吴宁

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ເຂດກວາງຊີຈີນ ກັບ ກຳປູເຈຍເຊັນບົດບັນທຶກຄວາມເຂົ້າໃຈກັນກ່ຽວກັບການຮ່ວມມືດ້ານການຄ້າ

2022-02-26 15:25:54 CRI

ເຂດກວາງຊີຈີນ ກັບ ກຳປູເຈຍເຊັນບົດບັນທຶກຄວາມເຂົ້າໃຈກັນກ່ຽວກັບການຮ່ວມມືດ້ານການຄ້າ_fororder_5faaa9f56d124d108381ba186c5530e5


   ວັນທີ 24 ກຸມພານີ້, ເຂດກວາງຊີຈີນ ກັບ ກຳປູເຈຍໄດ້ເຊັນ “ບົດບັນທຶກຄວາມເຂົ້າໃຈກັນກ່ຽວກັບການເພິ່ມທະວີການຮ່ວມມືດ້ານການຄ້າພາຍໃຕ້ຂອບການພົວພັນໝູ່ຄູ່ເສດຖະກິດຮອບດ້ານໃນພາກພື້ນ ຫຼື RCEP” ໂດຍຜ່ານທາງອອນລາຍ.


   ບົດບັນທຶກຄວາມເຂົ້າໃຈກັນດັ່ງກ່າວແມ່ນບົດບັນທຶກຄວາມເຂົ້າໃຈກັນດ້ານການຮ່ວມມືສະບັບທຳອິດທີ່ພາກສ່ວນຄຸ້ມຄອງການຄ້າຂອງປະເທດອາຊຽນເຊັນກັບເຂດກວາງຊີຈີນ ເພື່ອຮັບປະກັນໃຫ້ການຄ້າມີຄວາມໂລ່ງລ່ຽນພາຍໃຕ້ຂອບ RCEP.

 

   ພະແນກການຄ້າເຂດກວາງຊີແຈ້ງໃຫ້ຮູ້ວ່າ, ໃນຫຼາຍປີມານີ້, ການຄ້າ ແລະ ການລົງທຶນລະຫວ່າງເຂດກວາງຊີ ກັບ ກຳປູເຈຍໄດ້ພັດທະນາໄວຂຶ້ນຢ່າງບໍ່ຢຸດຢັ້ງ, ປີ 2021, ຍອດມູນຄ່າສິນຄ້າຂາເຂົ້າຂາອອກເຂດກວາງຊີຕໍ່
ກຳປູເຈຍບັນລຸເຖິງ 1 ຕື້ 50 ລ້ານຢວນ, ເພີ່ມຂຶ້ນ 63,8% ເມື່ອທຽບກັບໄລຍະດຽວກັນຂອງປີ 2020.

ຄຳ​ເຫັນ

0