黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຟີ​ລິບ​ປີນ​ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6 ລິກ​ເຕີ

2022-02-21 15:32:10 cri

ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ໄຟ​ແລະ​ແຜ່ນ​ດິນ​ໄຫວ​ຟີ​ລິບ​ປີນ​ໄດ້​ລາຍ​ງານ​ວ່າ: ​ຕອນ​ເດິກ​ເວ​ລາ 2 ໂມງ 29 ນາ​ທີ​​ຂອງວັນ​ທີ 21 ກຸມ​ພາ​ນີ້, ເຂດ​ທະ​ເລ​​ທາງພາກ​ໃຕ້​ຂອງ​ຟີ​ລິບ​ປີນ​ໄດ້​ເກີດ​ແຜ່ນ​ດິນ​ໄຫວ​ຂະ​ໜາດ 6 ລິ​ກ​ເຕີ, ໃຈ​ກາງ​ແຜ່ນ​ດິນ​ໄຫວ​ຢູ່​ພາກ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ເມືອງ ​ເວີ​ໂນ ເຮນ​ເນ​ໂຮ​ໂຊ​ແຂວງດາ​ວາວ​ຕາ​ເວັນ​ອອກ​ທີ່ເກາະມິນ​ດາ​ນາວ​ປະ​ມານ 86 ກິ​ໂລ​ແມັດ, ​ໃນເສັ້ນ​ຂະ​ໜານ​ເໜືອ 5,98 ອົງ​ສາ​ແລະເສັ້ນ​ແວງ​ຕາ​ເວັນ​ອອກ 126,46 ອົງ​ສາ, ແຫຼ່ງ​ແຜ່ນ​ດິນ​ໄຫວ​​ເລິກ​ລັງ​ໃຕ້​ດິນ 71 ກິ​ໂລ​ແມັດ. ຕົວ​ເມືອງ​ຈຳ​ນວນ​ໜຶ່ງ​ຂອງ​ເກາະ​ມິນ​ດາ​ນາວ​​ຮັບ​ຮູ້​ເຖິງ​ແຮງ​ສັ່ນ​ສະ​ເທືອນ.

ສະ​ຖາ​ບັນ​ຄົ້ນ​ຄວ້າ​ພູ​ໄຟ​ແລະ​ແຜ່ນ​ດິນ​ໄຫວ​ຟີ​ລິບ​ປີນ​ກ່າວ​ວ່າ: ຄາດ​ວ່າ​ແຜ່ນ​ດິນ​ໄຫວ​ດັ່ງ​ກ່າ​ວ​ຈະ​ບໍ່​ສ້າງ​ຄວາມ​ເສຍ​ຫາຍ​ໃຫ້​ກັບ​ປະ​ຊາ​ຊົນ, ແຕ່​ຈະ​ມີ​​ແຮງ​ສັ່ນ​ສະ​ເທືອນ​ຕາມ​ມາ​ອີກ.

ຄຳ​ເຫັນ

0