ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ວັນທີ 24 ກຸມພານີ້, ຈຸດຂາຍປີ້ລົດໄຟໂດຍສານລາວ-ຈີນແຫ່ງໃໝ່ ທີ່ສູນການຄ້າວຽງຈັນເຊັນເຕີໃນໄດ້ສຳເລັດການຕົກແຕ່ງ ຮຽບຮ້ອຍແລ້ວ ແລະ ຈະເລີ່ມເປີດບໍລິການຢ່າງເປັນທາງການນັບແຕ່ເວລາ 10:00 ໂມງຂອງວັນທີ 25 ເດືອນນີ້ ເປັນຕົ້ນໄປ.
ຈຸດຂາຍປີ້ດັ່ງກ່າວຈະຂາຍປີ້ສະເພາະລົດໄຟຖ້ຽວ C82/C84 ແຕ່ນະຄອນຫຼວງວຽງຈັນ ໄປສູ່ບໍ່ແຕນ, ເມືອງໄຊ, ຫຼວງພະບາງ ແລະເມືອງອື່ນໆ, ຜູ້ໂດຍສານສາມາດຈອງປີ້ໄດ້ ລ່ວງໜ້າ 3 ວັນ, ແລະຈ່າຍຄ່າທຳນຽມ 20.000 ກີບຕໍ່ປີ້. ເວລາຂາຍປີ້ຈະແບ່ງອອກເປັນສອງໄລຍະ ຄື ແຕ່ 10:00 ໂມງຫາ 12:00 ໂມງ ແລະ ແຕ່ 12:30 ໂມງຫາ 15:30 ໂມງ.
ຜູ້ຊື້ປີ້ຕ້ອງຖືບັດປະຈຳຕົວ ແລະ ໃບຢັ້ງຢືນການສັກວັກຊີນໂຄວິດ-19 ໄປນຳ, ອະນຸຍາດໃຫ້ຄົນໜຶ່ງສາມາດຊື້ໄດ້ບໍ່ເກີນ 2 ປີ້.
ໂດຍພິຈາລະນາເຖິງປະສິດທິພາບໃນການຊຳລະຄ່າຊື້ປີ້, ຢູ່ຈຸດຂາຍປີ້ສາມາດຈ່າຍຜ່ານ ເຄື່ອງຮູດບັດ POS ຫຼື ສະແກນຄິວອາໂຄດກໍໄດ້, ປັດຈຸບັນຍັງບໍ່ຮັບເງິນສົດ ໃນການຊື້ປີ້ເທື່ອ.
ຄຳເຫັນ
0