吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຫວຽດ​ນາມ​ມີ​ແຜນ​ຈະ​ເປີ​ດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ຮອບ​ດ້ານ​ເລີ່ມ​ແຕ່​ວັນ​ທີ 15 ມີ​ນາ​ທີ່​ຈະ​ມາ​ເຖິງ​ເປັນ​ຕົ້ນ​ໄປ

2022-02-16 15:56:53 cri

    ຫວຽດ​ນາມ​ມີ​ແຜນ​ຈະ​ເປີ​ດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽວ​ຢ່າງ​ຮອບ​ດ້ານ​ເລີ່ມ​ແຕ່​ວັນ​ທີ 15 ມີ​ນາ​ທີ່​ຈະ​ມາ​ເຖິງ​ເປັນ​ຕົ້ນ​ໄປ_fororder_微信图片_20220216105738

    ວັນ​ທີ 15 ກຸມ​ພາ​ນີ້, 6 ກະ​ຊວງ​ຂອງ​ຫວຽດ​ນາມ, ເຊັ່ນ: ກະ​ຊວງວັດ​ທະ​ນ​ະ​ທຳ, ກະ​ຊວງ​ການ​ຕ່າງ​ປະ​ເທດ, ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ແລະ​ກະ​ຊວງ​ອື່ນໆ​ໄດ້​ຈັດ​ກອງ​ປະ​ຊຸມຮ່ວມ​ກັນ, ໂດຍ​ໄດ້​ປຶກ​ສາ​ຫາ​ລື​ແຜນ​ການເປີດ​ບໍ​ລິ​ການ​ດ້ານ​ການ​ທ່ອງ​ທ່ຽ​ວ​​ຢູ່​ຫວຽດ​ນາມ​ຢ່າງ​ຮອບ​ດ້ານ ເຊິ່ງ​ຈະ​ເລີ່ມ​ແຕ່​ວັນ​ທີ 15 ມີ​ນາ​ທີ່​ຈະ​ມາ​ເຖິງ​ນີ້​ເປັນ​ຕົ້ນ​ໄປ. ລັດ​ຖະ​ບານ​ຫວຽດ​ນາມ​ຮຽກ​ຮ້ອງ​ໃຫ້​ກະ​ຊວງ​ຕ່າງໆ​ໃຫ້​ວາງ​ແຜນ​ການ​ລະ​ອຽດ​ກ່ຽວ​ກັບ​ການ​ເປີດ​ບໍ​ລິ​ການ​ດ້ານ​ການທ່ອງ​ທ່ຽວ​ຄືນ​ໃໝ່​ໂດຍ​ໄວ.

    ອີງ​ຕ​າມ​ແຜນ​ການ​ດັ່ງ​ກ່າວ, ໂຄງ​ການ​​ສຳ​ລັບ​ນັກ​ທ່ອງ​ທ່ຽວ​ຕ່າງ​ປະ​ເທດ ແລະ​ພາຍ​ໃນ​ປະ​ເທດ​ທີ່​ລວມ​ທັງ​​​ການ​ເດີນ​ທາງ​ທາງ​ອາ​ກາດ, ທາງ​ນ້ຳ ແລະ​ທາງ​ບົກ​ກໍ​ຈະ​ເປີດ​ບໍ​ລິ​ການ​ຢ່າງ​ຮອບ​ດ້ານ ເຊິ່ງ​ຈະເລີ່ມ​ແຕ່​ວັນ​ທີ 15 ມີ​ນາ​​​ໜ້າ​ນີ້ເປັນ​ຕົ້ນ​ໄປ, ພາຍ​ໃນ​ປະ​ເທດ​ຫວຽດ​ນາມ​ຈະ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19 “5K” ຄື: ​ໃສ່​ຜ້າ​ປິດ​ປາກ, ຂ້າ​ເຊື້ອ​ພະ​ຍາດ, ບໍ່​ລວມ​ກຸ່ມ, ຮັກ​ສາ​ໄລ​ຍະ​ຫ່າງ ແລະ​ແຈ້ງ​ຂໍ້​ມູນ​ດ້ານສຸ​ຂະ​ພາບ.

    ​ອີງ​ຕາມ​ແຜນ​ການ​ດັ່ງ​ກ່າວ, ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ມາ​ຈາກ​ຕ່າງ​ປະ​ເທດຫຼັງ​ຈາກ​ເຂົ້າຫວຽດ​ນາມ​ແລ້ວ​ບໍ່​ຈຳ​ເປັນ​ຕ້ອງ​ລົງ​ທະ​ບຽນ​ຢູ່​ບໍ​ລິ​ສັດ​ທ່ອງ​ທ່ຽວ​ອີກ, ແຕ່​ຕ້ອງ​ມີ​ໃບ​ຢັ້ງ​ຢືນ​ຜົນ​ການກວດ​​ຫາ​ເຊື້ອ​ໂຄວິດ-19ເປັນ​ລົບ; ນັກ​ທ່ອງ​ທ່ຽວ​​ທີ່ເດີນ​ທາງ​ເຂົ້າ​ຫວຽດ​ນາມ​ແລ້ວ​ຕ້ອງ​ກວດ​​ຫາ​ເຊື້ອ​ໂຄວິດ-19ແບບ​ໄວ; ນັກ​ທ່ອງ​ທ່ຽວ​ທີ່​ເດີນ​ທາງ​ຈາກ​ຕ່າງ​ປະ​ເທດຜູ້​ມີ​ອາ​ຍຸ 12 ປີ​ຂຶ້ນ​ໄປ​ຕ້ອງ​ສັກ​ວັກ​ຊີນ​ໂຄວິດ-19 ຄົບ 2 ເຂັ​ມ​ຂຶ້ນ​ໄປ; ນັກ​ທ່ອງ​ທ່ຽວ​ຕ້ອງ​ດາວ​ໂຫຼດ​ແອັບ​ຄວບ​ຄຸມ​ພະ​ຍາດ​ໂຄວິດ-19ຂອງ​ຫວຽດ​ນາມ ທັງ​ຕ້ອງ​ມີ​ປະ​ກັນ​ໄພ​ທີ່​ສາ​ມາດ​ຊຳ​ລະ​ຄ່າ​ປິ່ນ​ປົວ​ພະ​ຍາດ​ໂຄວິດ-19​ໄດ້; ສຳ​ລັບນັກ​ທ່ອງ​ທ່ຽວ​ທີ່​ພົບ​ຜົນກວດ​ເປັນ​ບວກ​, ກໍ​ຕ້ອງໄດ້ກັກ​ບໍ​ລິ​ເວນ ແລະ​ປິ່ນ​ປົວ​ທັນ​ທີ.

ຄຳ​ເຫັນ

0