秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ອາເມຣິກາຈະໃຫ້ການຊ່ວຍເຫຼືອດ້ານການທະຫານທີ່ມີມູນຄ່າ 350 ລ້ານໂດລາສະຫະລັດແກ່ອູແກຣນ

2022-02-27 14:17:48 cri

ວັນ​ທີ 26 ກຸມ​ພາ​ນີ້, ທ່ານ​ອັນ​ໂຕ​ນີ ບ​ລິນ​ເກນ, ລັດ​ຖະ​ມົ​ນ​ຕີ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ອາ​ເມ​ຣິ​ກາ​ໄດ້​ປະ​ກາດ​ວ່າ: ອາ​ເມ​ຣິ​ກາ​ຈະ​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ທີ່​ມີ​ມູນ​ຄ່າ 350 ລ້ານ​ໂດ​ລາ​ສະ​ຫະ​ລັດ​ແກ່​ອູ​ແກ​ຣນ ເພື່ອ​ຊ່ວຍ​ອູ​ແກ​ຣນ​​ຕໍ່​ຕ້ານ​ການ​ເຄື່ອນ​ໄຫວ​ທາງ​ການ​ທະ​ຫານ​ຂອງ​ຣັດ​ເຊຍ​ຢູ່​​ດິນ​ແດນ​ອູ​ແກ​ຣນ.

​ໃນ​ຖະ​ແຫຼງ​ການ​ສ​ະ​ບັບ​ໜຶ່ງ​ທີ່​ເປີດ​ເຜີຍ​ໃນມື້ດ​ຽ​ວ​ກັນ, ທ່ານບ​ລິນ​ເກນ​ໄດ້​ລະ​ບຸ​ວ່າ: ໂດຍ​ປະ​ຕິ​ບັດ​ຕາມ​ຄຳ​ສັ່ງ​ຂອງ​ທ່ານ​ໂຈ ໄບ​ເດັນ ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ຣິ​ກາ, ຕົນ​ໄດ້​ມອບ​ສິດ​ໃຫ້​ກະ​ຊວງ​ປ້ອງ​ກັນ​ປະ​ເທ​ດ​ອາ​ເມ​ຣິ​ກາ ເພື່ອ​ສະ​ໜອງ “ອາ​ວຸດ​ປ້ອງ​ກັນ​ທີ່​ມີ​ຄວາມ​ອັນ​ຕະ​ລາຍ​ຕໍ່​ຊີ​ວິດ” ​ທີ່​ມີມູນ​ຄ່າ 350 ລ້ານ​ໂດ​ລາ​ສະ​ຫະ​ລັດ ໃຫ້​ແກ່​ອູ​ແກ​ຣນ. ນີ້​ເປັນ​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ຊຸດ​ໃໝ່​ທີ່​ອາ​ເມ​ຣິ​ກາ​ໃຫ້​ອູ​ແກ​ຣນ ພາ​ຍ​ຫຼັງ​ອາ​ເມ​ຣິ​ກາ​ໄດ້​ໃຫ້​ການ​ຊ່ວຍ​ເຫຼືອ​ດ້ານ​ການ​ທະ​ຫານ​ງວດ​ທຳ​ອິດ​ທີ່​ມີ​ມູນ​ຄ່າ 60 ລ້ານ​ໂດ​ລາ​ສະ​ຫະ​ລັດ ແລະ​ງວດ​ທີ​ສອງ​ທີ່​ມີມູນ​ຄ່າ 200 ລ້ານ​ໂດ​ລາ​ສະ​ຫະ​ລັດຕາມ​ລຳ​ດັ​ບ​ໃນ​ປີ 2021.

ຄຳ​ເຫັນ

0