秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ສະຫະພາບເອີຣົບປະຕິບັດມາດຕະການລົງໂທດສຳລັບບຸກຄົນ 22 ຄົນ ແລະວິສາຫະກິດ 4 ແຫ່ງຂອງມຽນມາ

2022-02-22 16:59:20 cri

ວັນ​ທີ 21 ກຸມ​ພາ​ນີ້, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ກາດ​ມາດ​ຕະ​ການ​ລົງ​ໂທດສຳ​ລັບ​ບຸກ​ຄົນ 22 ຄົນ ແລະ​ວິ​ສາ​ຫະ​ກິດ 4 ແຫ່ງ​ຂອງ​ມຽນ​ມາ. ນີ້​ເປັນ​ການ​ລົງ​ໂທດ​ຮອບ​ທີ 4 ທີ່​ສະ​ຫະ​ພາບ​ເອີ​ຣົບ​ປະ​ຕິ​ບັດ​ກັບ​ມຽນ​ມາ ນັບ​ແຕ່​ເດືອນ​ກຸມ​ພາ​ປີ 2021 ເປັນ​ຕົ້​ນ​ມາ.

ຕາມ​ຖະ​ແຫຼງ​ການ​ທີ່​ສະ​ພາ​ມົນ​ຕີສະ​ຫະ​ພາບ​ເອີ​ຣົບ​ເປີດ​ເຜີຍ​ໃນ​ມື້​ດັ່ງ​ກ່າວ, ບຸກ​ຄົນ 22 ຄົນ​ດັ່ງ​ກ່າວລວມ​ມີ​ລັດ​ຖະ​ມົນ​ຕີ​ຂອງ​ລັດ​ຖະ​ບານ​ປັດ​ຈຸ​ບັນ, ກຳ​ມະ​ການ​ຂອງ​ຄະ​ນະ​ກຳ​ມາ​ທິການ​ຄຸ້ມ​ຄອງ​ແຫ່ງ​ຊາດ​ມຽນ​ມາ, ກຳ​​ມະ​ການ​​ຂອງຄະ​ນະ​ກໍ​າ​​ມາ​ທິ​ການ​ເລືອກ​ຕັ້ງ​ສະ​ຫະ​ພາບ​ມຽນ​ມາ, ການ​ນຳ​ຂັ້ນ​ສູງ​ຂອງກອງ​ທັບ​ປ້ອງ​ກັນ​ປະ​ເທດມຽນ​ມາ ແລະ​ອື່ນໆ, ສ່ວນ​ວິ​ສາ​ຫະ​ກິດ 4 ແຫ່ງ​ລວມ​ທັງ​ລັດ​ວິ​ສາ​ຫະ​ກິດ ແລະ​ວິ​ສາ​ຫະ​ກິດ​ເອ​ກະ​ຊົນ. ສະ​ຫະ​ພາບ​ເອີ​ຣົບ​ຈະ​ອາ​ຍັດ​ຊັບ​ສິນ​​ຢູ່​ໃນ​ສະ​ຫະ​ພາບ​ເອີ​ຣົບຂອງ​ບຸກ​ຄົນ ແລະ​ວິ​ສາ​ຫະ​ກິດ​ເຫຼົ່າ​ນີ້ ພ້ອມ​ທັງ​ຈະ​ຈຳ​ກັດສິດເຂົ້າ-ອອກ​ສະ​ຫະ​ພາບ​ເອີ​ຣົບ​ຂອງ​ເຂົາ​ເຈົ້າ.

ໃນ​ເດືອນ​ກຸມ​ພາ​ປີ 2021, ທ່ານ​ວິນ​ມິນ ປະ​ທາ​ນາ​ທິ​ບໍ​ດີ​ມຽນ​ມາ, ທ່ານ​ນາງ​ອອງ​ຊານ​ຊຸ​ຈີ ທີ່​ປຶກ​ສາ​ແຫ່ງ​ລັດ​ມຽນ​ມາ ແລະ​ເຈົ້າ​ໜ້າ​ທີ່​ຂັ້ນ​ສູງ​ຈຳ​ນວນ​ໜຶ່ງ​ຂອງ​​ພັກພັນ​ທະ​ມິດ​ປະ​ຊາ​ທິ​ປະ​ໄຕ​​ທົ່ວ​ປະ​ເທດມຽນ​ມາ ໄດ້​ຖືກ​ເຈົ້​າ​ໜ້າ​ທີ່​ທະ​ຫານ​ກັກ​ຕົວ, ຫຼັງ​ຈາກ​ນັ້ນ, ​ເຈົ້າ​ໜ້າ​ທີ່​​ທະ​ຫານ​ຂອງ​ມຽນ​ມາ​ໄດ້​ປະ​ກາດໃຫ້​ທົ່ວ​ປະ​ເທດ​ມຽນ​ມາ​ເຂົ້າ​ສູ່​ພາ​ວ​ະ​ສຸກ​ເສີນ, ອຳ​ນາ​ດ​ການ​ປົກ​ຄອງ​ປະ​ເທດແມ່ນ​ຂຶ້ນ​ກັບທ່ານ​ມິນ​ອອງ​ລາຍ, ຜູ້​ບັນ​ຊາ​ການ​ໃຫຍ່ກອງ​ທັບ​ປ້ອງ​ກັນ​ປະ​ເທດ​ມຽນ​ມາ. ໃນ​ເດືອນ​ມີ​ນາ​ຫາ​ເດືອນ​ມິ​ຖຸ​ນາ ​ປີ 2021, ສະ​ຫະ​ພາບ​ເອີ​ຣົບ​ໄດ້​ປະ​ຕິ​ບັດມາດ​ຕະ​ການ​ລົງ​ໂທດ 3 ຮອບ​ສຳ​ລັບ​ບຸກ​ຄົນ ແລະ​ວິ​ສາ​ຫະ​ກິດ​ຂອງ​ມຽນ​ມາ ດ້ວຍ​ຂໍ້​ອ້າງ “​ລະ​ເມີດ​ສິດ​ທິ​ມະ​ນຸດ​ຢ່າງ​ໜັກ​ໜ່ວງ”.

ຄຳ​ເຫັນ

0