蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງເຂດ​ພັກ​ສິນ​ຄ້າ​ສັງ​ລວມໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ປີ 2021 ໄດ້​ບັນ​ລຸ​ເກືອບ 6.000 ຕື້ຢວນ

2022-02-21 15:10:39 CRI

ອົງ​ການ​ພາ​ສີ​ແຫ່ງ​ຊາດ​ຈີນ​ແຈ້ງ​ຂ່າວ​ວ່າ: ປີ 2021, ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງເຂດ​ພັກ​ສິນ​ຄ້າ​ສັງ​ລວມໃນ​ທົ່ວ​ປະ​ເທດ​ຈີນ​ໃນ​ປີ 2021 ໄດ້​ບັນ​ລຸ​ເຖິງ​ 5.900 ຕື້ຢວນ, ເພີ່ມ​ຂຶ້ນ 23,8% ເມື່ອ​ທຽບ​ໃສ່​ປີ 2020, ​ສູງກວ່າ​ຈັງ​ຫວະ​ການ​ເຕີບ​ໂຕ​ຂອງຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ໃນ​ທົ່ວ​ປະ​ເທດ​ຈີນ 2,4% ເຊິ່ງ​ໄດ້​ກວມ 15,1% ຂອງ​ຍອດ​ມູນ​ຄ່າ​ຂາ​ເຂົ້າ​ຂາ​ອອກ​ຂອງ​ທົ່ວ​ປະ​ເທດ​ໃນ​ປີ 2021 ແລະ ​ມີອັດ​ຕາ​​ການປະ​ກອບ​ສ່ວນ​ຕໍ່​ການ​ຄ້າ​ກັບ​ຕ່າງ​ປະ​ເທດ​ຂອງ​ຈີນເຖິງ 16,5%. ມາ​ຮອດ​ປັດ​ຈຸ​ບັນ, ຈຳ​ນວນ​ເຂດພັກ​ສິນ​ຄ້າ​ສັງ​ລວມຂອງ​ຈີນ​ມີ​ເຖິງ 155 ແຫ່ງ ແລະ ກວມ​ເອົາ 92,8% ຂອງ​ຈຳ​ນວນ​ເຂດ​ທີ່ຢູ່​ໃນ​ການ​ຄຸ້ມ​ຄອງ​ພິ​ເສດ​ຂອງ​ດ່ານ​ພາ​ສີ​ຈີນ.

ຄຳ​ເຫັນ

0