秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ລົດໄຟທຳມະດາຂະບວນທຳອິດຂອງທາງລົດໄຟລາວ-ຈີນຕອນຢູ່ປະເທດລາວ ໄດ້ມາຮອດນະຄອນຫຼວງວຽງຈັນແລ້ວ

2022-02-23 14:28:59 cri

ເວ​ລາ 17 ໂມງ 5 ນາ​ທີ​ຂອງວັນ​ທີ 22 ກຸມ​ພາ​ນີ້​ຕາມ​ເວ​ລາ​ທ້ອງ​ຖິ້ນ, ລົດ​ໄຟ​ໂດ​ຍ​ສານທຳ​ມະ​ດາ​ຂະ​ບວນ​ທຳ​ອິດ​ຂອງ​ທາງ​ລົດ​ໄຟ​ລາວ​-ຈີນ​ຕອນ​ຢູ່​ປະ​ເທດ​ລາວ ໄດ້​​ແລ່ນມາ​ຮອດ​ນະ​ຄອນຫຼວງວຽງ​ຈັນ​ແລ້ວ.

ຕາມ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ຂອງ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດ​ແຈ້ງ​ໃຫ້​ຮູ້​ວ່າ: ຂະ​ບວນ​ລົດ​ໄຟ​ທີ່​ແລ່ນມາ​ຮອດ​ນະ​ຄອນຫຼວງ​ວຽງ​ຈັນ​ໃນ​ຄັ້ງ​ນີ້ ເປັນ​ຂະ​ບວນ​ລົດ​ໄຟ​ໂດຍ​ສານຕິດ​ແອ​ເຢັ​ນ​ລຸ້ນ 25G, ມີ​ຄວາມ​ໄວ 120 ກິ​ໂລ​ແມັດ​ຕໍ່​ຊົ່ວ​ໂມງ, ລວມ​ມີ​ຕູ້​ລົດ​ໄຟ 15 ຕູ້, ສາ​ມາດ​ບັນ​ຈຸ​ຜູ້​ໂດຍ​ສານ​ໄດ້ 1.664 ຄົນ.

ປັດ​ຈຸ​ບັ​ນ, ​ບໍ​ລິ​ສັດ​ທາງ​ລົດ​ໄຟ​ລາວ-ຈີນ​ຈຳ​ກັດກຳ​ລັງ​ກະ​ກຽມ​ວຽກ​ງານ​ເປີດ​ ​ນຳ​ໃຊ້​ລົດ​ໄຟ​ທຳ​ມະ​ດາ​ຂະ​ບວນ​ນີ້ ໂດຍໃຫ້​ສອດ​ຄ່ອງ​ກັບ​ສະ​ພາບ​ຕົວ​ຈິງ​ໃນ​ປັດ​ຈຸ​ບັນ ເພື່ອ​ຕອບ​ສະ​ໜອງ​ຕາມ​ຄວາມ​ຮຽກ​ຮ້ອງ​ຕ້ອງ​ການ​ທີ່​ຕ່າງ​ກັນຂອງ​ຜູ້​ໂດຍ​ສານ​ທັງຫຼາຍ, ສ່ວນ​ເວ​ລາ​ເປີດ​ການ​ນຳ​ໃຊ້ ແລະ​ຈຳ​ນວນ​ຕູ້​ລົດ​ໄຟ​ທີ່​ນຳ​ໃຊ້ ຈະ​ເປີດ​ເຜີຍ​ຕາມຫຼັງ.

ຄຳ​ເຫັນ

0