蒙龙

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ແຂວງ​ຢຸນ​ນານ​ຈີນ​ເລັ່ງ​ຊຸກ​ຍູ້​ການ​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ

2022-02-25 15:10:29 CRI

ເພື່ອ​ເລັ່ງ​ຊຸກ​ຍູ້​ການ​​ສ້າງ​ສູນ​​ເຊື່ອມ​ຕໍ່​ທາງ​ລົດ​ໄຟ​ອາ​ຊີ​ໃຕ້​ແລະ​ອາ​ຊີ​ຕາ​ເວັນ​ອອກ​ສຽງ​ໃຕ້​ຂອງ​ຈີນ, ຫວ່າງ​ມໍ່ໆ​ມາ​ນີ້, ແຂວງ​ຢຸນ​ນານປະ​ເທດ​ຈີນ​ໄດ້​ເຜີຍ​ແຜ່ “ແຜນ​ດຳ​ເນີນ​ງານ”, ເປົ້າ​ໝາຍ​ຕົ້ນ​ຕໍ​ຂອງ​ແຜນ​ດັ່ງ​ກ່າວ​ທີ່​ໃຊ້​ເວ​ລາ 3 ປີ ຄື​ແຕ່​ປີ 2022-2024, ໃຫ້​ສາ​ມາດສ້າງ​ເສັ້ນ​ທາງ, ສະ​ຖາ​ນີ, ດ່ານ​ເຂົ້າ​ອອກ​ເມືອງ, ​ອາ​ຄານກວດ​ກາ​​ແລະຜ່ານ​ດ່ານ​ຕ່າງໆ ທີ່​ລຽບ​ຕາມ​ທາງ​ລົດ​ໄຟ​ລາວ​ຈີນ. ​ໃນປີ 2024, ທາງ​ລົດ​ໄຟ​ລາວ-ຈີນ​ຈະ​​ຕ້ອງຂົນ​ສົ່ງ​ຜູ້​ໂດຍ​ສານ​ໃຫ້​ໄດ້ຫຼາຍກວ່າ 9 ລ້ານ​ເທື່ອ​ຄົນ​ຕໍ່​ປີ ແລະ ການ​ຂົນ​ສົ່ງ​ສິນ​ຄ້າ​ເຂົ້າ​ອອກ​ເມືອງ​ໃຫ້​ໄດ້ຫຼາຍກວ່າ 3,4 ລ້ານ​ໂຕນ.

“ແຜນ​ດຳ​ເນີນ​ງານ” ລະ​ບຸ​ຕື່ມ​ວ່າ: ຈາກ​ການ​ວາງ​ແຜນ​ລະ​ດັບ​ປະ​ເທດຕ້ອງ​ພະ​ຍ​າ​ຍາມ​ໃຫ້​ທາງ​ລົດ​ໄຟ​ລາວ-ຈີນ​ເຊື່ອມ​ຕໍ່​ກັບ​ທາງ​ລົດ​ໄຟ​ຂອງ​ປະ​ເທດ​ໄທ, ເລັ່ງ​ສ້າງ​ສະ​ຖາ​ນີ​ປ່ຽນ​ລົດ​ໄຟ​ໃຊ້ລາງ​ມາດ​ຕະ​ຖານ​ຢູ່​ນະ​ຄອນຫຼວງວຽງ​ຈັນ, ເລັ່ງ​​ເລີ່ມ​ກໍ່​ສ້າງ​ເສັ້ນ​ທາງ​ລົດ​ໄຟ​ເຊື່ອມ​ຕໍ່​ລະ​ຫວ່າງ​ທ່າ​ນາ​ແລ້ງ​ນະ​ຄອນຫຼວງວຽງ​ຈັນ​ກັບ​ແຂວງ​ໜອງ​ຄາຍ​ຂອງ​ປະ​ເທດ​ໄທ; ປະ​ສານ​ສົມ​ທົບ​ການ​ຊຸກ​ຍູ້​ການ​​ສ້າງ​ທາງ​ລົດ​ໄຟ​ຈີນ-ລາວ-ໄທ ເພື່ອ​ເຮັດ​ໃຫ້​ເປີດ​ເສັ້ນ​ທາງ​ລົດ​ໄຟ​ສາຍ​ນີ້ທະ​ລຸ​ໂລ່ງ​ໂດຍ​ໄວ.

ຄຳ​ເຫັນ

0