蔡宝峰

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ຊຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ເຕີບ​ໂຕ

2022-02-20 13:07:09 CRI

ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ຮຽກ​ຮ້ອງ​ໃຫ້​ສືບ​ຕໍ່​ຊຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ເຕີບ​ໂຕ_fororder_taiguochukou

     ວັນ​ທີ 19 ກຸມ​ພານີ້, ກົມ​ປະ​ຊາ​ສຳ​ພັນ​ປະ​ເທດ​ໄທ​ໄດ້​ເຜີຍ​ໃຫ້​ຮູ້​ວ່າ: ທ່ານ​​ປ​ຣະ​ຢຸດ ຈັນ​ໂອ​ຊາ ນາ​ຍົກ​ລັດ​ຖະ​ມົນ​ຕີ​ປະ​ເທດ​ໄທ​ຮຽກ​ຮ້ອງ​ໃຫ້​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກຳ​ແໜ້ນໂອ​ກາດທີ່​ເສດ​ຖະ​ກິດ​ໂລກ​ຟື້ນ​ຄືນ​ແລະ​ສັນ​ຍາ​ການ​ພົວ​ພັນ​ຄູ່​ຮ່ວມ​ມືເສດ​ຖະ​ກິດຮອບ​ດ້ານ​ໃນ​ພາກ​ພື້ນ​ຫຼື​ອາ​ເຊັບ​ໄດ້​ມີ​ຜົນ​ບັງ​ຄັບ​ໃຊ້​ໃນ​ຕົ້​ນ​ປີນີ້, ຮັກ​ສາ​ທ່ວງ​ທ່າ​ຂະ​ຫຍາຍ​ຕົວ​ອັນ​ຕັ້ງ​ໜ້າ​ຂອງ​ການ​ສົ່ງ​ອອກ, ຊຸກ​ຍູ້​ການ​ສົ່ງ​ອອກ​ໃຫ້​ເຕີບ​ໂຕ.

     ປີ 2021, ຍອດ​ມູນ​ຄ່າ​ການ​ຄ້າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ປະ​ເທດ​ໄທ​ໄດ້​ບັນ​ລຸ​ເຖິງ 538 ຕື້ 770 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 23,1% ເມື່ອ​ທຽບ​ໃສ່​ປີ 2020. ໃນ​ນັ້ນ, ມູນ​ຄ່າ​ການ​ສົ່ງ​ອອກ​ມີ​ເຖິງ 271 ຕື້ 173 ລ້ານ​ໂດ​ລາ, ເພີ່ມ​ຂຶ້ນ 17,1% ເມື່ອ​ທຽບ​ໃສ່​ປີ 2020, ເຊິ່ງ​ເປັນ​ລະ​ດັບ​ສູງ​ສຸດ​ນັບ​ແຕ່​ປີ 2011 ເປັນ​ຕົ້ນ​ມາ.

     ປີກາຍນີ້, ປະ​ເທດ​ຈີນ​ສືບ​ຕໍ່​ເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 1 ຂອງ​ປະ​ເທດ​ໄທ, ຍີ່​ປຸ່ນເປັນ​ຄູ່​ການ​ຄ້າ​ໃຫຍ່​ອັນ​ດັບ 2 ຂອງ​ໄທ ແລະ​ອາ​ເມ​ຣິ​ກາເປັນ​ອັນ​ດັບ 3.​

ຄຳ​ເຫັນ

0