秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ມາເລເຊຍວາງແຜນເປີດຊາຍແດນຄືນໃໝ່

2022-02-24 13:53:18 cri

ໃນ​ຫວ່າງ​ມໍ່ໆ​ມາ​ນີ້, ວຽກ​ງານ​ຮ່າງລະ​ບຽ​ບ​ການ​ກ່ຽວ​ກັບ​ການ​ປະ​ຕິ​ບັດ​ມາດ​ຕະ​ການ​ປ້ອງ​ກັນ ແລະ​ຄວບ​ຄຸ​ມ​ພະ​ຍາດ​ໂຄວິດ-19 ເພື່ອ​ເປີດ​ຊາຍ​ແດນ​ຄືນໃໝ່​ຂອງ​ລັດ​ຖະ​ບານ​ມາ​ເລ​ເຊຍ ໃກ້​ຈະ​ສຳ​ເລັດ​ແລ້ວ. ພາຍຫຼັງ​ລະ​ບ​ຽບ​ການ​ຕ່າງໆ​ກ່ຽວ​ກັບ​ການ​ປ້ອງ​ກັນ ແລະ​ຄວບ​ຄຸ​ມ​ພະ​ຍາດ​ສຳ​ເລັດ​ແລ້ວ, ລັດ​ຖະ​ບານ​ມາ​ເລ​ເຊຍ​ຈະ​ປະ​ກາດ​ເປີດ​ຊາຍ​ແດ​ນ​ຄືນໃໝ່​ຢ່າງ​ເປັນ​ທາງ​ການ​ໃນ​ໄວໆ​ນີ້.

ໃນ​ວັນ​ທີ 8 ກຸ​ມ​ພາ​ນີ້, ສະ​ພາ​​ຟື້ນ​ຟູ​ປະ​ເທດ​ມາ​ເລ​ເຊຍ​ໄດ້​ເຫັນ​ດີ​ນຳ​ຂໍ້​ສະ​ເໜີ​ທີ່​ວ່າ: ໄວ​ສຸດ​ເລີ່ມແຕ່​ວັ​ນ​ທີ 1 ມີ​ນາ​ປີ​ນີ້​ເປັນ​ຕົ້ນ​ໄປ ຈະ​ເປີດ​ຊາຍ​ແດນ​​ປະ​ເທດມາ​ເລ​ເຊຍ​ຄືນ​ໃໝ່​ຢ່າງ​ຮອບ​ດ້ານ, ຜູ້​​ເຂົ້າ​ປະ​ເທດ​ມາ​ເລ​ເຊຍ​ບໍ່​ຈຳ​ເປັນ​ຕ້ອງ​​ກັກ​ບໍ​ລິ​ເວນ. ແຕ່​ໃນ​ມື້​ດຽວ​ກັນ, ທ່ານ​ຮີ​ຊາ​ມູ​ດິນ ຮຸ​ເຊັນ, ລັດ​ຖະ​ມົນ​ຕີ​ກະ​ຊວງ​ປ້ອງ​ກັນ​ປະ​ເທດ​ມາ​ເລ​ເຊຍ​ກ່າວ​ວ່າ: ຂໍ້​ສະ​ເໜີ​ດັ່ງ​ກ່າວ​ຍັງ​ຕ້ອງ​ຜ່ານ​ການ​ປຶກ​ສາ​ຫາ​ລື ແລະ​ໄດ້​ຮັບ​ການ​ເຫັນ​ດີຈາກຄະ​ນະ​ລັດ​ຖະ​ບານ​ມາ​ເລ​ເຊຍ​ກ່ອນ.

ທ່ານ​ເປີ​ດາ​ນາ ເມັນ​​ຕ​ຣີ, ປະ​ທານ​ສະ​ພາ​ຟື້ນ​ຟູ​ປະ​ເທດ​ມາ​ເລ​ເຊຍ​​ເຄີຍ​ກ່າວ​ວ່າ: ການ​ເປີດ​ຊາຍ​ແດນ​ຄື​ນ​ໃໝ່​ຈະ​ມີ​ຜົນ​ດີ​ຕໍ່​ການ​ຟື້ນ​ຟູ​ຂ​ະ​ແໜງ​ການ​ທີ່​ກ່ຽວ​ຂ້ອງ​ຂອງມ​າ​ເລ​ເຊຍ ເຊັ່ນ: ​ຂະ​ແໜງການ​ບິນ, ການ​ທ່ອງ​ທ່ຽວ ເປັນ​ຕົ້ນ ແລະ​ຈະ​ຊຸກ​ຍູ້ໃຫ້​ເສດ​ຖະ​ກິດ​ມາ​ເລ​ເຊຍ​ຟື້ນ​ຟູ​ຢ່າງ​ຮອບ​ດ້ານ.

ຄຳ​ເຫັນ

0