吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້​ຜ່ານ​ທາງ​ອອນ​ລາຍ

2022-02-17 11:39:52 cri

 ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນໄດ້ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້​ຜ່ານ​ທາງ​ອອນ​ລາຍ_fororder_人

    ກອງ​ປະ​ຊຸມລັດ​ຖະ​ມົນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ຊຽນ​ທີ່​ບໍ່​ເປັນ​ທາງ​ການໄດ້​ຈັດ​ຂຶ້ນ​ໃນ​ວັນ​ທີ 17 ກຸມ​ພາ​ນີ້​ຜ່ານ​ທາງ​ອອນ​ລາຍ, ເຊິ່ງ​ເປັນ​ກອງ​ປະ​ຊຸມຄັ້ງ​ທຳ​ອິດ​ໃນ​ປີ​ນີ້.

    ກອງ​ປະ​ຊຸມ​ຄັ້ງ​ນີ້​​ໄດ້​ປຶກ​ສາ​ຫາ​ລື​ກັນ​ໂດຍປິ່ນ​ອ້ອມ​ຫົວ​ຂໍ້ຫຼັກ​​ຄື “ອ​າ​ຊຽນ​ຮ່ວມ​ກັນ​ຮັບ​ມືກັບ​ສິ່ງ​ທ້າ​ທາຍ”, ຫົວ​ຂໍ້​ຕົ້ນ​ຕໍ​ລວມ​ມີ: ​ການຮັບ​ມື​ກັບ​ສິ່ງ​ທ້າ​ທາຍ​ຂອງ​ສ​ະ​ພາບ​ພະ​ຍາດ​ໂຄວິດ-19, ​ການຊຸກ​ຍູ້​ການ​ຟື້ນ​ຟູ​ຂອງ​ເສດ​ຖະ​ກິດ, ​ການຊຸກ​ຍູ້​​ການ​ເຊື່ອມ​ໂຍງ​ອາ​ຊຽນ​ເຂົ້າ​ເປັນ​ອັນ​ໜຶ່ງ​ອັນ​ດຽວ​ກັນ, ​ການເພີ່ມ​ທະ​ວີ​ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ບໍ່​ແມ່ນ​ປະ​ເທ​ດ​ສະ​​ມາ​ຊິກ​ອາ​ຊຽນ ແລະ​ບັນ​ຫາ​ພາກ​ພື້ນ ແລະ​ສາ​ກົນ​ທີ່​ມີ​ຄວາມ​ສົນ​ໃຈ​ນຳ​ກັນ, ເຊັ່ນ: ຈັດ​ຕັ້ງ​ປະ​ຕິ​ບັດ​​ຂໍ້​ສະ​ເໜີ​ຂອງ​ອາ​ຊ​ຽນ 5 ຂໍ້​ໃນ​ການ​ແກ້​ໄຂສະ​ຖາ​ນະ​ການ​ຢູ່ມຽນ​ມາ​ທີ່​ບັນ​ດາ​ຝ່າຍ​ໄດ້​​ເຫັນ​ດີ​ນຳ​ກັນ​ໃນ​ກ່ອນ​ໜ້າ​ນີ້ ແລະ​ອື່ນໆ.

ຄຳ​ເຫັນ

0