吴怡杏

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລັດ​ຖະ​ບານ​ໄທ​ອະ​ນຸ​ມັດ​ນະ​ໂຍ​ບາຍ​ອຸດ​ໜູນ​ການ​ພັດ​ທະ​ນາ​ລົດ​ໄຟ​ຟ້າ

2022-02-17 14:29:44 cri

  ລັດ​ຖະ​ບານ​ໄທ​ອະ​ນຸ​ມັດ​ນະ​ໂຍ​ບາຍ​ອຸດ​ໜູນ​ການ​ພັດ​ທະ​ນາ​ລົດ​ໄຟ​ຟ້າ_fororder_微信图片_20220217144102

    ຫວ່າງ​ມໍ່ໆ​ມາ​ນີ້,  ລັດ​ຖະ​ບານ​ໄທ​ໄດ້​ອະ​ນຸ​​ມັດ​ນະ​ໂຍ​ບາຍ​ອຸດ​ໜູນ​ທີ່​ເປັນ​ບູ​ລິ​ມະ​ສິດ​ຕ່າງໆ​ ​ລວມ​ທັງ​ໃຫ້​ເງິນ​ອຸດ​ໜູນ ແລະ​ຫຼຸດ​ພ​າ​ສີ​ອາ​ກອນ, ເພື່ອ​ຊຸກ​ຍູ້​ການ​ນຳ​ໃຊ້ ການຜະ​ລິດ​ລົດ​ໄຟ​ຟ້າ ແລະ​ການພັດ​ທະ​ນາ​ຕະຫຼາດ​ລົດ​ໄຟ​ຟ້າ​​ໃຫ້​ເຂັ້ມ​ແຂງ.

ໂຄ​ສົກ​ທຳ​ນຽບ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ກ່າວ​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ໃນວັນ​ທີ 15 ກຸມ​ພາ​ນີ້​ວ່າ: ມາດ​ຕະ​ການ​ທີ່​ເປັນ​ບູ​ລິ​ມະ​ສິດ​ເຫຼົ່າ​ນີ້​ຈະ​ຈັດ​ຕັ້ງ​ປະ​ຕິ​ບັດ​ແຕ່​ປີ 2022-2025, ເພື່ອ​ບັນ​ລຸ​ເປົ້າ​ໝາຍ​ການ​ຜະ​ລິດລົດ​ໄຟ​ຟ້າ​ໃນ​ທົ່ວ​ປະ​ເທດໄທ​ໃຫ້​ກວມ 30% ເມື່ອ​ຮອດປີ 2030.

    ເອ​ກະ​ສານ​ທີ່​ເປີຍ​ເຜີຍ​ພາຍຫຼັງ​ກອງ​ປະ​ຊຸມ​ຂ່າວ​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ: ລັດ​ຖະ​ບານ​ໄທ​ໄດ້​ອະ​ນຸ​​ມັດ​ງົບ​ປະ​ມານ​ 3 ຕື້​ບາດ​ໃນ​ສົກ​ປີ 2022 ແລະ 40 ຕື້​ບາດ​​ໃນສົກ​ປີ 2023-2025, ເພື່ອ​ສະ​ໜັບ​ສະ​ໜູນ​ການ​ພັດ​ທະ​ນາ​ຂະ​ແໜງ​ການ​ລົດ​ໄຟ​ຟ້າ.

ສື່ມວນ​ຊົນ​ໄທ​ລາຍ​ງານ​ວ່າ: ມາດ​ຕະ​ການ​ທີ່​ເປັນບູ​ລິ​ມະ​ສິດ​ລວ​ມ​ທັງ​ໃຫ້​ເງິນ​ອຸດ​ໜູນ 7 ໝື່ນ-1,5 ແສນ​ບາດ​ໂດຍ​ອີງ​ຕາມ​ປະ​ເພດ ແລະ​ລຸ້ນ​ຂອງ​ລົດ​ໄຟ​ຟ້າ, ທັງ​ຫຼຸດ ຫລື​ຍົກ​ເວັ້ນ​ອາ​ກອນ​​ນຳ​ໃຊ້ ແລະ​ພາ​ສີນຳ​ເຂົ້າ​​ລົດ​ໄຟ​ຟ້າ.

ຄຳ​ເຫັນ

0