吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍ້ອນພະຍາດໂຄວິດ-19 ຮອບທີ 4 ແຜ່ລະບາດ ກະຊວງສາທາລະນະສຸກມຽນມາໄດ້ປະກາດມາດຕະການກັກບໍລິເວນທັນທີຢູ່ເຂດທີ່ມີສະພາບຮ້າຍແຮງ

2022-02-17 15:20:28 CRI

ຍ້ອນພະຍາດໂຄວິດ-19 ຮອບທີ 4 ແຜ່ລະບາດ ກະຊວງສາທາລະນະສຸກມຽນມາໄດ້ປະກາດມາດຕະການກັກບໍລິເວນທັນທີຢູ່ເຂດທີ່ມີສະພາບຮ້າຍແຮງ_fororder_缅甸疫情

 

ຫວ່າງມໍ່ໆມານີ້, ກະຊວງສາທາລະນະສຸກມຽນມາໄດ້ແຈ້ງໃຫ້ຮູ້ວ່າ, ໃນຕົວຢ່າງ 30.770 ອັນທີ່ກວດໃນວັນທີ 15 ກຸມພານີ້ ໄດ້ພົບຜູ້ເປັນພະຍາດໂຄວິດ-19 ຈຳນວນ 2.467 ກໍລະນີ, ນີ້ແມ່ນຄັ້ງທຳອິດຈຳນວນຜູ້ເປັນພະຍາດໂຄວິດ-19 ເພີ່ມຂຶ້ນຫຼາຍກວ່າ 2 ພັນກໍລະນີຕໍ່ມື້ນັບພາຍໃນ 3 ເດືອນມານີ້, ອັດຕາບົ່ງມະຕິຜູ້ເປັນພະຍາດສູງເຖິງ 8,02%, ສ່ວນກ່ອນ ເດືອນກຸາພາ, ອັດຕາບົ່ງມະຕິຜູ້ເປັນພະຍາດຕໍ່ມື້ຢູ່ມຽນມາເຄີຍຕ່ຳກວ່າ 2% .


ຕົວເລກຂອງຜົນກວດທີ່ກະຊວງສາທາລະນະສຸກມຽນມາໄດ້ປະກາດໃນຫວ່າງມໍ່ໆມານີ້ສະແດງໃຫ້ເຫັນວ່າ, ພະຍາດໂຄວິດ-19 ຮອບທີ 4 ພວມແຜ່ລະບາດຢູ່ມຽນມາຢ່າງວ່ອງໄວ.ກະຊວງສາທາລະນະສຸກມຽນມາໄດ້ປະກາດແຜນການປິ່ນປົວສຳລັບຜູ້ກັກບໍລິເວນຢູ່ເຮືອນທັນທີໂລດຢູ່ເຂດທີ່ມີສະພາບຮ້າຍແຮງ ເຊັ່ນ: ຢູ່ນະຄອນຢາງກຸ້ງ ແລະ ບ່ອນອື່ນໆ. ຜູ້ເປັນພະຍາດທີ່ກັກບໍລິເວນຢູ່ເຮືອນຖ້າຕ້ອງການຄວາມຊ່ວຍເຫຼືອສາມາດໂທລະສັບຫາພາກສ່ວນສາທາລະນະສຸກໃກ້ບ່ອນພັກເພື່ອຂໍຄວາມຊ່ວຍເຫຼືອ,ພ້ອມກັນນັ້ນ ແຫ່ງຕ່າງໆຍັງໄດ້ຈັດໜ່ວຍແພດ ເພື່ອໄປເຮືອນຂອງຜູ້ເປັນພະຍາດທີ່ມີອາການໜັກເພື່ອຊ່ວຍປິ່ນປົວຢ່າງທັນການ.

ຄຳ​ເຫັນ

0