吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາ​ເລ​ເຊຍ ​ແລະ ບຼູ​ໄນ​ເປີດ​ແລວ​ທາງ​ທ່ອງທ່ຽວສຳລັບຜູ້​ໄດ້​ສັກວັກ​ຊິນຄົບຖ້ວນແລ້ວ ​ເພື່ອ​ເລັ່ງ​ຟື້ນ​ຟູ​ກບຸກຄົນ​ໄປມາຫາສູ່​ກັນ

2022-02-16 10:41:54 CRI

ມາ​ເລ​ເຊຍ ​ແລະ ບຼູ​ໄນ​ເປີດ​ແລວ​ທາງ​ທ່ອງທ່ຽວສຳລັບຜູ້​ໄດ້​ສັກວັກ​ຊິນຄົບຖ້ວນແລ້ວ ​ເພື່ອ​ເລັ່ງ​ຟື້ນ​ຟູ​ກບຸກຄົນ​ໄປມາຫາສູ່​ກັນ_fororder_文莱

 

ວັນ​ທີ 15 ກຸມພາ​ນີ້, ທ່ານ​ອິສ​ເມ​ວ ຊາບຣີ ນາຍົກລັດຖະມົນຕີມາ​ເລ​ເຊຍ​ທີ່​ພວມ​ຢ້ຽມຢາມປະເທດ​ບຼູ​ໄນ​ໄດ້ປະກາດ​ວ່າ: ມາ​ເລ​ເຊຍ ​ແລະ ບຼູ​ໄນ​ໄດ້​ເຊັນ​ສັນຍາວ່າ​ດ້ວຍ​ການ​ເປີດ​ແລວ​ທາງ​ທ່ອງທ່ຽວສຳລັບ​ຜູ້​ໄດ້​ສັກ​ວັກ​ຊິນຄົບ​ຖ້ວນ​ແລ້ວ​ຂອງ​ສອງ​ປະ​ເທດ ຫຼື VTL, ​ໃນ​ນັ້ນ​ລວມທັງການ​ເດີນທາງ​ທາງ​ອາກາດ ​ແລະ ທາງບົກ.

 

ທ່ານ​ອິສ​​ເມ​ວຊາບຣີ​ໄດ້​ແນະນຳ​ວ່າ,​​​ແລວ​ທາງ​ທ່ອງທ່ຽວ​ມາ​ເລ​ເຊຍ-​ບຼູ​ໄນ​ຈະ​ເປີດສຳ​ລັບ​ນັກ​ທ່ອງ​ທ່ຽວ​ທັງຫຼາຍ​ທີ່​ໄດ້ສັກ​ວັກ​ຊິນ​ໂຄ​ວິດ-19 ຄົບ​ຖ້ວນ​ແລ້ວ, ຜູ້​ເຂົ້າ​ເມືອງ​ບໍ່​ຈຳ​ເປັນຕ້ອງກັກ​ບໍລິ​ເວນອີກ ຈະ​ເຮັດ​​ແບບ​ດຽວ​ກັນ​ກັບແລວ​ທາງ​ ທ່ອງ​ທ່ຽວ​ທາງ​ອາກາດ ​ແລະ ທາງ​ບົກທີ່​ໄດ້​ເປີດ​ບໍລິການກັບ​ສິງກະ​ໂປ​ໄປ​ແລ້ວ​ນັ້ນ.

 

ນອກ​ນີ້, ຂ່າວ​ຍັງແຈ້ງວ່າ, ສົມ​ເດັດ​ຮາ​ຈີ ຮາ​ຊານ​ນານ ​ໂບ​ເກ​ຍ ​ລາຊາ​ທິບໍດີ​ປະ​ເທດ​ບຼູ​ໄນ​ໄດ້ຊົງ​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ສັນຍາ​ດັ່ງກ່າວ​ວ່າ, ສັນຍາ​ສະບັບ​ນີ້​ຈະ​ປະກອບສ່ວນ​​ເພື່ອ​ເຮັດ​ໃຫ້​ເສດຖະກິດຂອງ​ປະ​ເທດ​ບຼູ​ໄນ ​ແລະ ມາ​ເລ​ເຊຍສາມາດ​ຟື້ນ​ຟູ​ຄືນ​ໄດ້ຫຼັງ​ການ​ແຜ່​ລະບາດຂອງ​ພະຍາດ​ໂຄ​ວິດ-19 ​ແລະ ຊົງຫວັງວ່າ ການ​ຮ່ວມ​ມື​ດັ່ງກ່າວ​ຈະ​ສືບ​ຕໍ່​ເປີດ​ກວ້າງຕື່ມ​ອີກ ​ເພື່ອ​​ເພີ່ມ​ທະວີ​ການ​​ດ້ານ​ເສດຖະກິດການ​ຄ້າ​ລະຫວ່າງ​ບຼູ​ໄນ ກັບ ລັດ​ຊາ​ບາ ​ແລະ ລັດ​ຊາຣາວັກ​ຂອງ​ມາ​ເລ​ເຊຍ.

 

 

 

ຄຳ​ເຫັນ

0