吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຈຳນວນ​ຜູ້​ເປັນ​ພະຍາດ​​ໂຄ​ວິດ-19ຢູ່​ອິນ​ໂດ​ເນ​ເຊຍ ມີຫຼາຍກວ່າ5 ລ້ານກໍລະນີ

2022-02-18 10:46:36 CRI

ຈຳນວນ​ຜູ້​ເປັນ​ພະຍາດ​​ໂຄ​ວິດ-19ຢູ່​ອິນ​ໂດ​ເນ​ເຊຍ ມີຫຼາຍກວ່າ5 ລ້ານກໍລະນີ_fororder_1128388068_16451119328991n

 

ວັນທີ 17 ກຸມພານີ້,  ລັດຖະບານອິນໂດເນເຊຍໄດ້ປະກາດຕົວເລກຫຼ້າສຸດໂດຍສະແດງໃຫ້ເຫັນວ່າ, ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ທີ່ເພີ່ມໃໝ່ຕໍ່ມື້ມີ 63.956 ກໍລະນີ, ນີ້ເປັນວັນທີສອງຕິດຕໍ່ກັນທີ່ມີຈຳນວນຜູ້ເປັນພະຍາດຫຼາຍກວ່າ 6 ໝື່ນກໍລະນີນັບແຕ່ເກີດມີການແຜ່ລະບາດພະຍາດໂຄວິດ-19 ຮອບທີ 2, ພ້ອມກັນນັ້ນກໍ່ເຮັດໃຫ້ຈຳນວນຜູ້ຖືກບົ່ງມະຕິເປັນພະຍາດໂຄວິດ-19 ຢູ່ອິນໂດເນເຊຍ ມີທັງໝົດ 5.030.002 ກໍລະນີ.

 

ນອກນີ້, ໃນໄລຍະ 24 ຊົ່ວໂມງທີ່ຜ່ານໄປ, ມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 ເພີ່ມໃໝ່ຕໍ່ມື້ 206 ຄົນ, ລວມທັງໝົດແລ້ວ ຢູ່ອິນໂດເນເຊຍມີຜູ້ເສຍຊີວິດຍ້ອນພະຍາດໂຄວິດ-19 145.828 ຄົນ.

 

 

 

 

 

 

 

 

 

 

ຄຳ​ເຫັນ

0