覃海芳

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ

2022-02-27 15:17:27 cri


 

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ_fororder_临时下车看麦子

 

   ວັນທີ 13 ພຶດສະພາປີ2021, ໃນເວລາເດີນທາງໄປສຳຫຼວດກວດກາວຽກ ງານຢູ່ແຂວງເຫີນານ, ທ່ານສີຈິ້ນຜິງ ປະທານປະເທດຈີນໄດ້ລົງລົດຊົ່ວຄາວຢູ່ກາງທາງ, ໂດຍເພິ່ນໄດ້ຍ່າງລົງສູ່ທົ່ງນາເພື່ອກວດກາເບິ່ງສະພາບການເຕີບ ໃຫຍ່ຂອງຕົ້ນເຂົ້າເບຼ ແລະຮັບຮູ້ສະພາບການຜະລິດພືດພັນທັນຍາຫານລະດູ ຮ້ອນ. ທ່ານສີຈິ້ນຜິງກ່າວວ່າ: ເມື່ອພືດພັນທັນຍາຫານລະດູຮ້ອນໄດ້ຮັບຜົນເກັບ ກ່ຽວອຸດົມສົມບູນແລ້ວ, ເສດຖະກິດໝົດປີກໍຈະມີພື້ນຖານທີ່ດີແລ້ວ.

 

ຈີນມີປະຊາກອນຫຼາຍແຕ່ມີເນື້ອທີ່ດິນປູກຝັງໜ້ອຍ ເຊິ່ງເປັນສະພາບການ ພື້ນຖານດ້ານໜຶ່ງຂອງປະເທດຈີນ, ດ້ວຍເຫດນີ້, ການອະນຸລັກດິນປູກຝັງທີ່ ຕິດພັນກັບອາຫານການກິນຂອງປະຊາຊົນຫຼາຍກວ່າ 1 ຕື້ຄົນ ເຊິ່ງເປັນວຽກ ໃຫຍ່ນັ້ນຈິ່ງມີຄວາມສຳຄັນເປັນພິເສດ. ເພື່ອເຮັດໃຫ້ດິນປູກຝັງທຸກຕອນແມ່ນ ແຕ່ໜ້ອຍດຽວກາຍເປັນຕອນດິນທີ່ອຸດົມສົມບູນສາມາດປູກຝັງໃຫ້ໄດ້ຮັບຜົນເກັບກ່ຽວທີ່ດີ, ບໍ່ວ່າຢູ່ທ້ອງຖິ່ນກໍຄືຢູ່ສູນກາງ, ທ່ານສີຈິ້ນຜິງບໍ່ເຄີຍໄດ້ລົດລະແມ່ນແຕ່ ໜ້ອຍດຽວໃນການອະນຸລັກແລະນຳໃຊ້ດິນປູກຝັງຕະຫຼອດມາ.

 

ເມືອງຢຽນສ່ວນແຂວງສ້ານຊີ່ທີ່ບ້ານຫຼຽງເຈ່ຍເຫີສັງກັດນັ້ນຕັ້ງຢູ່ເທິງພູພຽງ ດິນເຫຼືອງ, ດິນບໍ່ເໝາະສົມແກ່ການປູກຝັງ, ອາກາດແຫ້ງແລ້ງ, ຝົນຕົກໜ້ອຍ ຕະຫຼອດປີ, ເຊິ່ງເປັນປັດໄຈທີ່ຈຳກັດການພັດທະນາກະສິກຳຂອງທ້ອງຖິ່ນແຫ່ງນີ້.

 

 ເດືອນມັງກອນປີ1974, ທ່ານສີຈິ້ນຜິງ ທີ່ມີອາຍຸພຽງແຕ່ລື່ນກາຍ 20 ປີເທົ່ານັ້ນໄດ້ແບກຫາບໜ້າທີ່ອັນໜັກໜ່ວງໃນການດຳລົງຕຳແໜ່ງເປັນ ເລຂາໜ່ວຍພັກບ້ານຫຼຽງເຈ່ຍເຫີ. ເມື່ອໄດ້ຂຶ້ນເປັນເລຂາໜ່ວຍພັກບ້ານແລ້ວ,  ສິ່ງທຳອິດທີ່ທ່ານໄດ້ເຮັດນັ້ນກໍແມ່ນນຳພາຊາວບ້ານສ້າງເຂື່ອນກັ້ນດິນແຫ່ງໜຶ່ງເພື່ອປູກຝັງຢູ່ປາກຮ່ອມພູໃນບ້ານ.

 

ທ່ານຫວາງຊ້ຽນຜິງ ມີຊື່ຫຼ້ິນວ່າ ເຮີຍຈື  ເປັນຊາວບ້ານບ້ານຫຼຽງເຈ່ຍເຫີ, ລາວໄດ້ເລົ່າຄືນເລື່ອງທີ່ທ່ານສີຈິ້ນຜິງນຳພາຊາວບ້ານສ້າງເຂື່ອນກັ້ນດິນວ່າ: “ຈິ້ນ ຜິງເວົ້າວ່າ, ‘ເຮີຍຈື, ເຈົ້າບອກມາແມ້ ເປັນຫຍັງຫຼຽງເຈ່ຍເຫີຈິ່ງທຸກຍາກ? ເປັນຫຍັງຈິ່ງກິນບໍ່ອີ່ມ?’ ມັນກໍຍ້ອນວ່າດິນປູກຝັງມີໜ້ອຍໂພດ. ສ້າງເຂື່ອນກັ້ນດິນຢູ່ແຫ່ງນີ້, ສາມາດເພີ່ມເນື້ອທີ່ດິນປູກຝັງໄດ້ຫຼາຍປານນີ້, ນັບແຕ່ນີ້ຕໍ່ໄປລູກຫຼານທຸກເຊັ່ນຄົນຂອງບ້ານຫຼຽງເຈ່ຍເຫີໃຜໆກໍຈະໄດ້ຮົບຜົນປະໂຫຍດນຳ. ແນວໃດກໍດີ ພວກເຮົາຕ້ອງເຮັດວຽກນີ້ໃຫ້ສຳເລັດ!”

 

ໃນໄລຍະສ້າງເຂື່ອນກັ້ນດິນ, ທ່ານສີຈິ້ນຜິງໄດ້ທຸ້ມເທຄວາມດຸໝັ່ນຫ້າວຫັນ ແລະເຫື່ອແຮງສະຕິປັນຍາທັງໝົດ. ເພິ່ນໄດ້ຕື່ນແຕ່ເດິກລຸກແຕ່ເຊົ້າເພື່ອໄປບັນຊາ ຊີ້ນຳຢູ່ສະຖານທີ່ກໍ່ສ້າງແລະຍັງໄດ້ອອກແຮງງານຢູ່ສະຖານທີ່ກໍ່ສ້າງຕະຫຼອດມາ.
 

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ_fororder_梁家河8-2
 

ດິນນາທີ່ສ້າງຂຶ້ນຈາກການສ້າງເຂື່ອນກັ້ນດິນເພື່ອປູກຝັງໃນເມື່ອກ່ອນຢູ່ບ້ານຫຼຽງເຈ່ຍເຫີໃນປັດຈຸບັນ.

 

ພາຍຫຼັງສ້າງເຂື່ອນກັ້ນດິນເພື່ອປູກຝັງໃຫ້ສຳເລັດແລ້ວ, ຢູ່ບ່ອນສຳຄັນທີ່ມັກ ຈະໄດ້ຮັບຜົນກະທົບຈາກໄພນ້ຳຖ້ວມ, ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ສ້າງໃຫ້ໝັ້ນ ແກ່ນ. ເນື້ອທີ່ດິນຢູ່ເທິງເຂື່ອນໄດ້ກາຍເປັນດິນຮາບພຽງທີ່ອຸດົມສົມບູນທີ່ສຸດ ແລະສາມາດ ລະບາຍນ້ຳເຂົ້ານາໄດ້ສະດວກທີ່ສຸດຂອງບ້ານຫຼຽງເຈ່ຍເຫີຈົນມາເຖິງທຸກມື້ນີ້.

 

ໃນຊຸມປີ1980, ທ່ານສີຈິ້ນຜິງໄດ້ເຮັດວຽກເປັນການນຳຢູ່ເມືອງເຈີ້ງຕິ້ງ ແຂວງເຫີເປີຍ, ເວລານັ້ນ, ທ່ານໄດ້ຈັດຕັ້ງການສ້າງແຜນແມ່ບົດກ່ຽວກັບ ການປົວແປງສະພາບແວດລ້ອມທຳມະຊາດຂອງແມ່ນ້ຳຮູ່ໂຖ, ມາເຖິງປັດຈຸບັນ, ແຜນແມ່ບົດດັ່ງກ່າວໄດ້ປາກົດຜົນເປັນຈິງແລ້ວ.

 

ເມືອງເຈີ້ງຕິ້ງ ຕັ້ງຢູ່ດິນແດນທີ່ມີເນື້ອທີ່ດິນຊາຍກວ້າງຂວາງ, ຮົກເຮື້ອບໍ່ມີຄົນໄປປູກຝັງມາເປັນເວລາຍາວນານ, ສະນັ້ນຈິ່ງມີທ່າແຮງ ຢ່າງໃຫຍ່ຫຼວງໃນການປັບປຸງໃຫ້ເປັນດິນປູກຝັງທີ່ດີ. ຕອນນັ້ນ, ທ່ານສີຈິ້ນຜິງໄດ້ ຂີ່ລົດຖີບລົງເຄື່ອນໄຫວສຳຫຼວດຄົ້ນຄວ້້າສະພາບການຢູ່ທົ່ວທຸກບ້ານພາຍໃນເມືອງເຈີ້ງຕິ້ງ, ເມື່ອພໍ້ຫາດຊາຍແມ່ນ້ຳຮູ່ໂຖ, ບໍ່ວ່າຈະຍູ້ຫຼືຂີ່ລົດຖີບກໍໄປບໍ່ລອດ, ຈຳເປັນຕ້ອງໄດ້ແບກລົດຖີີບແລ້ວຍ່າງເອົາ.

 

ຜ່ານຈາກການສຳຫຼວດຄົ້ນຄວ້າແລ້ວ, ທ່ານສີຈິ້ນຜິງໄດ້ມີຂໍ້ຕັດສິນວ່າ “ຄັນ ຢາກແກ້ໄຂບັນຫາທີ່ປະຊາກອນຫຼາຍແຕ່ມີເນື້ອທີ່ດິນປູກຝັງໜ້ອຍ, ແມ່ນຕ້ອງບຸກ ບືນກ້າວໄປສ້າງດິນປູກຝັງຢູ່ຫາດຊາຍເຮື້ອ”. ທ່ານໄດ້ສະເໜີວ່າ ຕ້ອງພັດທະນາ ຂະແໜງການປ່າໄມ້,ແລະນຳໃຊ້ຫາດຊາຍເຮື້ອໃຫ້ມີປະສິດທິຜົນ. ຄະນະນຳ ທາງເມືອງໄດ້ຄົ້ນຄວ້າພິຈາລະນາແລ້ວຕັດສິນໃຈວ່າ ປ່ອຍສິດດຳເນີນທຸລະກິດ ເນື້ອທີ່ດິນຫາດຊາຍໄປໃຫ້ປະຊາຊົນໂດຍແຍກຕາມຄອບຄົວ ແລະກຳນົດເປັນ ເວລາ 30 ປີບໍ່ປ່ຽນແປງ. ເມື່ອມີສິດເປັນເຈົ້າຕົນເອງໃນການປູກຝັງ, ອັນໃດຂາຍດີກໍປູກອັນນັ້ນ, ເຊິ່ງໄດ້ກະຕຸ້ນຄວາມຫ້າວຫັນຂອງຊາວກະສິກອນ ໃນການປັບປຸງດິນຫາດຊາຍ. ຊາວກະສິກອນທັງຫຼາຍພາກັນເຈາະບໍ່ບາດານ,  ສ້າງຮອງ, ປູກຕົ້ນໄມ້ໃຫ້ໝາກແລະຖົ່ວດິນ ຢູ່ຫາດຊາຍ, ເຊິ່ງເຮັດໃຫ້ຫາດຊາຍ ເຮື້ິອທີ່ມິດງຽບມາຫຼາຍປີໄດ້ເຕັມໄປດ້ວຍບັນຍາກາດຟົດຟື້ນແບບບໍ່ເຄີຍມີມາກ່ອນ, ປະສິດທິຜົນດ້ານເສດຖະກິດໄດ້ເພີ່ມຂຶ້ນຢ່າງຫຼວງຫຼາຍ, ລາຍຮັບສະເລ່ຍຕໍ່ຫົວ ຄົນກໍໄດ້ເພີ່ມຂຶ້ນ 1 ເທົ່າ.

 

ເມືອງສາງທິ່ງແຂວງຟູຈ້ຽນກໍເຄີຍເປັນເຂດແຄວ້ນໜຶ່ງທີ່ມີບັນຫານ້ຳເຊາະດິນເຈື່ອນໜັກໜ່ວງທີ່ສຸດຢູ່ເຂດດິນແດງພາກໃຕ້ຂອງຈີນ. ທ່ານສີຈິ້ນຜິງ ກໍໄດ້ທຸ້ມເທເຫື່ອແຮງແລະສະຕິປັນຍາຢ່າງຫຼວງຫຼາຍເຂົ້າໃນການແກ້ໄຂບັນຫາດັ່ງກ່າວຢູ່ເມືອງສາງທິ່ງເຊັ່ນກັນ.

ໃນໄລຍະເຮັດວຽກເປັນການນຳຢູ່ແຂວງຟູຈ້ຽນ, ທ່ານສີຈິ້ນຜິງໄດ້ລົງໄປ ເຄື່ອນໄຫວສຳຫຼວດຄົ້ນຄວ້າແລະຊີ້ນຳວຽກງານຢູ່ເມືອງສາງທິ່ງເຖິງ5ຄັ້ງຕາມລຳດັບ ໂດຍໄດ້ອອກຄຳສັ່ງລະດົມຂົນຂວາຍປະຊາຊົນລຶບລ້າງພູເຮື້ອຢ່າງສິ້ນເຊີງ.

 

ປີ1998, ທ່ານສີຈິ້ນຜິງ ຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນໄດ້ ຂຽນຄຳຂວັນການແກ້ໄຂບັນຫານ້ຳເຊາະດິນເຈື່ອນໃຫ້ກັບເມືອງສາງທິ່ງວ່າ: “ແກ້ໄຂບັນຫານ້ຳເຊາະດິນເຈື່ອນ,ກໍ່ສ້າງກະສິກຳຊີວະພາບ”.
 

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ_fororder_1999年11月考察长汀水土保持工作
 

ເດືອນພະຈິກປີ1999, ທ່ານສີຈິ້ນຜິງ ຮອງເລຂາຄະນະພັກແຂວງຟູຈ້ຽນໃນເວລານັ້ນໄດ້ລົງສຳຫຼວດກວດກາວຽກງານແກ້ໄຂບັນຫານ້ຳເຊາະດິນເຈື່ອນຢູ່ເມືອງສາງທິ່ງ.

 

 ພາຍຫຼັງຂຶ້ນໄປເຮັດວຽກຢູ່ຂັ້ນສູນກາງແລ້ວ, ໃນຈຸດເວລາອັນສຳຄັນ ທີ່ເມືອງສາງທິ່ງແກ້ໄຂບັນຫານ້ຳເຊາະດິນເຈື່ອນ,ທ່ານສີຈິ້ນຜິງໄດ້ອອກຄຳສັ່ງແລະຄຳຊີ້ນຳທີ່ສຳຄັນຫຼາຍເທື່ອກ່ຽວກັບການແກ້ໄຂບັນຫານ້ຳເຊາະດິນເຈື່ອນຂອງເມືອງສາງທິ່ງແລະການສ້າງສາດ້ານນິເວດຂອງແຂວງຟູຈ້ຽນ.

 

ໃນທຸກມື້ນີ້, ສະພາບການທີ່ພູປອກໂລ້ນ, ນ້ຳເປື້ອນ, ດິນປູກຝັງບໍ່ດີ ແລະຄົນທຸກຍາກນັ້ນໄດ້ກາຍເປັນປະຫວັດສາດໄປແລ້ວ, ໂດຍແມ່ນ ສິ່ງແວດລ້ອມທຳມະຊາດທີ່ສວຍງາມແລະປະຊາຊົນຮັ່ງມີໄດ້ເຂົ້າມາແທນທີ່. ເມືອງສາງທິ່ງໄດ້ບຸກເບີກເສັ້ນທາງຫັນປ່ຽນໂດຍຖືເອົາສິ່ງແວດລ້ອມນິເວດເປັນບູລິມະສິດ ແລະພັດທະນາໄປຕາມທິດສີຂຽວຢ່າງສຳເລັດຜົນ.

 

 ນອກນີ້, ດິນດຳເປັນດິນອຸດົມສົມບູນເຊິ່ງເປັນທີ່ຍອມຮັບໃນທົ່ວໂລກ. ທ່ານ ສີຈິ້ນຜິງຍັງໄດ້ເອົາໃຈໃສ່ຢ່າງສູງຕໍ່ກັບບັນຫາການອະນຸລັກດິນດຳ.

 

ນິຄົມຊີ່ຊິ່ງແຂວງເຮີຍລົງຈ່ຽງ ມີດິນນາແຫ່ງໜຶ່ງກວມເນື້ອທີ່ປະມານ 933ເຮັກຕາ, ສາມາດຜະລິດເຂົ້າໄດ້ເກືອບ 9.000 ໂຕນຕໍ່ປີ ເຊິ່ງເທົ່າກັບ ອາຫານການກິນຂອງ 70.000 ຄົນໃນໜຶ່ງປີ. ເດືອນກັນຍາປີ2018, ທ່ານ ສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດກາວຽກງານຢູ່ແຫ່ງນີ້ ໂດຍໄດ້ຊີ້ນຳວ່າ: “ຕ້ອງຍຶດໝັ້ນໃນການປູກຝັງແລະການບົດລະບັດຮັກສາໄປຄຽງຄູ່ກັນ, ປະຕິບັດ ນະໂຍບາຍແບບສັງລວມ,ເພື່ອຮັບປະກັນບໍ່ໃຫ້ດິນດຳຫຼຸດລົງ ແລະເຊື່ອມເສຍ.”
 

ທ່ານສີຈິ້ນຜິງໃຫ້ຄວາມສຳຄັນແກ່ວຽກງານດິນປູກຝັງ_fororder_2020年7月22日考察黑土地
 

ວັນທີ 22 ກໍລະກົດປີ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດ ກາວຽກງານຢູ່ເມືອງຫຼີຊູ້ ນະຄອນຊືຜິງແຂວງຈີລິນ, ທ່ານໄດ້ຍ່າງເຂົ້າສວນປູກສາລີເພື່ອຮັບຮູ້ສະພາບການອະນຸລັກດິນດຳ.

 

ວັນທີ 22 ກໍລະກົດປີ2020, ທ່ານສີຈິ້ນຜິງໄດ້ເດີນທາງໄປສຳຫຼວດກວດ ກາເຂດແດນດິນດຳອີກຄັ້ງໜຶ່ງ, ທ່ານໄດ້ອອກຄຳສັ່ງວ່າຕ້ອງນຳໃຊ້ມາດຕະການ ທີ່ມີປະ ສິດທິຜົນເພື່ອອະນຸລັກຮັກສາແລະນຳໃຊ້ດິນດຳທີ່ມີຄຸນຄ່າອັນລ້ຳຄ່າປານກັບ “ໝີ ແພນດາໃນດ້ານດິນປູກຝັງ”ນັ້ນໃຫ້ມີປະສິດທິຜົນຢ່າງແທ້ຈິງ ເພື່ອເຮັດໃຫ້ດິນດຳ ສ້າງຜົນປະໂຫຍດໃຫ້ກັບປະຊາຊົນຕະຫຼອດໄປ.

 

ເມື່ອເນື້ອທີ່ດິນປູກຝັງມີຄວາມໝັ້ນທ່ຽງແລ້ວ, ປະຊາຊົນ ຈິ່ງຈະໝັ້ນໃຈ. ສະພາບການມີປະຊາກອນຫຼາຍແຕ່ເນື້ອທີ່ດິນປູກຝັງມີໜ້ອຍ ເປັນສະພາບການພື້ນຖານດ້ານໜຶ່ງຂອງປະເທດຈີນ, ການທີ່ຈະອະນຸລັກ ເນື້ອທີ່ດິນແລະດິນປູກຝັງຄືແນວໃດເປັນສິ່ງສຳຄັນທີ່ຕິດພັນກັບອາຫານການກິນຂອງປະຊາຊົນຈີນນັບເປັນຕື້ກວ່າຄົນ. ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ສິ່ງສຳຄັນສິ່ງນີ້ຕະ ຫຼອດມາ, ດິນແດນແຫ່ງຕ່າງໆທີ່ທ່ານສີຈິ້ນຜິງໄດ້ເອົາໃຈໃສ່ມາໂດຍຕະຫຼອດນັ້ນ ປາກົດວ່າມີຊີວິດຊີວາຫຼາຍຍິ່ງຂຶ້ນໃນທຸກມື້ນີ້.

ຄຳ​ເຫັນ

0