເປີດ​ບໍ​ລິ​ການ​ຄືນ​ໃໝ່​ໃນ​ລະ​ດັບ​ດຽວ​ກັນ​ກ່ອນ​ເກີດ​ມີ​ສະ​ພາບ​ພະ​ຍາດ​ໂຄວິດ-19.

    ​ໃນ​ຕົ້ນ​ປີ​ນີ້, ຫວຽດ​ນາມ​ໄດ້​ເລີ່ມເປີດ​ບໍ​ລິ​ການ​ຖ້ຽວ​ບິນ​ສາ​ກົນ​ໄປ-ກັບ​​ເປັນ​ກ້າວໆ​ກັບເອີ​ຣົບ, ອົ​ສ​ຕຼາ​ລີ, ອາ​ເມ​ຣິ​ກາ ແລະ​ປະ​ເທດ​ອື່ນໆ, ພ້ອມ​ກັນ​ນັ້ນ, ຍັງ​ໄດ້​ຜ່ອນ​ຄາຍ​ມາດ​ຕະ​ການ​​ກັກ​ບໍ​ລິ​ເວນ, ຜູ້​ໂດຍ​ສານ​ທີ່​ໄດ້​ສັກ​ວັກ​ຊິນ​ໂຄວິດ-19​ຄົບ​ເຂັມ​ແລ້ວ, ເວ​ລາ​ເດີນ​ທາງເຂົ້າ​ປະ​ເທດ​ຫວຽດ​ນາມ​, ພຽງ​ແຕ່ກັກ​ບໍ​ວິ​ເວນ​ໂດຍ​ຕົນ​ເອງ 3 ວັນເທົ່າ​ນັ້ນ.

ຄຳ​ເຫັນ

0