覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ

2022-02-17 17:46:41 cri

ຢູ່ຈີນ, ປະຊາຊົນຖືອາຫານການກິນເປັນສິ່ງສຳຄັນທີ່ສຸດ, ການກິນດື່ມໃຫ້ດີ ເປັນສິ່ງສຳຄັນຫນຶ່ງຂອງປະຊາຊົນໃນໄລຍະບຸນກຸດຈີນ. ໃນເວລາທ່ານສີຈິ້ນຜິງໄປສຳຫຼວດກວດກາວຽກງານຢູ່ຮາກຖານໃນໄລຍະກ່ອນບຸນກຸດຈີນໃນທຸກປີທີ່ຜ່ານມາ, ໄດ້ມີເລື່ອງລາວຕ່າງໆກ່ຽວກັບອາຫານທີ່ແຊບຊ້ອຍໃນຍາມບຸນກຸດຈີນ.

 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2016
 

ໄລຍະກ່ອນບຸນກຸດຈີນປີ2016, ທ່ານສີຈິ້ນຜິງ ປະທານປະເທດຈີນພ້ອມດ້ວຍຄະນະໄດ້ຍ່າງເຂົ້າໄປຢ້ຽມຢາມຊາວບ້ານຢູ່ໃນເຮືອນ, ຊາວບ້ານທັງຫຼາຍກຳລັງຕຳເຂົ້າເພື່ອເຮັດເຂົ້າຫນົມ“ສືປ່າ”. ທ່ານສີຈິ້ນຜິງເວົ້າດ້ວຍໃບຫນ້າຍີ້ມແຍ້ມແຈ່ມໃສວ່າ: ‍‍“ພວກເຮົາຕຳນຳກັນເນາະ ໄດ້ບໍ່?”ທ່ານຫຼີຈົ່ງອູ ຊາວບ້ານຜູ້ຈັບຄ້ອນຕຳເລີຍຕອບທັນທີວ່າ‍‍“ໄດ້ ໄດ້”. ທ່ານສີຈິ້ນຜິງໄດ້ຕຳເຂົ້າຫຼາຍສິບບາດ ພ້ອມທັງຖາມວ່າ ຕຳເຂົ້າເທື່ອຫນຶ່ງຕ້ອງໃຊ້ເວລາດົນປານໃດ? ທ່ານຫຼີຈົ່ງອູຍັງຈື່ຄັກແນ່ທັງເລົ່າສູ່ຟັງວ່າ ‍‍“ເພິ່ນຍັງເວົ້າຢອກໄຍວ່າ ຕຳເຂົ້າແບບນີ້ຍັງສາມາດຫັດກາຍບໍລິຫານໄດ້ອີກໄດ໋”.
 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2017
 

ໄລຍະກ່ອນບຸນກຸດຈີນປີ2017, ຢູ່ໃນເຮືອນຊາວບ້ານບ້ານເຕີເຊິ້ງ ແຂວງເຫີເປີຍ, ທ່ານສີຈິ້ນຜິງ ມືຫນຶ່ງຈັບໄມ້ຖູ່ ແລະອີກມືຫນຶ່ງຈັບກະເຊາະໂດຍໄດ້ຈືນເຂົ້າຫນົມ“ຫນຽນກ່າວ”ທີ່ມີຄວາມຫມາຍວ່າ ເລື່ອນຊັ້ນສູງຂຶ້ນທຸກປີ. 
 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2019
 

ວັນທີ 1 ກຸມພາປີ2019, ທ່ານສີຈິ້ນຜິງໄດ້ຮ່ວມກັບຊາວນະຄອນຫຼວງປັກກິ່ງຫໍ່ເຂົ້າຫນົມກ້ຽວ ທັງເວົ້ານົວຫົວມ່ວນແບບເປັນກັນເອງ. ທ່ານສີຈິ້ນຜິງໄດ້ບອກວ່າ ຕົນເອງກໍມັກກິນເຂົ້າຫນົມກ້ຽວຢູ່ເຮືອນ. ທ່ານກ່າວວ່າ: ‍‍“ຍ້ອນຄານຳວຽກງານ,ຂ້າພະເຈົ້າຈິ່ງບໍ່ໄດ້ຫໍ່ເຂົ້າຫນົມກ້ຽວມາຫຼາຍປີແລ້ວ, ເບິ່ງແມ້, ຍິ່ງຫໍ່ຫຼາຍຍິ່ງຫໍ່ໄດ້ດີ, ຊີວິດການເປັນຢູ່ຂອງພວກເຮົາກໍຄືກັນ,ຈະນັບມື້ນັບດີຂຶ້ນ!”
 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2020
 

ວັນທີ 19 ມັງກອນປີ2020, ຢູ່ບ້ານເຜົ່າວາຊືໂມລາແຂວງຢູນນານ, ເຊິ່ງຄຳວ່າ ບ້ານຊືໂມລາ ໃນພາສາເຜົ່າວາ ແມ່ນມີຄວາມຫມາຍວ່າ  ບ້ານທີ່ເປັນແດນມີຄວາມສຸກ, ຊາວບ້ານທັງຫຼາຍໄດ້ເຊື້ອເຊີນທ່ານປະທານສີຈິ້ນຜິງເຮັດເຂົ້າຫນົມ“ຕ້າມີປ່າປ່າ”ເຊິ່ງເປັນອາຫານດັ້ງເດີມໃນໄລຍະສະຫຼອງບຸນປີໃຫມ່ເຜົ່າວາ.
 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2021
 

ປີ2021, ຢູ່ບ້ານຮວ້າອູ່ແຂວງກຸ້ຍໂຈ່ວ, ຊາວບ້ານໄດ້ເຊື້ອເຊີນທ່ານປະທານສີຈິ້ນຜິງເຮັດເຂົ້າຫນົມ“ຫວງປ່າ”ນຳກັນ, ເຊິ່ງເຂົາຫນົມຫວງປ່າເປັນອາຫານພື້ນເມືອງທີ່ມີເອກະລັກພິເສດທີ່ຂາດບໍ່ໄດ້ໃນໄລຍະສະຫຼອງບຸນປີໃຫມ່ສຳລັບຄົນກຸ້ຍໂຈ່ວ.
 

ທ່ານສີຈິ້ນຜິງກັບອາຫານຍາມບຸນກຸດຈີນຂອງປະຊາຊົນ_fororder_2022
 

  ໄລຍະກ່ອນບຸນກຸດຈີນປີ2022, ຢູ່ບ້ານເຟີງນານຢວນ ແຂວງຊ່ານສີ່, ທ່ານສີຈິ້ນຜິງໄດ້ຮ່ວມກັບຊາວບ້ານທັງຫຼາຍເຮັດເຂົ້າຫນົມ“ຫນຽນໂມ”ເຊິ່ງເປັນເຂົ້າຫນົມສະຫຼອງປີໃຫມ່,ເມື່ອໄດ້ເຫັນຊາວບ້ານເຮັດເຂົ້າຫນົມ“ຫນຽນໂມ”ທີ່ມີຫຼາຍຮູບຫຼາຍແບບເຊັ່ນເປັນຮູບກະຕ່າຍ, ປາ ແລະອື່ນໆ, ທ່ານສີຈິ້ນຜິງໄດ້ຍ້ອງວ່າ “ມີຄວາມສິລິມຸງຄຸນຫຼາຍ”, “ເຮັດໃຫ້ຄົນໄດ້ຮູ້ສຶກເຖິງບັນຍາກາດທີ່ຈະເລີນງອກງາມດີຂຶ້ນທຸກປີ, ເຊິ່ງໄດ້ສະແດງໃຫ້ເຫັນເຖິງຄວາມປາຖະຫນາຂອງພີ່ນ້ອງປະຊາຊົນທີ່ຢາກມີຊີວິດການເປັນຢູ່ທີ່ດີງາມ.”‍‍‍‍

ຄຳ​ເຫັນ

0