吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກຸ່ມ​ປະກອບ​ອາວຸດຊົນ​ເຜົ່າ​ທ້ອງ​ຖິ່ນ​ 9 ກຸ່ມ​ຂອງ​ມຽນມາ​ໄດ້ເຂົ້າ​ຮ່ວມ​ເຈ​ລະ​ຈາສັນຕິ​ພາບ

2022-02-15 13:22:41 CRI

ກຸ່ມ​ປະກອບ​ອາວຸດຊົນ​ເຜົ່າ​ທ້ອງ​ຖິ່ນ​ 9 ກຸ່ມ​ຂອງ​ມຽນມາ​ໄດ້ເຂົ້າ​ຮ່ວມ​ເຈ​ລະ​ຈາສັນຕິ​ພາບ_fororder_缅甸武装

 

ຫວ່າງ​ມໍ່ໆ​ມາ​ນີ້,​ ຄະນະ​ກຳມະການ​ປະສານງານ​ວ່າ​ດ້ວຍ​ການ​ສ້າງ​ຄວາມ​ປອງ​ດອງ ​ແລະ ສັນຕິພາບມຽນມາ​ໄດ້​ຈັດການ​​ເຈລະຈາ​ແບບ​ບໍ່​ເປັນ​ທາງ​ການ​ກັບ​ກຸ່ມ​ປະກອບ​ອາວຸດຊົນ​ເຜົ່າ​ທ້ອງ​ຖິ່ນ 9 ​ກຸ່ມ, ​ໃນ​ຈຳນວນ​ກຸ່ມປະກອບ​ອາວຸດຊົນ​ເຜົ່າ​ທ້ອງ​ຖິ່ນເຫຼົ່າ​ນີ້​ມີຜູ້ຕາງໜ້າ​ກຸ່ມ​ປະກອບ​ອາວຸດ​ທີ່​ໄດ້​ເຊັນ​ສັນຍາ​ຢຸດ​ຍິງ​ທົ່ວປະ​ເທດ 6 ​ກຸ່ມ ​ແລະ ຜູ້ຕາງໜ້າ​ກຸ່ມປະກອບ​ອາວຸດ​ທີ່​ຍັງ​ບໍ່​ທັນ​ເຊັນ​ສັນຍາ​ຢຸດ​ຍິງ​ຢູ່​ທົ່ວ​ປະ​ເທດ 3 ​ກຸ່ມ.

 

ການ​ເຈລະຈາ​ໄດ້​ອະທິບາຍ​​ເຖິງ​ຂະ​ບວນການ​ປະຊາທິປະ​ໄຕ, ການ​ຈັດການ​ເຈ​ລະ​ຈາ​​ແບບ​ບໍ່​ຈຳກັດ ​ແລະ ການ​ດຳ​ເນີນ​ການ​ສົນທະນາ​ທາງ​ການ​ເມືອງຢ່າງ​ຕັ້ງໜ້າ. ຜູ້ຕາງໜ້າ​ກຸ່ມ​ປະກອບ​ອາວຸດ​ຊົນ​ເຜົ່າທ້ອງ​ຖິ່ນ​​ຕ່າງໆ​ທີ່​ເຂົ້າ​ຮ່ວມ​ການ​ເຈລະຈາ​ຕ່າງ​ກໍ່​ໄດ້​ມີ​ຄວາມ​ເຫັນຂອງ​ຕົນ. ຄະນະ​ກຳມະການ​ປະສານ​ງານ​ວ່າ​ດ້ວຍ​ການ​ສ້າງ​ຄວາມ​ປອງ​ດອງ ​ແລະ ສັນຕິພາບ​ຍັງ​ຈະ​ຈັດການ​ພົບ​ປະ​ກັບ​ຜູ້ຕາງໜ້າ​ຂອງ​ແຕ່​ລະ​ກຸຸ່ມ​ປະກອບ​ອາວຸດຕື່ມ​ອີກ.

 

 

ຄຳ​ເຫັນ

0