郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະ​ພາບ​ພະ​ຍາດ​ໂຄວິດ-19ຮອບ​ທີ4ຢູ່ມຽນ​ມາຮ້າຍແຮງ​ຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດຢັ້ງ

2022-02-15 15:53:51 cri

ສະ​ພາບ​ພະ​ຍາດ​ໂຄວິດ-19ຮອບ​ທີ4ຢູ່ມຽນ​ມາຮ້າຍແຮງ​ຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດຢັ້ງ_fororder_1229364045

ໃນ​ຕອນ​ຄ່ຳ​ຂອງວັນ​ທີ14ກຸມ​ພານີ້,ກະ​ຊວງ​ສາ​ທາ​ລະ​ນະ​ສຸກ​ມຽນ​ມາໄດ້​ແຈ້ງ​ຂ່າວ​ໃຫ້​ຮູ້​ວ່າ:ຢູ່​ມຽນ​ມາ ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່​ຕໍ່​ມື້​ເຖິງ 1.586 ກໍ​ລະ​ນີ, ເຊິ່ງ​ເປັນ​ມື້​ທີ6 ທີ່ມີ​ຈຳ​ນວນຜູ້​​ເປັນ​ພະ​ຍາດ​ໂຄວິດ-19ເພີ່ມ​ໃໝ່​ຕໍ່​ມື້​ມີຫຼາຍກວ່າ1ພັນ​ກໍ​ລະ​ນີ​ຫຼັງ​ຈາກວັນ​ທີ8ກຸມ​ພາ​ເປັນ​ຕົ້ນ​ມາ.

ສະ​ພາບ​ພະ​ຍາດ​ໂຄວິດ-19ຮອບ​ທີ4ຢູ່​ແຫ່ງ​ຕ່າງຂອງມຽນ​ມາ​ຮ້າຍ​ແຮງ​ຂຶ້ນ​ຕື່ມ​ຢ່າງ​ບໍ່​ຢຸດຢັ້ງ. ປັດ​ຈຸ​ບັນ ​ມີ​ຫຼາຍ​ພາກ​ສ່ວນ​ຂອງ​ລັດ​ຖະ​ບານ​ໄດ້ຢຸດ​ເຮັດ​ວຽກຊົ່ວ​ຄາ​ວ​ຍ້ອນ​ມີຜູ້​ຖືກ​ບົ່ງ​ມະ​ຕິ​ເປັນ​ພະ​ຍາດ​ໂຄວິດ-19,ໂດຍ​ສະ​ເພາະ​ຢູ່​ຢາງ​ກຸ້ງ​ແມ່ນ​ໜັກ​ໜ່ວງກວ່າ​ໝູ່, ມີ​ໂຮງ​ໝໍ​ແຫ່ງ​ໜຶ່ງ​ໄດ້​ປິດຊົ່ວ​ຄາວ​ຍ້ອນ​ມີ​ທ່ານ​ໝໍ​ຄົນ​ໜຶ່ງ​ຕິດ​ພະ​ຍາດ​ໂຄວິດ-19; ຢູ່​ເມືອງ ມິດ​ກີ​ນາ ເທດ​ສະ​ບານ​ຂອງ​ລັດ​ຄາ​ຊີນ ກໍ່​ໄດ້​ປິດໂຮງ​ຮຽນ​​ມັດ​ທະ​ຍົມ​ປາຍ​ແຫ່ງ​ໜຶ່ງຍ້ອນ​ມີ​ນັກ​ຮຽນ40ກວ່າ​ຄົນ​ຕິດ​​ພະ​ຍາດ​ໂຄວິດ-19. ສ່ວນ​ພາກ​ສ່ວນ​ການ​ບິນພົນ​ລະ​ເຮືອນ​ຂອງ​ມຽນ​ມາ​ກໍ່​ໄດ້​ເລີ່ມ​ຟື້ນ​ຟູ​ການກວດ​ຫາ​ເຊື້ອ​ພະ​ຍາດ​​ຜູ້​ໂດຍ​ສານ​ພາຍ​ໃນ​ປະ​ເທດ, ໂດຍ​ໄດ້ຮຽກ​ຮ້ອງ​ຜູ້​ໂດຍ​ສານທັງ​ໝົດ​​ຕ້ອງ​ມີ​ໃບ​ຢືນ​ຢັນ​ຜົນ​ກວດ​​ເຊື້ອ​ພະ​ຍາດ​ເປັນລົບພາຍ​ໃນ48ຊົ່ວ​ໂມງກ່ອນ​ຂຶ້ນເຮືອ​ບິນ ຈຶ່ງ​ອະ​ນຸ​ຍາດ​ໃຫ້​ຂຶ້ນເຮືອ​ບິນໄດ້.

ຄຳ​ເຫັນ

0