蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້ເສີມ​ຂະ​ຫຍາຍ​ບົດ​ບາດ​ນັບ​ມື້​ນັບ​ສູງ​ຂຶ້ນ

2022-02-16 15:55:26 CRI

ວັນ​ທີ 13 ມັງ​ກອນ​ຜ່ານ​ມາ​ນີ້, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ໄດ້​ອອກ​ແຈ້ງ​ການ​ ໂດຍ​ຕົກ​ລົງ​​ວ່າ: ນັບ​ແຕ່​ວັນ​ທີ 14 ກຸມ​ພາ​ນີ້​ເປັນ​ຕົ້ນ​ໄປ, ໃຫ້​ເພີ່ມ​ຖ້ຽວ​ລົດ​ໄຟ​ໄປ-ກັບ​ຈາກ​ນະ​ຄອນຫຼວງວຽງ​ຈັນ​ຫາ​ນະ​ຄອນຫຼວງ​ພະ​ບາງ​ແຕ່ວັນ​ຈັນ​ຫາ​ວັນ​ພະ​ຫັດ, ທຸກ​ມື້​ຈະ​ມີ​ 2 ຖ້ຽວ​ ຄື: ຖ້ຽວ​ຈາກ​ນະ​ຄອນຫຼວງວຽງ​ຈັນ-ບໍ່​ເຕັນ​ແມ່ນ C81/82 ແລະ ນະ​ຄອນຫຼວງວຽງ​ຈັນ-ນະ​ຄອນຫຼວງ​ພະ​ບາງ C83/84 ເພື່ອ​ຕອ​ບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ໃນ​ການ​ເດີນ​ທາງ​ຂອງ​ຜູ້​ໂດຍ​ສານ. ໃນ​ຂະ​ນະ​ດຽວ​ກັນ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ຍັງ​ຈະ​ເປີດ​ຖ້ຽວ​ລົດ​ໄຟ​ດ່ວນ ແລະ ​ຖ້ຽວລົດ​ໄຟ​ໂດຍ​ສາ​ນ​ທຳ​ມະ​ດາ ໂດຍ​ອີງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ລູກ​ຄ້າ.

ນັບ​ແຕ່​ໄດ້​ເປີດ​ນຳ​ໃຊ້ທາງ​ລົດ​ໄຟ​ລາວ-ຈີນ​ສອງ​ເດືອນ​ປາຍ​ເປັນ​ຕົ້ນ​ມາ, ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ໄດ້​ເພີ່ມ​ຖ້ຽວ​ລົດ​ໄຟຫຼາຍ​ເທື່ອ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຕ້ອງ​ການ​ຂອງ​ຜູ້​ໂດ​ຍ​ສານ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ. ພາຍຫຼັງ​ໄດ້​ສຳ​ຜັດ​ກັບ​ຄວາມ​ປອດ​ໄພ​, ຄວາມ​​ດວກສະ​ບາຍ ແລະ ຄວາມ​ວ່ອງ​ໄວ​ຂອງ​ລົດ​ໄຟ​ຄວາມ​ໄວ​ສູງ​ແລ້ວ, ປະ​ຊາ​ຊົນ​ລາວ​​ກໍ່ນັບ​ມື້​ນັບຫຼາຍ​ໄດ້​ເລືອກ​ມາ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ. ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ຜູ້​ໂດຍ​ສານ​ຍັງ​ໄດ້​ເພີ່ມ​ຂຶ້ນ​ເລື້ອຍໆ, ​ສຳ​ລັບປີ້​ລົດ​ໄຟຂອງ​ມື້​ຖັດ​ໄປສ່ວນຫຼາຍ​ຈະ​​ຂາຍ​ໝົດ​ແຕ່​ຕອນ​ເຊົ້າ.

ໃນ​ດ້ານ​ການ​ຂົນ​ສົ່ງ​ສິນ​ຄ້າ, ນັບ​ແຕ່​ເປີດ​ຖ້ຽວ​ລົດ​ໄຟ “​ຂະ​ບວນດ່ວນ​ແມ່​ນ້ຳ​ລ້ານ​ຊ້າງ-ແມ່​ນ້ຳ​ຂອງ” ເປັນ​ຕົ້ນ​ມາ, ຍ້ອນ​ວ່າ​ລົດ​ໄຟ​ຖ້ຽວ​ນີ້​​ໄດ້ຜ່ານ​ດ່ານ​ໄວ, ແລ່ນ​ໄວ, ສາ​ມາດ​ກຳ​ນົດ​ເວ​ລາ​​ໄປເຖິງ​ສະ​ຖາ​ນີ​ປາຍ​ທາງ​ໄດ້​ຢ່າງ​ກົງ​ເວ​ລາ ແລະ ການ​ບໍ​ລິ​ການ​ມີ​ຄຸນ​ນະ​ພາບ​ສູງ, ຈິ່ງໄດ້​ຮັບ​ຄວາມ​ນິ​ຍົມ​ຊົມ​ຊອບ​ຈາກ​ລູກ​ຄ້າ​ເປັນ​ຈຳ​ນວນຫຼວງຫຼາຍ, ປະ​ເພດ​ສິນ​ຄ້າ​ນັບ​ມື້​ນັ​ບ​ເພີ່ມ​ຂຶ້ນ. ສິນ​ຄ້າ​ໃນ​ປະ​ເທດ​ຈີນ​ໄດ້​ຂົນ​ສົ່ງ​ມາ​ເຕົ້າ​ໂຮມ​ໄວ້​ຢູ່​ນະ​ຄອນ​ຄຸນມິງ​ແຂວງ​ຢຸນ​ນານ, ​ແລ້ວ​ຖືກສົ່ງ​ຕໍ່​ໄປ​ 10 ກວ່າ​ປະ​ເທດ ເຊັ່ນ: ມາ​ເລ​ເຊຍ, ສິງ​ກະ​ໂປ ແລະ ໄທ​ເປັນ​ຕົ້ນ ໂດຍ​ຜ່ານ​ທາງ​ລົດ​ໄຟ​ລາວ-ຈີນ, ສ່ວນ​ຜະ​ລິດ​ຕະ​ພັນ​ກະ​ສິ​ກຳ​ທີ່​ມີ​ຄຸນ​ນະ​ພາບ​ດີ​ຂອງ​ປະ​ເທດ​ລາວ​ກໍ​ສາ​ມາດ​ສົ່ງ​ອອກ​ໄປ​ສູ່​​ປະ​ເທດຈີນ ທີ່​ເປັນ​ຕະຫຼາດ​ບໍ​ລິ​ໂພກ​ທີ່​ໃຫຍ່​ທີ່​ສຸດ​ໃນ​ໂລກ ໂດຍ​ຜ່ານ​ທາງ​ລົດ​ໄຟ​ສາຍ​ນີ້.

ມາ​ຮອດ​ວັນ​ທີ 5 ກຸມ​ພາ​ນີ້, ທາງ​ລົດ​ໄຟ​ລາວ-ຈີນ​ຕອນ​​ຢູ່​ປະ​ເທດ​ລາວ​ໄດ້​​ໃຫ້​ບໍ​ລິ​ການຖ້ຽວ​ລົດ​ໄຟ​ໂດຍ​ສານ​ໄປ-ກັບ 116 ​ຖ້ຽວ, ຂົນ​ສົ່ງ​ຜູ້​ໂດຍ​ສານ​ໄດ້​ທັງ​ໝົດ 108.770 ເທື່ອ​ຄົນ, ສະ​ເລ່ຍ​ແລ້ວ, ຂົນ​ສົ່ງ​ຜູ້​ໂດຍ​ສານໄດ້​ມື້​ລະ 1.699 ເທື່ອ​ຄົນ, ​ໃນ​ມື້​ສູງ​ສຸດ​ໄດ້​ຂົນ​ສົ່ງ​ 2.804 ເທື່ອ​ຄົນ; ໄດ້​​ໃຫ້​ບໍ​ລິ​ການ​ຖ້ຽວ​ລົດ​ໄຟ​ຂົນ​ສົ່ງ​ສິນ​ຄ້າ​ໄປ-ກັບ 124,5 ​ຖ້ຽວ, ນັບ​ລວມ​ແລ້ວ, ໄດ້​ຂົນ​ສົ່ງ​ສິນ​ຄ້າ​ທັງ​ໝົດ 133.191 ໂຕນ, ສະ​ເລ່ຍ​ແລ້ວ​ມື້​ໜຶ່ງ​ຂົນ​ສົ່ງ​ສິນ​ຄ້າໄດ້ 2.081 ໂຕນ. ຄຽງ​ຄູ່​ກັບ​ເວ​ລາ​ຜ່ານ​ໄປ, ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ​ນັບ​ມື້​ນັບ​ຖືກ​ຂຸດ​ຄົ້ນ​ອອກ​ມາ​ແລະ​ປາ​ກົດ​​ໃຫ້​ເຫັນ​ຢ່າງ​ຈະ​ແຈ້ງ.

ທາງ​ລົດ​ໄຟ​ລາວ-ຈີນ​ໄດ້​ນຳ​ເອົາ​ໂອ​ກາດ​ການພັດ​ທະ​ນາ​ມາ​ໃຫ້​ປະ​ເທດ​ລາວ, ທັງ​ໄດ້​ເຮັດ​ໃຫ້​ລັດ​ຖະ​ບານ​ລາວ​ໃຫ້​ຄວາມ​ສົນ​ໃຈ​ຢ່າງ​ສູງ​ຕໍ່​ທາງ​ລົດ​ໄຟ​ລາວ-ຈີນ. ​ໃນວັນ​ທີ 7 ແລະ ​ວັນ​ທີ 9 ກຸ​ມ​ພາ​ນີ້, ພະ​ນະທ່ານ​ທອງ​ລຸນ ສີ​ສຸ​ລິດ ເລ​ຂາ​ທິ​ການ​ໃຫຍ່​ຄະ​ນະ​ບໍ​ລິ​ຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ, ປະ​ທານ​ປະ​ເທດ ແຫ່ງ ສ​ປ​ປ ລາວ​ພ້ອມ​ດ້ວຍ​ຄະ​ນະ ໄດ້​ຂີ່​ລົດ​ໄຟ​ລາວ-ຈີນ​ສອງ​ເທື່ອ​​ແລະ​ທ່ານກ່າວ​ວ່າ: ນັບ​ແຕ່​ເປີດ​ນຳ​ໃຊ້​ທາງ​ລົດ​ໄຟ​ລາວ-ຈີນ​ເປັນ​ຕົ້ນ​ມາ, ປະ​ຊາ​ຊົນ​ລາວ​ຮູ້​ສຶກ​ພາກ​ພູມ​ໃຈ​ທີ່​ສຸດ, ຫວັງ​ວ່າ: ປະ​ຊາ​ຊົນ​ລາວ​ທຸກ​ຄົນ​​ຈະ​ຫາ​ໂອ​ກາດ​ໄປ​ຂີ່​ລົດ​ໄຟ​ຄວາມ​ໄວ​ສູງ​ລາວ-ຈີນ ເພື່ອຮັບ​ຮູ້​​ແລະ​ເຂົ້າ​ໃຈເຖິງ​ຄວາມ​ໝາຍ​​ຄວາມສຳ​ຄັນຂອງ​ຂໍ້​ເລີ່ມການ​ຮ່ວມ​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ” ຢ່າງ​ແທ້​ຈິງ. ທ່ານ​ຍັງ​ໄດ້​​ພັນ​ລະ​ນາ​ກ່ຽວ​ກັບ​ທາງ​ລົດ​ໄຟ​ສາຍ​ນີ້​ວ່າ: “ມີ​ຊ່ອງ​ທາງ​ແລ້ວ, ກໍ​ຈະ​ມີ​ໂອ​ກາດ​ແຫ່ງ​ການ​ພັດ​ທະ​ນາ” ເຊິ່ງ​ເປັນ​ການ​ຢືນ​ຢັນ​ຢ່າງ​ເຕັມ​ສ່ວນ ​ເຖິງ​ບົດ​ບາດ​ສຳ​ຄັນ​ຂອງ​ທາງ​ລົດ​ໄຟ​ລາວ-ຈີນ ໃນ​ການ​ຊຸກ​ຍູ້​ການ​ພັດ​ທະ​ນາ​ປະ​ເທດ​ລາວ.

ເວົ້າ​ສຳ​ລັບ​ປະ​ຊາ​ຊົນ​ລາວ​ແລ້ວ, ທາງ​ລົດ​ໄຟ​ລາວ-ຈີນ​ບໍ່​ພຽງ​ແຕ່​ແມ່ນ​​ທາງ​ເລືອກ​ໃນ​ການອອກ​ເດີນ​ທາງ​ທີ່​ສະ​ດວກ​ສະ​ບາຍ​ເທົ່າ​ນັ້ນ, ຫາກ​ຍັງ​​ແມ່ນ​ຄວາມ​ຫວັງ​ຂອງ​ລາວ ທີ່​ຈະ​ເຊື່ອມ​ຕໍ່​ກັບ​ບັນ​ດາ​ປະ​ເທດ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້ ແລະ ​​ໄດ້​ເຮັດ​ໃຫ້​ຍຸດ​ທະ​ສາດຫັນປະ​ເທດ​ທີ່​ບໍ່​ມີ​ທາງ​ອອກ​ສູ່​ທະ​ເລ​ກາຍ​ເປັນ​ປະ​ເທດ​ເຊື່ອມ​ໂຍງ​ເຊື່ອມ​ຈອດ​​ກັບພາກ​ພື້ນ​ປະ​ກົດ​ຜົນ​ເປັນ​ຈິງ, ​ທັງຈະ​ບັນລຸ​ຄວາມ​ໃຝ່​ຝັນ​ຂອງ​ປະ​ຊາ​ຊົນ​ລາວ​ທີ່​ມຸ່ງ​ໜ້າ​ໄປ​ສູ່​ຊີ​ວິດ​ທີ່​ສຸກ​ສຳ​ລານອີກ​ດ້ວຍ.

ຄຳ​ເຫັນ

0