黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານ​ສີ​ຈິ້ນ​ຜິງ ສົ່ງ​ສານອວຍ​ພອນ​ວັນ​ຊາດ​ໄປ​ຍັງ​ຊຸນ​ຕານ ຮາ​ຈີ ຮັດ​ຊາ​ນານ ໂບ​ເກຍ​ຂອງ​ບ​ຣູ​ໄນ

2022-02-23 16:48:33 cri

ວັນ​ທີ 23 ກຸມ​ພາ​ນີ້, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ສົ່ງ​ສານອວຍ​ພອນ​ໄປ​ຍັງ​​ຊຸນ​ຕານ ຮາ​ຈີ ຮັດ​ຊາ​ນານ ໂບ​ເກຍ​ຂອງ​ບ​ຣູ​ໄນເນື່ອງ​ໃນ​ໂອ​ກາດ​ວັນ​ຊາດບ​ຮູ​ໄນ​ຄົບ​ຮອບ 38 ປີ.

​ໃນ​ສານ​ຂອງທ່ານ​ສີ​ຈິ້ນ​ຜິງ ໄດ້​ລະ​ບຸ​ວ່າ: ພາຍ​ຫຼັງ​ບ​ຣູ​ໄນ​ໄດ້​ປະ​ກາດ​ເອ​ກະ​ລາດ​​ໄດ້ 38 ປີ​ມາ​ນີ້, ພາ​ລະ​ກິດ​ການ​ສ້າງ​ສາ​ປະ​ເທດ​ຊາດ​ຂອງບ​ຣູ​ໄນ​ໄດ້​ຮັບ​ຜົນ​​ສຳ​ເລັດ​ຢ່າງ​ຈະ​ແຈ້ງ, ລະ​ດັບ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະ​ຊາ​ຊົນ​ນັບ​ມື້​ນັບ​ສູງ​ຂຶ້ນ​ຢ່າງ​ບໍ່​ຢຸດ​ຢັ້ງ. ປີ​ກາຍ​ນີ້, ບ​ຣູ​ໄນ​ໄດ້ເປັນ​ປະ​ເທດ​ປະ​ທານ​ໝູນ​ວຽນ​ຂອງ​ອາ​ຊຽນ, ພວກ​ເຮົາ​ໄດ້​ຮ່ວມ​ກັນ​ເປັນ​ປະ​ທານ​ຈັດ​ກອງ​ປະ​ຊຸມ​ສຸດຍອ​ດ​ເພື່ອ​ສະ​ເຫຼີມ​ສະ​ຫຼອງວັນ​ສ້າງ​ຕັ້ງ​ສາຍ​ພົວ​ພັນ​ຄູ່​ເຈ​ລະ​ຈາ​​ຈີນ-ອາ​ຊຽນຄົບ​ຮອບ 30 ປີ, ​ສາ​ມາດ​ເຮັດ​ໃຫ້ການ​ພົ​ວ​ພັນ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນຍົກ​ສູງ​ຂຶ້ນ​ສູ່ລະ​ດັບ​ໃໝ່.

ທ່ານ​ສີ​ຈິ້​ນ​ຜິງ ເນັ້ນ​ໜັກ​ວ່າ: ຈີນ​ແລະ​ບ​ຣູ​ໄນ​ແມ່ນ​ປະ​ເທດ​​ບ້ານ​ໃກ້​ເຮືອນ​ຄຽງ​ທີ່​ດີ​ແລະ​ຄູ່​ຮ່ວມ​ມື​​ຍຸດ​ທະ​ສາດ​ທີ່​ດີ, ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ຮັບ​ໝາກ​ຜົນ​ອັນ​ອຸ​ດົມ​ສົມ​ບູນ, ຂ້າ​ພະ​ເຈົ້າ​ໃຫ້​ຄວາມ​ສຳ​ຄັນ​ຢ່າງ​ສູງ​ຕໍ່​​ສາຍ​ຂະ​ຫຍາຍ​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບ​ຣູ​ໄນ, ຫວັງ​ວ່າ​ສອງ​ປະ​ເທດ​ຈະ​ສາ​ມາດ​ຊຸກ​ຍູ້​ກາ​ນ​ຮ່ວມ​ມື​​ກັນ​ຕ້ານ​ກັບ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ແລະ​ການ​ຮ່ວມ​ມື​ກັນ​ສ້າງ “ໜຶ່ງ​ແລວ​ໜຶ່ງ​ເສັ້ນ​ທາງ”, ​ພ້ອມ​ທັງຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ລະ​ຫວ່າງ​ຈີນ​ກັບ​ບ​ຣູ​ໄນ​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເພື່ອສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະ​ຊາ​ຊົນ​ທັງ​ສອງ​ປະ​ເທດ​ຢ່າງ​ບໍ່​ຢຸດຢັ້ງ.

ຄຳ​ເຫັນ

0