ວັນທີ 25 ກຸມພານີ້, ທ່ານ ສີຈິ້ນຜິງ ປະທານປະເທດແຫ່ງ ສປ ຈີນໄດ້ໂທລະສັບສົນທະນາກັບ ທ່ານ ວະລາດິເມຍ ປູຕິນ ປະທານາທິບໍດີແຫ່ງສະຫະພັນຣັດເຊຍໂດຍກ່າວວ່າ: ຈີນມີຫຼັກໝັ້ນຂອງຕົນໂດຍອີງຕາມຄວາມຖືກຜິດຂອງບັນຫາອູແກຣນ, ຕ້ອງປະຖິ້ມແນວຄິດສົງຄາມເຢັນ, ໃຫ້ຄວາມສຳຄັນ ແລະ ເຄົາລົບຄວາມກັງວົນດ້ານຄວາມໝັ້ນຄົງທີ່ສົມເຫດສົມຜົນຂອງປະເທດຕ່າງໆ ເພື່ອສ້າງກົນໄກຄວາມໝັ້ນຄົງຂອງເອີຣົບທີ່ກ້ຳເກິ່ງກັນ, ມີປະສິດທິຜົນ ແລະ ຍືນຍົງໂດຍຜ່ານການເຈລະຈາກັນ. ຈີນສະໜັບສະໜູນຣັດເຊຍ ແລະ ອູແກຣນແກ້ໄຂບັນຫາໂດຍຜ່ານການເຈລະຈາກັນ. ທ່ານ ວະລາດິເມຍ ປູຕິນກ່າວວ່າ: ຍິນດີດຳເນີນການເຈລະຈາຂັ້ນສູງກັບອູແກຣນ.
ນີ້ເປັນການສົນທະນາທີ່ສຳຄັນທີ່ສຸດຄັ້ງໜຶ່ງ, ແມ່ນຄວາມພະຍາຍາມຫຼ້າສຸດຂອງຈີນເພື່ອຊຸກຍູ້ການແກ້ໄຂບັນຫາອູແກຣນໂດຍຜ່ານຊ່ອງທາງການເມືອງ. ກ່ອນໜ້ານີ້, ທ່ານສີຈິ້ນຜິງໄດ້ໂທລະສັບສົນທະນາກັບ ທ່ານ ເອັມມານູແອນ ມາຄຣົງ ປະທານາທິບໍດີຝຣັ່ງ ໂດຍກ່າວເນັ້ນວ່າ: ຝ່າຍຕ່າງໆທີ່ກ່ຽວຂ້ອງຄວນຍຶດໝັ້ນທິດທາງລວມໃນການແກ້ໄຂບັນຫາໂດຍຜ່ານຊ່ອງທາງການເມືອງ, ນຳໃຊ້ເວທີຫຼາຍຝ່າຍເຊິ່ງລວມທັງກົນໄກນໍມັນດີ ຢ່າງເຕັມທີ່ ເພື່ອສະແຫວງຫາການແກ້ໄຂບັນຫາອູແກຣນຢ່າງຮອບດ້ານໂດຍຜ່ານການສົນທະນາ ແລະ ປຶກສາຫາລືກັນ. ນອກນີ້, ລັດຖະມົນຕີກະຊວງການຕ່າງປະເທດຈີນກໍໄດ້ໂທລະສັບສົນທະນາກັບລັດຖະມົນຕີກະຊວງການຕ່າງປະເທດຣັດເຊຍ ແລະ ອາເມຣິກາ ຕ່າງຫາກ ເພື່ອຊີ້ແຈງຫຼັກໝັ້ນຂອງຈີນ. ຈີນໄດ້ຊຸກຍູ້ການສົນທະນາ ແລະ ການເຈລະຈາກັນກ່ຽວກັບບັນຫາອູແກຣນ ທັງໄດ້ສະເໜີແຜນການແກ້ໄຂບັນຫາອູແກຣນໂດຍຜ່ານຊ່ອງທາງການເມືອງ ເຊິ່ງໄດ້ສ່ອງແສງໃຫ້ເຫັນເຖິງນ້ຳໃຈຄວາມຮັບຜິດຊອບຂອງຈີນໃນຖານະເປັນປະເທດໃຫຍ່.
ພ້ອມດຽວກັນນີ້, ໃນການສົນທະນາລະຫວ່າງປະມຸກລັດສອງປະເທດຈີນແລະຣັດເຊຍໃນຄັ້ງນີ້ ຍັງໄດ້ສົ່ງສັນຍານສຳຄັນອັນໜຶ່ງອອກມາ ນັ້ນກໍ່ຄື: ເຖິງວ່າຣັດເຊຍ ແລະ ອູແກຣນເກີດມີການປະທະກັນທາງການທະຫານກໍ່ຕາມ, ແຕ່ສອງຝ່າຍຍັງມີໂອກາດທີ່ຈະແກ້ໄຂບັນຫາໂດຍຜ່ານການເຈລະຈາກັນ. ວັນທີ 24 ກຸມພານີ້, ຝ່າຍຣັດເຊຍກ່າວວ່າ: ຖ້າອູແກຣນກຽມພ້ອມແລ້ວວ່າ ຕົນຈະວາງໂຕເປັນກາງ ແລະ ບໍ່ຕິດຕັ້ງອາວຸດຢູ່ໃນດິນແດນຂອງຕົນແລ້ວ, ຣັດເຊຍຈຶ່ງຈະຍິນດີເຈລະຈາກັບອູແກຣນ. ໃນເວລາໂທລະສັບສົນທະນາກັບທ່ານປະທານສີຈິ້ນຜິງ, ທ່ານປະທານາທິບໍດີປູຕິນໄດ້ສະແດງໃຫ້ເຫັນເຖິງເຈດຈຳນົງຂອງຣັດເຊຍອີກຄັ້ງໜຶ່ງທີ່ຢາກເຈລະຈາກັບອູແກຣນ. ກ່ອນໜ້ານີ້, ທ່ານເຊເລນສະກີ ປະທານາທິບໍດີອູແກຣນໄດ້ກ່າວວ່າ: “ບໍ່ມີຫຍັງເປັນຕາຢ້ານໃນການເຈລະຈາກັບຣັດເຊຍ ເພາະພວກເຮົາກຽມພ້ອມທຸກບັນຫາໃນການເຈລະຈາກັນ”.
ການສະແດງທ່າທີເຫຼົ່ານີ້ສະແດງໃຫ້ເຫັນຢ່າງເຕັມທີ່ວ່າ: ປະຕູໃນການແກ້ໄຂບັນຫາອູແກຣນດ້ວຍຊ່ອງທາງການເມືອງຍັງບໍ່ທັນປິດເທື່ອ. ການເປັນປໍລະປັກກັນຈະບໍ່ສາມາດແກ້ໄຂບັນຫາໃຫ້ລຸລ່ວງໄປໄດ້, ການສົນທະນາກັນຈຶ່ງແມ່ນທາງເລືອກທີ່ຖືກຕ້ອງ ແລະ ມີເຫດຜົນໃນການແກ້ໄຂວິກິດການອູແກຣນ.
ວົງການພາຍນອກໄດ້ເອົາໃຈໃສ່ຕິດຕາມ ແລະ ເຫັນວ່າ: ວັນທີ 25 ກຸມພານີ້, ໃນຂະນະທີ່ທ່ານເຊເລນສະກີ ປະທານາທິບໍດີອູແກຣນ ສະແດງເຈດຈຳນົງທີ່ຢາກເຈລະຈາກັບຣັດເຊຍນັ້ນ, ທ່ານຍັງໄດ້ສະແດງຄວາມຜິດຫວັງກັບກຸ່ມນາໂຕ ໂດຍກ່າວວ່າ: ຕົນໄດ້ຖາມຜູ້ນຳປະເທດເອີຣົບ 27 ທ່ານວ່າ: ອູແກຣນຈະສາມາດເຂົ້າເປັນສະມາຊິກຂອງກຸ່ມນາໂຕໄດ້ຫຼືບໍ່, ແຕ່ບໍ່ມີທ່ານໃດຕອບຄຳຖາມຂອງຕົນ, “ໂລກຕາເວັນຕົກໄດ້ປະຖິ້ມອູແກຣນຢ່າງສິ້ນເຊີງແລ້ວ”. ນ້ຳສຽງຂອງທ່ານເຕັມໄປດ້ວຍຄວາມຂົມຂື່ນ ແລະໝົດຫົນທາງ ຍ້ອນຖືກປະເທດຕາເວັນຕົກຕົວະ ແລະ ຖືກປະຖິ້ມໃຫ້ຮັບມືພຽງລຳພັງ.
ບັນຫາອູແກຣນໄດ້ວິວັດທະນາການມາຈົນຮອດປັດຈຸບັນ, ກຸ່ມນາໂຕທີ່ນຳພາໂດຍອາເມຣິກາຕ້ອງມີຄວາມຮັບຜິດຊອບທີ່ບໍ່ສາມາດປະຕິເສດໄດ້. ພາຍຫຼັງສົງຄາມເຢັນສິ້ນສຸດລົງແລ້ວ, ອາເມຣິກາໄດ້ຊຸກຍູ້ໃຫ້ກຸ່ມນາໂຕຂະຫຍາຍອິດທິພົນໄປສູ່ທິດຕາເວັນອອກ 5 ຄັ້ງ, ໄດ້ບຽດຍຶດສະພາບແວດລ້ອມດ້ານຄວາມໝັ້ນຄົງຂອງປະເທດຣັດເຊຍເລື້ອຍໆ ເຊິ່ງໄດ້ກາຍເປັນຮາກເຫງົ້າຂອງບັນຫາທີ່ເຮັດໃຫ້ການພົວພັນລະຫວ່າງຣັດເຊຍກັບອາເມຣິກາ ແລະນາໂຕ ເຄັ່ງຕຶງຂຶ້ນເລື້ອຍໆ. ນັບແຕ່ປີ 2014 ເປັນຕົ້ນມາ, ອາເມຣິກາໄດ້ໃຫ້ການຊ່ວຍເຫຼືອທາງການທະຫານຫຼາຍຕື້ໂດລາສະຫະລັດໃຫ້ແກ່ອູແກຣນ, ນາໂຕ ແລະ ອູແກຣນໄດ້ຈັດການຊ້ອມຮົບຂະໜາດໃຫຍ່ຮ່ວມກັນເລື້ອຍໆ ເຊິ່ງໄດ້ຊຸກຍູ້ໃຫ້ອູແກຣນເປັນແນວໜ້າສຸດໃນການສະກັດກັ້ນຣັດເຊຍ ແລະ ເຮັດໃຫ້ອູແກຣນເກີດມີ “ຄວາມເພີ້ຝັນ” ດ້ວຍການຢາກອີງອາໄສອາເມຣິກາ ແລະ ນາໂຕເພື່ອສະແຫວງຫາຄວາມໝັ້ນຄົງ. ແຕ່ວ່າ, ເມື່ອຜະເຊີນກັບຄຳຮ້ອງຂໍຂອງອູແກຣນເພື່ອເຂົ້າເປັນສະມາຊິກນາໂຕ, ນາໂຕທີ່ນຳພາໂດຍອາເມຣິກາພັດໄດ້ກ່າວ “ປະຕິເສດ” ຕະຫຼອດມາ, ເຫດຜົນເລິກໆກໍຈະແຈ້ງທີ່ສຸດແລ້ວ, ນັ້ນກໍຄື: ພວກເຂົາພຽງແຕ່ຖືອູແກຣນເປັນ “ໝາກເດີນໂຕໜຶ່ງ” ໃນການສະກັດກັ້ນຣັດເຊຍເທົ່ານັ້ນ, ແຕ່ບໍ່ຢາກ “ຖະຫຼຳເລິກ” ຍ້ອນອູແກຣນ.
ຫວ່າງມໍ່ໆມານີ້, ທ່ານຕຸນຊີ ກັບບາດ ອະດີດສະມາຊິກສະພາຕ່ຳອາເມຣິກາ ໄດ້ໃຫ້ສຳພາດຕໍ່ນັກຂ່າວວ່າ: ຂໍພຽງແຕ່ລັດຖະບານອາເມຣິກາໃຫ້ການຮັບປະກັນວ່າ ບໍ່ຮັບເອົາອູແກຣນເຂົ້າເປັນສະມາຊິກນາໂຕ, ກໍສາມາດຫລີກລ່ຽງການປະທະກັນທາງການທະຫານລະຫວ່າງຣັດເຊຍ ແລະ ອູແກຣນໄດ້, ແຕ່ພວກເຂົາຕັ້ງໃຈບໍ່ຢາກເຮັດແບບນັ້ນ, ພວກເຂົາຢາກໃຫ້ຣັດເຊຍ ແລະ ອູແກຣນເກີດມີການປະທະກັນ. ດ້ານໜຶ່ງ, ເພື່ອໃຫ້ລັດຖະບານອາເມຣິກາມີຂໍ້ອ້າງທີ່ຈະແຈ້ງກວ່າເກົ່າເພື່ອລົງໂທດຣັດເຊຍຢ່າງເຂັ້ມງວດກວ່າເກົ່າ. ອີກດ້ານໜຶ່ງ, ວິສາຫະກິດອຸດສາຫະກຳທາງການທະຫານຂອງອາເມຣິກາກໍຈະ “ລ້ຳລວຍ” ຍ້ອນການປະທະກັນລະຫວ່າງຣັດເຊຍ ແລະ ອູແກຣນ.
ຈາກການຕົວະຕົ້ມ ແລະ ປະຖິ້ມອູແກຣນ, ກໍ່ຄືການປະຖິ້ມພັນທະມິດແລ້ວຖອນທະຫານອອກຈາກອັຟການິສະຖານ, ການກະທຳຂອງອາເມຣິກາທັງໝົດໄດ້ສ່ອງແສງໃຫ້ເຫັນທາດແທ້ຂອງລັດທິເຈົ້າອຳນາດຢ່າງເຕັມປ່ຽມ ຄື: “ອາເມຣິກາຕ້ອງມາກ່ອນ”. ຄົນທີ່ຢາກເພິ່ງພາອາໄສອາເມຣິກາຈົນເຖິງມີບາງຄົນຢາກຢືນຢູ່ເທິງລົດທະຫານອາເມຣິການັ້ນ ຕ້ອງຄິດໃໝ່ ແລະ ຄິດໃຫ້ດີໆວ່າ: ອາເມຣິກາເຮັດແບບນີ້ຍັງເປັນໜ້າເຊື່ອຖືຫຼືບໍ່?
ອີງຕາມການລາຍງານຂ່າວຫຼ້າສຸດ, ທ່ານເປສໂຄຟ ໂຄສົກປະທານາທິບໍດີຣັດເຊຍກ່າວວ່າ: ທ່ານ ວະລາດິເມຍ ປູຕິນ ກຽມຈະສົ່ງຄະນະຜູ້ແທນໄປນະຄອນມິນສ ເພື່ອເຈລະຈາກັບຄະນະຜູ້ແທນອູແກຣນ. ປະຊາຄົມໂລກຫວັງໃຫ້ຣັດເຊຍແລະ ອູແກຣນຮັກສາຄວາມອົດທົນອົດກັ້ນ ແລະ ໃຈເຢັນເຢັນ ເພື່ອສະແຫວງຫາການແກ້ໄຂບັນຫາໂດຍສັນຕິໂດຍຜ່ານຮູບການເຈລະຈາ. ຫຼັກໝັ້ນພື້ນຖານຂອງຈີນແມ່ນເຄົາລົບອະທິປະໄຕ ແລະ ຜືນແຜ່ນດິນອັນຄົບຖ້ວນຂອງບັນດາປະເທດໃນໂລກ ພ້ອມທັງປະຕິບັດຕາມຈຸດປະສົງ ແລະ ຫຼັກການຂອງກົດບັດສະຫະປະຊາຊາດ ຢ່າງສະເໝີຕົ້ນສະເໝີປາຍ, ຈີນຈະສືບຕໍ່ຊຸກຍູ້ການເຈາລະຈາກັນດ້ວຍຮູບການຂອງຕົນ ແລະ ຊຸກຍູ້ໃຫ້ແກ້ໄຂບັນຫາອູແກຣນໂດຍຜ່ານທາງການເມືອງ.
ຄຳເຫັນ
0