ດາວໂຫຼດ App CRI-FM93 ລະບົບ IOS
ດາວໂຫຼດ App CRI-FM93 ລະບົບ Android
ສາລີເປັນພືດທັນຍາຫານໃຫຍ່ອັນດັບທີ 1 ຂອງໂລກ, ເປັນພືດທັນຍາຫານທີ່ມີເນື້ອທີ່ ປູກຝັງກວ້າງກວ່າຫມູ່ ແລະໄດ້ຮັບຜົນຜະລິດຫຼາຍກວ່າໝູ່ຢູ່ຈີນ. ເມື່ອເວົ້າເຖິງສາລີຢູ່ຈີນ ມີຊື່ຂອງຄົນຄົນຫນຶ່ງມີສາຍພົວພັນທີ່ສະໜິດແໜ້ນກັບສາລີ ເພິ່ນກໍ່ແມ່ນທ່ານ ຈ້າວຈີວຢານ ຫົວໜ້າສູນຄົ້ນຄວ້າສາລີ ຂອງສະຖາບັນວິທະຍາສາດກະສິກຳນະຄອນຫຼວງປັກກິ່ງ.


ເພິ່ນເຮັດວຽກງານຄົ້ນຄວ້າວິທະຍາສາດກ່ຽວກັບສາລີເປັນເວລາ 30 ກວ່າປີ, ໄດ້ບົ່ມ ເພາະສາລີພັນໃໝ່ທີ່ມີຄຸນນະພາບດີ 100 ກວ່າຊະນິດ, ລວມທັງໝົດແລ້ວ ໄດ້ຖືກເຜີຍແຜ່ ປູກໃນເນື້ອທີ່ກວ້າງກວ່າ 20 ລ້ານເຮັກຕາ ເຊິ່ງໄດ້ເສີມຂະຫຍາຍບົດບາດສຳຄັນຕໍ່ການ ປ້ອງກັນຄວາມປອດໄພດ້ານທັນຍາຫານຂອງຊາດ ແລະ ຊ່ວຍເຫຼືອຊາວກະສິກອນເພີ່ມ ຜົນຜະລິດ ແລະ ເພີ່ມລາຍໄດ້.
ເມື່ອເວົ້າເຖິງການຄົ້ນຄວ້າບົ່ມເພາະສາລີພັນໃໝ່, ທ່ານເວົ້າວ່າ: “ຕ້ອງໄດ້ຄອງຖານະສ່ວນໜຶ່ງໃນສາກົນ, ຍິ່ງຕ້ອງເຮັດໃຫ້ຜົນງານການຄົ້ນຄວ້າວິທະຍາສາດ ຖືກເຜີຍແຜ່ນຳໃຊ້ໃນທົ່ວປະເທດ.”
ໃນຊີວິດປະຈຳວັນຂອງທ່ານ ຈ້າວຈີວຢານ ມີສາລີຢູ່ທຸກແຫ່ງຫົນ. ຢູ່ເທິງໂຕະໃນຫ້ອງການ ມີສາລີວາງໄວ້ເຕັມໂຕະ, ເມື່ອເດີນທາງໄປນອກ ກໍ່ແມ່ນໄປສຳຫຼວດເບິ່ງສາລີຢູ່ແຫ່ງຕ່າງໆ, ຢູ່ເທິງນາມບັດ ກໍ່ພິມຮູບສາລີໃສ່, ເວົ້າຫຍັງກໍ່ຕ້ອງເວົ້າເຖິງເລື່ອງສາລີ. ຈ້າວຈີວຢານຍັງໄດ້ຕັ້ງຊື່ວິແຊັດຂອງຕົນວ່າ “ຫົວໜ້າກອງສາລີ”, ຮູບຕົນເອງໃນວີແຊັດກໍ່ແມ່ນມີສາລີຄືກັນ. ເພິ່ນເວົ້າວ່າ: “ຂ້າພະເຈົ້າມັກສາລີ. ສາລີແມ່ນພາກສ່ວນໜຶ່ງຂອງຊີວິດຂ້າພະເຈົ້າ, ຍິ່ງຄົ້ນຄວ້າຍິ່ງຮູ້ສຶກມັກແຮງ.”
ພົບໜ້າກັບເພິ່ນເທື່ອທຳອິດແມ່ນຢູ່ຕະຫຼາດຂາຍຍົກຜະລິດຕະພັນກະສິກຳທີ່ໃຫຍ່ກວ່າໝູ່ໃນນະຄອນຫຼວງປັກກິ່ງ. ຕອນເຊົ້າໆ, ຂະບວນລົດຂົນສົ່ງສາລີທີ່ເດີນທາງມາຈາກໄຫຫຼຳ ໄດ້ມາຮອດປັກກິ່ງ, ສາລີຊະນິດນີ້ເປັນພັນໃໝ່, ມີລົດຊາດຫວານ, ທັງມີນ້ຳຫຼາຍ, ຄ້າຍຄືກັບໝາກໄມ້ ຈຶ່ງໄດ້ຊື່ວ່າ “ສາລີໝາກໄມ້” ເຊິ່ງຂາຍໄດ້ດີຫຼາຍ.
ຫຼັງຈາກພົບກັບພໍ່ຄ້າຂາຍສາລີແລ້ວ, ທ່ານ ຈ້າວຈີວຢານ ກໍ່ຟ້າວໄປຮອດທີ່ດິນປູກສາລີທີ່ຢູ່ຊານເມືອງປັກກິ່ງ, ຢູ່ນີ້ກໍ່ມີຫຼາຍໆຄົນທີ່ຮູ້ຈັກກັນມາດົນແລ້ວ. ໃນນັ້ນ ທ່ານ ຮານ ໄດ້ປູກສາລີ ມາ 20 ກວ່າປີແລ້ວ, ປີນີ້ ລາວກຽມຈະຂະຫຍາຍເນື້ອທີ່ການປູກສາລີ “ຈິ່ງເຄີ່ໂນ້ 2000” ທີ່ບົ່ມເພາະແນວພັນໂດຍທ່ານ ຈ້າວຈິວຢານ.
ສາລີ “ຈິ່ງເຄີ່ໂນ້ 2000” ເຮັດໃຫ້ທ່ານ ຮານ ໄດ້ຮັບຜົນຜະລິດເພີ່ມຂຶ້ນຢ່າງຫຼວງຫຼາຍ, ປັດຈຸບັນ ໄດ້ເຜີຍແຜ່ປູກໃນທົ່ວປະເທດລວມທັງໝົດເຖິງ 6 ລ້ານກວ່າເຮັກຕາ, ທັງໄດ້ກາຍເປັນສາລີຊະນິດທຳອິດທີ່ໄດ້ຜ່ານການພິຈາລະນາອະນຸມັດຈາກຕ່າງປະເທດ, ໂດຍໄດ້ປູກຢູ່ປະເທດລຽບຕາມ “ໜຶ່ງແລວໜຶ່ງເສັ້ນທາງ” ຢ່າງກວ້າງຂວາງ.
ເມື່ອເວົ້າເຖິງສາລີ, ຈ້າວຈີວຢານ ຈະມີຈິດແຈ່ມຕາໃສສະເໝີ. ເມື່ອ 30 ປີກ່ອນ, ເພິ່ນຫາກໍ່ເຮັດວຽກໃໝ່ໆ ກໍ່ຖືກສົ່ງໄປດຳເນີນການຄົ້ນຄວ້າຢູ່ເມືອງຢຽນຊິ້ງ ທີ່ເປັນແຫຼ່ງປູກສາລີຢູ່ຊານເມືອງປັກກິ່ງ ຈຶ່ງຖືກດວງຊາຕາກັບສາລີມາເລີຍ. ຕະຫຼາດສາລີຂອງຈີນ ເຄີຍຖືກບໍລິສັດໃຫຍ່ໃນສາກົນຜູກຂາດ. ສະນັ້ນ, ຈະເຮັດແນວໃດ ຈຶ່ງຈະສາມາດເພາະພັນສາລີພາຍໃນປະເທດຂອງຕົນເອງໃຫ້ມີຄຸນນະພາບດີກວ່າເກົ່າ? ນີ້ແມ່ນຈຸດຫົວລ້ຽວຫົວຕໍ່ໃນຊີວິດ ແລະອາຊີບຂອງທ່ານ ຈ້າວຈີວຢານ.

ທ່ານເວົ້າວ່າ: ທຳມະດາແລ້ວ, ແນວພັນຂອງຕ່າງປະເທດ ມີທ່າແຮງໃນດ້ານຜົນຜະລິດ, ສ່ວນແນວພັນຂອງຈີນຈະມີທ່າແຮງໃນດ້ານຄວາມເໝາະສົມກັບສະພາບແວດລ້ອມທຳມະຊາດ. ສະນັ້ນ, ພວກເຮົາກໍ່ເອົາທ່າແຮງຂອງແນວພັນຕ່າງປະເທດ ມາປະສົມປະສານກັບທ່າແຮງຂອງແນວພັນຈີນ ເພື່ອຊອກຄົ້ນ ແລະບົ່ມເພາະແນວພັນປະສົມໃໝ່.
ເພື່ອສັງເກດເບິ່ງສະພາບການເຕີບໃຫຍ່ຂອງສາລີຢ່າງທັນເວລາ ແລະເລືອກເອົາແນວພັນສາລີທີ່ດີທີ່ສຸດ, ທ່ານ ຈ້າວຈີວຢານ ໄດ້ນຳພາຄະນະເດີນທາງໄປແຫ່ງຕ່າງໆຕາມລະດູການ, ລະດູໜາວກໍ່ໄປເກາະໄຫຫຼຳທີ່ອົບອຸ່ນ, ລະດູຮ້ອນກໍ່ໄປພາກຕາເວັນອອກສຽງເໜືອທີ່ອາກາດບໍ່ຮ້ອນ, ໃນລະດູໃບໄມ້ປົ່ງ ແລະ ລະດູໃບໄມ້ຫຼົ່ນກໍ່ຢູ່ປັກກິ່ງ ຫຼື ຢູ່ແຂວງກັ່ນຊູ້. ໃຊ້ເວລາ 10 ປີ, ເລືອກ ແລະ ປະສົມພັນສາລີໄດ້ຢ່າງສຳເລັດຜົນ ໂດຍໄດ້ບົ່ມເພາະສາລີ “ຈີ່ງເຄີ່ 968” ອອກມາ ເຊິ່ງມີຈຸດດີ 5 ດ້ານ ຄື ມີຜົນຜະລິດຫຼາຍ, ມີຄຸນນະພາບດີ, ຕ້ານພະຍາດແລະສັດຕູພືດໄດ້ຫຼາຍຢ່າງ, ເໝາະສົມກັບສະພາບແວດລ້ອມທຳມະຊາດໄດ້ກວ້າງຂວາງ ແລະເພາະພັນໄດ້ງ່າຍ. ເມື່ອເຜີຍແຜ່ເຂົ້າຕະຫຼາດແລ້ວ ກໍ່ໄດ້ຮັບຄວາມນິຍົມຊົມຊອບຈາກຊາວກະສິກອນຫຼາຍ.
ໂດຍການສາທິດປູກ ແລະ ການເຜີຍແຜ່ເປັນເວລາຫຼາຍປີ, ສາລີ “ຈີ່ງເຄີ່ 968” ໄດ້ປູກລວມທັງໝົດ 6 ລ້ານກວ່າເຮັກຕາ, ຈຳນວນຜົນຜະລິດໄດ້ເພີ່ມຂຶ້ນ 10 ລ້ານກວ່າໂຕນ. ໃນເດືອນພະຈິກປີ 2021, ຜົນງານການບົ່ມເພາະ ແລະ ນຳໃຊ້ສາລີ “ຈີ່ງເຄີ່ 968” ໄດ້ຮັບລາງວັນວິທະຍາສາດເຕັກໂນໂລຊີກ້າວໜ້າລະດັບຊາດລາງວັນທີ 2.
ທ່ານ ຈ້າວຈີວຢານ ເວົ້າວ່າ: ປະເທດໜຶ່ງຖືກະສິກຳເປັນພື້ນຖານ, ກະສິກຳຖືການປູກຝັງເປັນສິ່ງສຳຄັນອັນດັບໜຶ່ງ. ເລື່ອງເຂົ້າກິນຂອງຊາວຈີນຕ້ອງໃຫ້ຊາວຈີນເອງເປັນຜູ້ກຳແໜ້ນ, ທັງຕ້ອງປູກທັນຍາຫານຂອງຈີນເອງ.
ໃນຂະນະທີ່ບົ່ມເພາະແນວພັນ, ທ່ານ ຈ້າວຈີວຢານ ທັງໄດ້ສ້າງຕັ້ງຄັງ DNA ສາລີຕາມມາດຕະຖານທີ່ມີຈຳນວນຫຼາຍທີ່ສຸດຂອງໂລກ, ເຊິ່ງໄດ້ສະສົມຂໍ້ມູນ DNA ຂອງສາລີ 8 ໝື່ນກວ່າຊະນິດ, ເປັນການສະໜອງສິ່ງຄ້ຳປະກັນດ້ານວິທະຍາສາດເຕັກນິກໃຫ້ແກ່ປະເທດຈີນໃນການພິຈາລະນາອະນຸມັດ ແລະ ຈຳແນກທາດແທ້ແນວພັນສາລີ, ເຮັດໃຫ້ຊາວກະສິກອນລາຈາກຮູບການໃຊ້ຕາຄົນມາວິໄຈ ແລະ ຈຳແນກພັນສາລີນັ້ນໄດ້ຢ່າງເຖິງຖອງ.
ທ່ານ ຈ້າວຈີວຢານ ຫົວໜ້າກອງສາລີບອກໃຫ້ຮູ້ວ່າ: “ເມື່ອເຫັນວ່າ ຊາວກະສິກອນເບີກບານມ່ວນຊື່ນ, ນີ້ເປັນເວລາທີ່ຂ້າພະເຈົ້າຮູ້ສຶກໄດ້ຮັບຜົນງານຫຼາຍທີ່ສຸດ; ການບົ່ມເພາະ ແລະເຜີຍແຜ່ສາລີພັນດີໃຫ້ຫຼາຍກວ່າເກົ່າ ກໍ່ແມ່ນຊີວິດທີ່ມີຄຸນຄ່າຫຼາຍທີ່ສຸດ.”

ຄຳເຫັນ
0