郑林

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສິງ​ກະ​ໂປ​ຈະ​​ຜ່ອ​ນ​ຄາຍ​ມາດ​ຕະ​ການປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19ເທື່ອ​ລະ​ກ້າວ

2022-02-17 18:03:11 cri

ວັນ​ທີ16ກຸມ​ພານີ້ ໜ່ວຍ​ງານ​ປະ​ສົມເພື່ອ​ປ້ອງ​ກັນ​ພະ​ຍາດ​ໂຄວິດ-19ຂອງ​ສິງ​ກະ​ໂປ​ໄດ້​ຈັດ​ກອງ​ປະ​ຊຸມ​ຂ່າວ​ໂດຍ​ປະ​ກາດ​ວ່າ: ຄາດ​ຄະ​ເນ​ວ່າ ຈຳ​ນວນ​ຜູ້​ຕິດ​ເຊື້ອ​ພະ​ຍາດ​​ໂຄວິດ-19ສາຍ​ພັນໂອ​ມີ​ຄ​ຣອນ​ຈະ​ເພີ່ມ​ຂຶ້ນ​ຮອດ​ສະ​ຖິ​ຕິ​ສູງ​ສຸດ​ແລ້ວ​ກໍ່​ຈະ​ຫຼຸດລົງ​ເທື່ອ​ລະ​ກ້າວ,ຮອດ​ເວ​ລານັ້ນ​ຈະ​​ຜ່ອ​ນ​ຄາຍ​ມາດ​ຕະ​ການ​ປ້ອງ​ກັນ​ແລະ​ຄວບ​ຄຸ​ມພະ​ຍາດ​ຕື່ມ​ອີກ.ປັດ​ຈຸ​ບັນ,ຍັງ​ຈະ​ປະ​ຕິ​ບັດ​ຕາມ​ຂໍ້​ກຳ​ນົດ​ທີ່​ໄດ້​ລະ​ບຸ​ໄວ້​ວ່າ: ການ​ເຕົ້າ​ໂຮມ​ກັນ​ບໍ່​ໃຫ້​ເກີນ5ຄົນ,ຢູ່​ສ​ະ​ຖານ​ທີ່​ສາ​ທາ​ລະ​ນະ​​ຕ້ອງ​ໃສ່​ຜ້າ​ປິດ​ປາກ.

ໜ່ວຍ​ງານ​ນີ້​ຍັງກ່າວ​ວ່າ: ນັບ​ແຕ່​ວັນ​ທີ25ກຸມ​ພານີ້​ເປັນ​ຕົ້ນ​ໄປ,​ການ​ເຕົ້າ​ໂຮມ​ກັນ​ບໍ່​ໃຫ້​ເກີນ​ 5ຄົນ, ການຮັບ​ແຂກ​​ຂອງແຕ່​ລະ​ຄອບ​ຄົວ​ ກໍ່​ຈະ​ປັບ​ຈາກມື້​ລະ5ຄົນ​ເປັນ​ເທື່ອ​ລະ5ຄົນ.

ນອກ​ນີ້​ແລ້ວ ນັບ​ແຕ່​ວັນ​ທີ21ກຸມ​ພານີ້​ເປັນ​ຕົ້ນ​ໄປ,ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈາກ​ປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ມີ​ຄວາມ​ສ່ຽງ​ໜ້ອຍ ແລະ​ນັກ​ທ່ອງ​ທ່ຽວ​ທີ່​ມາ​ຈ​າກ​ປະ​ເທດ​ແລະ​ເຂດ​ແຄ້ວນ​ທີ່​ໄດ້​​ສັກ​ວັກ​ຊີນ​ຄົບ​ຖ້ວນ​ແລ້ວ​ທີ່​ໄດ້​ຮ່ວມ​ກັນ​ສ້າງ​ແລວ​ທ່ອງ​ທ່ຽວກັບ​ສິງ​ກະ​ໂປນັ້ນ,ມີ​ພຽງ​ແຕ່​ຕ້ກວດເຊື້ອ​ພະ​ຍາດ​ແບບ​ໄວ​ເທື່ອ​ໜຶ່ງ ​ພາຍ​ໃນ24ຊົ່ວ​ໂມງ​ກໍ່​ພໍ​ຫຼັງ​ຈາກ​ເຂົ້າ​ສິງ​ກະ​ໂປ​ແລ້ວ.

ສິງ​ກະ​ໂປ​ຈະ​​ຜ່ອ​ນ​ຄາຍ​ມາດ​ຕະ​ການປ້ອງ​ກັນ​ແລະ​ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19ເທື່ອ​ລະ​ກ້າວ_fororder_xjp

 

ຄຳ​ເຫັນ

0