秦瑛莲

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ພາກກາງຂອງຫວຽດນາມເກີດອຸບັດເຫດເຮືອຫຼົ້ມ ເຮັດໃຫ້ 13 ຄົນເສຍຊີວິດ

2022-02-27 13:59:59 cri

ວັນ​ທີ 26 ກຸມ​ພາ​ນີ້, ຢູ່​ນະ​ຄອນ​ໂຮຍອ່ານ ແຂວງກວາງ​ນາມ ທາງ​ພາກ​ກາງ​ຂອງ​​ຫວຽ​ດ​ນາມ ໄດ້​ເກີດ​ອຸ​ບັດ​ເຫດ​ເຮືອ​ນຳ​ທ່ຽວ​ລຳ​ໜຶ່ງຫຼົ້ມ ເຊິ່ງ​ໄດ້​ເຮັດ​ໃຫ້ 13 ຄົນ​ເສຍ​ຊີ​ວິດ ແລະ 4 ຄົນ​ຫາຍ​ສາບ​ສູນ.

ຕາມ​ຂ່າວ​ແຈ້ງວ່າ: ​ເຮືອນຳ​ທ່ຽວ​ທີ່​ເກີດ​ອຸ​ບັດ​ເຫດ​ດັ່ງ​ກ່າວ​ໄດ້ບັນ​ທຸກ 39 ຄົນ ເຊິ່ງ​ລວມ​ທັງ​ນັກ​ທ່ອງ​ທ່ຽວ 36 ຄົນ ແລະ​ລູກ​ເຮືອ 3 ຄົ​ນ. ເຮືອ​ລຳ​ນີ້​ໄດ້​ປະ​ສົບ​ກັບ​ອາ​ກາດ​ຮ້າຍ​ແຮງເນື່ອງ​ຈາກ​​ລົມ​ພັດ​ແຮງ​ ແລະ​ຄື້ນ​ທະ​ເລ​ສູງ ​ໃນ​ເວ​ລາ​ເດີນ​ທາງ​ກັບຈາກ​ແຫຼ່ງ​ທ່ອງ​ທ່ຽວ ເພື່ອ​ຄືນ​ເມືອ​ນະ​ຄອນ​ໂຮຍ​ອ່ານ​. ປັດ​ຈຸ​ບັນ, ​ພາກ​ສ່ວນ​ທີ່​ກ່ຽວ​ຂ້ອງ​ກຳ​ລັງ​ປະ​ຕິ​ບັດ​ວຽກ​ງານຊອກ​ຄົ້ນ​ຫາ​ຜູ້​ທີ່​ຫາຍ​ສາບ​ສູນ ແລະ​ສືບ​ສວນຫາ​ສາ​ເຫດ​ທີ່​ພາ​ໃຫ້​ເກີດອຸ​ບັດ​ເຫດ​ຄັ້ງ​ນີ້.

ຄຳ​ເຫັນ

0