ວັນທີ 16 ກຸມພານີ້, ທ່ານເອຣິກ ບັດເຊີ ສະມາຊິກສະພານະຄອນນິວຢອກປະເທດອາເມຣິກາໄດ້ພົສວິດີໂອຕອນໜຶ່ງຂອງຕົນລົງໃນສື່ສັງຄົມອອນລາຍ twitter, ໃນວິດີໂອດັ່ງກ່າວ, ທ່ານໄດ້ຂີ່ລົດສາມລໍ້ຄັນໜຶ່ງຂອງບໍລິສັດສົ່ງເຄື່ອງດ່ວນອາເມຣິກາ UPS, ທັງໄດ້ແນະນຳລົດສາມລໍ້ດັ່ງກ່າວດ້ວຍຄວາມພາກພູມໃຈວ່າ: “ນີ້ແມ່ນອະນາຄົດແຫ່ງການສົ່ງເຄື່ອງດ່ວນຂອງນິວຢອກ.”
ແຕ່ວ່າຊາວເນັດອາເມຣິກາພັດມີຄວາມຮູ້ສຶກວ່າລາວໂງ່ຫຼາຍແລະຂຽນວ່າ: “ເຄື່ອງທີ່ຈີນ ໃຊ້ເມື່ອຮ້ອຍກວ່າປີກ່ອນພັດກາຍເປັນອະນາຄົດຂອງອາເມຣິກາຊັ້ນຫວາ!”, ຍັງມີຊາວເນັດບາງຄົນສຽດສີວ່າ: “ເມື່ອຈີນເລີ່ມຄົ້ນຄວ້າເຮືອບິນບໍ່ມີຄົນຂັບແລະລົດສົ່ງເຄື່ອງດ່ວນທີ່ບໍ່ມີຄົນຂັບ, ຜູ້ມີຊື່ສຽງຂອງອາເມຣິກາພັດຮູ້ສຶກພາກພູມໃຈຍ້ອນມີລົດສາມລໍ້!” ນອກນີ້ຍັງມີຊາວເນັດບາງຄົນໄດ້ສະເໜີໃຫ້ສະມາຊິກສະພາຄົນດັ່ງກ່າວເດີນທາງໄປຕ່າງປະເທດເພື່ອເປີດຫູເປີດຕາແດ່, ສົມໝຸດວ່າໄປປະເທດຈີນ……
ສິ່ງທີ່ຊາວອາເມຣິກາບໍ່ຮູ້ນັ້ນຍັງມີຫຼາຍ, ບໍ່ພຽງແຕ່ລົດສົ່ງເຄື່ອງດ່ວນເທົ່ານັ້ນ. ງານກິລາໂອລິມປິກລະດູໜາວປັກກິ່ງໄດ້ສິ້ນສຸດລົງຢ່າງຈົບງາມແລ້ວ, ໃນເວລາສະຫຼຸບວຽກງານກິລາໂອລິມປິກຄັ້ງນີ້, ສື່ມວນຊົນອາເມຣິກາໄດ້ພົບເຫັນບາງຢ່າງທີ່ເໜືອການຄາດຄິດຂອງເຂົາເຈົ້າ, ຍົກຕົວຢ່າງຄືມາດຕະການ “ການປ້ອງກັນຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນ” ແມ່ນມາດຕະການທີ່ມີປະສິດທິຜົນທີ່ດີ.
ວັນທີ 16 ກຸມພານີ້, ໜັງສືພິມ The Wall Street journal ອາເມຣິກາໄດ້ພິມບົດຄວາມໂດຍໄດ້ລະບຸວ່າ: ໃນໄລຍະຈັດງານກິລາໂອລິມປິກລະດູໜາວປັກກິ່ງ, ຈີນໄດ້ປະຕິບັດມາດຕະການຄວບຄຸມແບບວົງປິດຢ່າງເຂັ້ມງວດ. ແຕ່ວ່າຢູ່ນອກວົງປິດຂອງງານກິລາໂອລິມປິກປັກກິ່ງ, ປະຊາຊົນຈີນທີ່ອາໄສຢູ່ປັກກິ່ງໄດ້ດຳລົງຊີວິດຢ່າງປົກກະຕິດ, ຮ້ານຄ້າຕ່າງໆກໍເປີດບໍລິການຄືເກົ່າ. ເມື່ອທຽບໃສ່ “ລະບອບປະຊາທິປະໄຕແລ້ວ”, ສິ່ງທີ່ມີບົດບາດຢ່າງແທ້ຈິງກໍແມ່ນຄວາມໝັ້ນໃຈ, ຍ້ອນວ່າປະຊາຊົນຈີນເຊື່ອໝັ້ນວ່າລັດຖະບານສາມາດຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີ, ລັດຖະບານເອງກໍເຊື່ອວ່າປະຊາຊົນທັງຫຼາຍຈະໃຫ້ການຮ່ວມມືປະຕິບັດມາດຕະການປ້ອງກັນແລະຄວບຄຸມການແຜ່ລະບາດຂອງພະຍາດໄດ້ດີ.
ຫວ່າງມໍ່ໆມານີ້, ຂ່າວສານບລຸມເບີກໄດ້ລົງພິມບົດຄວາມທີ່ພາດຫົວເລື່ອງວ່າ: “ເປັນຫຍັງທົ່ວໂລກຕ້ອງການຈີນທີ່ໃຊ້ມາດຕະການການປ້ອງກັນຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນ”. ບົດຄວາມໄດ້ລະບຸວ່າ: ໃນໄລຍະ 2 ປີຜ່ານມາ, ຈີນໄດ້ປະຕິບັດມາດຕະການການປ້ອງກັນຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນ, ຈຶ່ງສາມາດຮັບປະກັນໃຫ້ສິນຄ້າແລະຜະລິດຕະພັນຊະນິດຕ່າງໆສືບຕໍ່ສົ່ງອອກໄປທົ່ວໂລກ, ຖ້າວ່າຜູ້ບໍລິໂພກແລະວິສາຫະກິດຕ່າງໆຢາກສືບຕໍ່ຊື້ຜະລິດຕະພັນທີ່ “ຜະລິດຢູ່ຈີນ” ໄດ້ຢ່າງຕໍ່ເນື່ອງ, ບໍ່ຢາກຜະເຊີນກັບສະພາບການທີ່ລາຄາສິນຄ້າແພງຂຶ້ນຍ້ອນຂາດເຂີນສິນຄ້າ, ສະນັ້ນກໍຄວນສະໜັບສະໜູນຈີນສືບຕໍ່ປະຕິບັດນະໂຍບາຍປ້ອງກັນຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນ.
ນັບແຕ່ພະຍາດໂຄວິດ-19 ໄດ້ແຜ່ລະບາດເປັນຕົ້ນມາ, ອາເມຣິກາແມ່ນປະເທດທີ່ມີຈຳນວນຜູ້ຖືກບົ່ງມະຕິເປັນພະຍາດແລະຈຳນວນຜູ້ເສຍຊີວິດຍ້ອນພະຍາດດັ່ງກ່າວຫຼາຍທີ່ສຸດໃນໂລກ. ມາຮອດວັນທີ 20 ກຸມພານີ້, ຈຳນວນຜູ້ເສຍຊີວິດຍ້ອນເປັນພະຍາດໂຄວິດ-19 ຢູ່ອາເມຣິກາມີຫຼາຍກ່ວາ 9,3 ແສນຄົນແລ້ວ, ສະພາບການແຜ່ລະບາດຂອງພະຍາດໂຄວິດ-19 ຢູ່ອາເມຣິກາຍັງຕົກຢູ່ໃນສະພາບຂ້ຽວຂາດທີ່ສຸດ.
ກ່ອນໜ້ານີ້, ສື່ມວນຊົນອາເມຣິກາມີທ່າທີຄັດຄ້ານນະໂຍບາຍການປ້ອງກັນຄວບຄຸມແລະ ປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນຂອງຈີນ, ບາງສື່ໄດ້ໂຄສະນາວ່ານະໂຍບາຍດັ່ງກ່າວໄດ້ “ລະເມີດສິດເສລີພາບ”, ບາງສື່ໄດ້ຕຳໜິຕິຕຽນການປະຕິບັດງານຂອງຈີນວ່າ: “ໄດ້ທຳລາຍເສດຖະກິດໂລກ”. ແຕ່ພາຍຫຼັງນັກຂ່າວຂອງສື່ເຫຼົ່ານີ້ໄດ້ສຳຜັດກັບນະໂຍບາຍ “ການປ້ອງກັນຄວບຄຸມແລະປິ່ນປົວຜູ້ເປັນພະຍາດໂຄວິດ-19 ໃຫ້ຫາຍຂາດໝົດທຸກຄົນ” ດ້ວຍຕົນເອງແລ້ວ, ເຂົາເຈົ້າໄດ້ພົບເຫັນວ່າຈີນໄດ້ຄວບຄຸມການແຜ່ລະບາດຂອງພະຍາດໂຄວິດ-19 ໄດ້ເປັນຢ່າງດີແລະຖືກຕ້ອງ.
ໃນເວລາທີ່ສື່ມວນຊົນອາເມຣິກາຫາກໍ່ຮູ້ເລື່ອງເຫຼົ່ານີ້, ຄົນຈີນທັງຫຼາຍກໍຮູ້ສຶກແປກໃຈທີ່ສຸດ, ເລື່ອງນີ້ສະທ້ອນໃຫ້ເຫັນວ່າສື່ມວນຊົນອາເມຣິກາໄດ້ລາຍງານຂ່າວກ່ຽວກັບປະເທດຈີນດ້ວຍຈິນຕະນາການມາໂດຍຕະຫຼອດ. ອາເມຣິກາຢູ່ໂລກສະເພາະຂອງຕົນດົນໂພດແລ້ວ, ຄວນໃຫ້ອາເມຣິກາເປີດຫູເປີດຕາເບິ່ງທົ່ວໂລກແດ່, ທີ່ສຳຄັນອາເມຣິກາຄວນຮຽນນຳປະເທດອື່ນແດ່, ຈຶ່ງຈະບໍ່ເກີດເລື່ອງຕະຫຼົກຄືສະມາຊິກສະພານະຄອນນິວຢອກທ່ານນັ້ນອີກ.
ຄຳເຫັນ
0