黄理春

ດາວໂຫຼດ App CRI-FM93 ລະບົບ IOS

ດາວໂຫຼດ App CRI-FM93 ລະບົບ Android

FM93

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຢ່າງ​ຈະ​ແຈ້ງ

2022-02-28 16:11:37 cri

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຢ່າງ​ຈະ​ແຈ້ງ_fororder_冰立方

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາ​ວ​ປັກ​ກິ່ງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຢ່າງ​ຈະ​ແຈ້ງ_fororder_水立方

ວັນ​ທີ 18 ມັງ​ກອນ​ປີ 2017, ໃນ​ໂອ​ກາດ​ກ່າວ​ປາ​ຖະ​ກະ​ຖາກ່ຽວ​ກັບ​ “ການຮ່ວມ​ກັນ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ​” ທີ່​ມີ​ລັກ​ສະ​ນະ​ປະ​ຫວັດ​ສາດ​ຢູ່ຫໍ​ປະ​ຊຸມ​ນາ​ນາ​ຊາດ​ທີ່​ເຊີ​ແນວ, ທ່ານ​ສີ​ຈິ້ນ​ຜິງ ປະ​ທານ​ປະ​ເທດ​ຈີນ​ໄດ້​ບັນ​ລະ​ຍາຍກ່ຽວ​ກັບ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ​ຢ່າງ​ເປັນ​ລະ​ບົບ. ເດືອນ​ກຸມ​ພາ​ປີ 2022, ໄຟ​ໂອ​ລິມ​ປິກ​ໄດ້​ໄຕ້​ຂຶ້ນ​ຢູ່​ນະ​ຄອນ​ຫຼວງ​ປັກ​ກິ່ງ​ອີກ​ຄັ້ງ​ໜຶ່ງ​​ເຊິ່ງຫ່າງ​ຈາກ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ທີ່​ປັກ​ກິ່ງ 14 ປີ, ​ສະ​ນັ້ນ​ຈຶ່ງສາ​ມາດ​ເວົ້າ​ໄດ້​ວ່າ, ​ຈາກ​ການ​ໄຂ​ພິ​ທີ​ຫາ​ການ​ປິດ​ພິ​ທີ, ຈາກວຽກ​ງານ​​ການກະ​ກຽມ​ຫາ​ການ​ແຂ່ງ​ຂັນ, ຈາກການອອກແບບສະໜາມກິລາຫາການສືບຕໍ່ນຳໃຊ້ສະໜາມກິລາຫຼັງງານກິລາໂອລິມປິກສິ້ນສຸດລົງຕະ​ຫຼອດ​ຮອດນັກ​ກິ​ລາແລະອາ​ສາ​ສະໝັກແລະ​ອື່ນໆ, ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລ້ວນ​ແຕ່​ໄດ້​ປະ​ຕິ​ບັດ​ການ​ເຄື່ອນ​ໄຫວ​ຕົວ​ຈິງ​​ໃນ​ການ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ.

ວັນ​ທີ 2 ທັນ​ວາ​ປີ​ກາຍ​ນີ້, ກອງ​ປະ​ຊຸມສະ​ມັດ​ຊາ​ໃຫຍ່​ອົງ​ການ​ສະ​​ຫະ​ປະ​ຊາ​ຊາດ​ຄັ້ງ​ທີ 76 ​ໄດ້ປຶກ​ສາ​ຫາ​ລື​​ເປັນ​ເອ​ກະ​ພາບ​ກັນ​ຮັບ​ຮອງ​ເອົາ​ມະ​ຕິ​ຢຸດ​ຍິງໃນ​ໄລ​ຍະ​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ທີ່​ປະ​ເທດ​ຈີນ​ແລະ​ຄະ​ນະ​ກຳ​ມະ​ການ​ໂອ​ລິມ​ປິກ​ສາ​ກົນ​ເປັນ​ຜູ້​ຮ່າງ, ແລະ​ມີ 173 ປະ​ເທດ​ສະ​ມາ​ຊິກ​ຮ່ວມ​ກັນ​ລິ​ເລີ່ມ​, ມະ​ຕິ​ດັ່ງ​ກ່າວ​ໄດ້​ຜ່ານ​ການ​ຮັບ​ຮອງ​ຢ່າງ​ເປັນ​ເອ​ກະ​ພາບ​ການ, ເຊິ່ງໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ປະ​ເທດ​ສະ​ມາ​ຊິກ​ອົງ​ການ​ສະ​ຫະ​ປະ​ຊາ​ຊາດ​ສະ​ໜັບ​ສະ​ໜູນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ສາ​ກົນ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ຄວາມ​ຕັດ​ສິນ​ໃຈ​ຢ່າງ​ເດັດ​ດ່ຽວ​ຂອງ​ປະ​ຊາ​ຄົມ​ໂລກ​ທີ່​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ, ເພື່ອ​ເອົາ​ຊະ​ນະ​ການ​ແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19 ຮ່ວມ​ກັນ, ສ້າງ​ສັນ​ຕິ​ພາບ​​ຮ່ວມ​ກັນແລະ​​ກ້າວ​ໄປ​ສູ່​ອະ​ນາ​ຄົດຮ່ວມ​ກັນ.

ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ແມ່ນ​ງານ​ກິ​ລາ​ໂອ​ລິມ​ປິກ​ພຽງ​ຄັ້ງ​ດຽວ​ທີ່​ສາ​ມາດ​ຈັດ​ຂຶ້ນ​ຕາມ​ເວ​ລາ​ກຳ​ນົດ​ພາຍ​ໃຕ້​ສະ​ພາບ​ການ​ທີ່​ເກີດ​ມີ​ການແຜ່​ລະ​ບາດ​ຂອງ​ພະ​ຍາດ​ໂຄວິດ-19. ​ຄວາມງ່າຍ, ຄວາມ​​ປອດ​ໄພ​ແລະ​ໜ້າ​ເບິ່ງ​ໜ້າ​ຊົມ​ແມ່ນ​ຄຳ​ໝັ້ນ​ສັນ​ຍາ​ຂອງ​ຈີນ​ໃນ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທັງ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ຄວາມ​​ປອດ​ໄພ​ຄື: “ທ່ານ​ປອດ​ໄພ​ແລ້ວ​ຂ້າ​ພະ​ເຈົ້າ​ຈຶ່ງ​ປອດ​ໄພ.” ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ຈຶ່ງ​ໄດ້ປະ​ຕິ​ບັດ​​ຕາມມາດ​ຕະ​ການ​​ປ້ອງ​ກັນ​ແລະຄວບ​ຄຸມ​​ພະ​ຍາດແບບ​ວົງ​ປິດ, ​ເຮັດ​ແບບ​ນີ້​ກໍ​ເພື່ອ​ຮັບ​ປະ​ກັນ​ຄວາມ​ປອດ​ໄພ​ໃຫ້​ກັບ​ຄະ​ນະ​ນັກ​ກິ​ລາ​ທີ່​ເຂົ້າ​ຮ່ວມ​ການ​ແຂ່ງ​ຂັນ, ການກວດ​ກາ​ຢ່າງ​ລະ​ອຽດ​ຮອບ​ຄອບແລະ​ຖືກ​ຕ້ອງ​ແລະ​ການ​ນຳ​ໃຊ້​ວິ​ທະ​ຍາ​ສາດ​ເຕັກ​ນິ​ກ​ຂັ້ນ​ສູງ​ຢ່າງ​ຫຼວງ​ຫຼາຍ, ໄດ້​​ຊ່ວຍປ້ອງ​ກັນ​ບໍ່​ໃຫ້​ເຊື້ອ​ພະ​ຍາດ​ແຜ່​ລະ​ບາດ, ທັງ​ຮັບ​ປະກັນ​ການ​ຖ່າຍ​ທອດ​ສົດ​​ການ​ແຂ່ງ​ຂັນ​ຂອງ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ໄດ້​ເປັນ​ຢ່າງ​ດີ.

ປັກ​ກິ່ງ​ແມ່ນ​ຕົວ​ເມືອງ​ພຽງ​ແຫ່ງ​ດຽວ​ໃນ​ໂລກ​ທີ່​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​​ທັງລະ​ດູ​ຮ້ອນ​ແລະ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ໂດຍ​ສະ​ເພາະ​ແມ່ນ​ໄດ້​ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ, ໃນ 5 ປີ​ຜ່ານ​ມາ, ຈີນ​ໄດ້​​ເຮັດ​ໃຫ້​ເປົ້າ​ໝາຍ​ທີ່​ປະ​ຊາ​ຊົນ 300 ລ້ານ​ຄົນ​ເຂົ້າ​ຮ່ວມ​​ຫຼິ້ນກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ບັນ​ລຸ​ຜົນ​ເປັນ​ຈິງ, ເຮັດ​ໃຫ້​ປະ​ຊາ​ຊົນ​ຈີນ​ຫຼາຍກວ່າ​ເກົ່າ​ຮູ້​ຈັກ​ແລະ​ໄດ້​ຫຼິ້ນ​ກິ​ລາ​ຫິ​ມະ​ແລະ​ນ້ຳ​ກ້ອນ​ຢ່າງ​ມ່ວນ​ຊື່ນ.

ຈາກ​ຄຳ​ຂວັນ “ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​​ຕາມ​ທິດ​ສີ​ຂຽວ, ​ຖືກ​ຫຼັກວິ​ທະ​ຍາ​ສາດ​ເຕັກ​ນິກ​ແລະ​ວັດ​ທະ​ນະ​ທຳ” ​ຂອງ​ການ​ຈັດງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປີ 2008, ຫາ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ 2022 ຈີນ​ໄດ້​ຍຶດ​ໝັ້ນ​​ການ​ເດີນ​ຕາມ​ເສັ້ນ​ທາງ​ການພັດ​ທະ​ນາ​​ຕາມ​ທິດ​ສີ​ຂຽວ, ປ່ອຍ​ກາກບອນ​ຕ່ຳ​ແລະ​ແບບ​ຍືນ​ຍົງ, ທັດ​ສະ​ນະ “ຈັດ​ງານ​ກິ​ລາ​ໂອ​ລິມ​ປິກ​​ຕາມ​ທິດ​ສີ​ຂຽວ” ໄດ້​ເຈືອ​ຈານ​ເຂົ້າ​ໃນ​​ຈິດ​ໃຈປະ​ຊາ​ຊົນ. ສູນ​ລອຍ​ນ້ຳ​ຮູບ​ຈັດ​ຕຸ​ລັດ​ແຫ່ງ​ຊາດ​ຈີນ​ໄດ້​ກາຍ​ເປັນ​ສະ​ໜາມ​ກິ​ລາ​ແຫ່ງ​ທຳ​ອິດ​ທີ່​​ໄດ້​ດັດ​ແປງ​ຈາກ​​ສະ​ລອຍ​ນ້ຳ​ໃຫ້​ມາເປັນ​ສະ​ໜາມ​ກິ​ລາ​ເທິງ​ນ້ຳ​ກ້ອນ, ສະ​ໜາມ​ກິ​ລາ​ນະ​ຄອນ​ຫຼວງ​ຈາກ​ສະ​ໜາມ​ແຂ່ງ​ຂັນ​ບານ​ສົ່ງໄດ້​ດັດ​ແປງ​ໃຫ້​ມາ​ເປັນ​ສະ​ໜາມ​ກິ​ລາ​ ​ເທິງ​ນ້ຳ​ກ້ອນ...... ສະ​ໜາມ​ກິ​ລາ​ຫຼາຍ​ແຫ່ງ​ທີ່​ເຄີຍ​ຖືກ​ນຳ​ໃຊ້​ໃນ​ງານ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ຮ້ອນ​ປັກ​ກິ່ງ​ປີ 2008 ໄດ້​​ຖືກ​ປັບ​ປຸງ​ເພື່ອ​ນຳ​ໃຊ້​ເຂົ້າ​ໃນ​ການ​ແຂ່ງ​ຂັນ​ກິ​ລາ​ໂອ​ລິມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ, ທັງ​ໝົດ​ນີ້​ໄດ້​ບັນ​ລຸ​ເປົ້າ​ໝາຍ​ທີ່​ເຮັດໃຫ້​ສະ​ໜາມ​ກິ​ລາ​ໂອ​ລິມ​ປິກ​​ໄດ້​ຖືກນຳ​ໃຊ້​ຢ່າງ​ຕໍ່​ເນື່ອງ.

ປັ​ດ​ຈຸ​ບັນ, ສະ​​ຖາ​ນະ​ການ​ສາ​ກົນ​ໄດ້​ປ່ຽນ​ແປງ​​ຢ່າງ​ໃຫຍ່​ຫຼວງ, ພະ​ຍາດ​ໂຄວິດ-19 ສືບ​ຕໍ່​ແຜ່​ລະ​ບາດ​ໃນ​ຂອບ​ເຂດ​ທົ່ວ​ໂລກ​ຢ່າງ​ໜັກ​ໜ່ວງ. ມະ​ນຸດ​ເຮົາ​ມີ​ຄວາມ​ປາ​ຖະ​ໜາ​ຢ່າງ​ແຮງ​ກ້າ​ແບບ​ບໍ່​ເຄີຍ​ມີ​ມາ​ກ່ອນ​ທີ່​ຢາກ​ຮ່ວມ​ກັນ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ​ແລະ​ຮ່ວມ​ກັນ​ກ້າວ​ໄປ​ໜ້າ. ຢາກ​ແຂ່ງ​ຂັນ​ຄື​ກັບ​ໂອ​ລິມ​ປິກ, ຢາກ​​ມີ​ຄວາມ​ສາ​ມັກ​ຄີ​ກັນ​ຄື​ໂອ​ລິມ​ປິກ​ແລະ​ຢາກ “ຮ່ວມ​ກັນ​ກ້າວ​ໄປ​ສູ່​ອະ​ນາ​ຄົດ” ຄື​​ກັບໂອ​ລິມ​ປິກ. ນີ້​ແມ່ນ​ຂໍ້​ຮຽກ​ຮ້ອງ​ຮ່ວມ​ກັນ​ທີ່​​ຢາກ​ໃຫ້ງານ​ກິ​ລາ​ໂອ​ລິ​ມ​ປິກ​ລະ​ດູ​ໜາວ​ປັກ​ກິ່ງ​ລິ​ເລີ່ມ​ສ້າງ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​ຂອງ​ມວນ​ມະ​ນຸດ; ພ້ອມ​ກັນ​ນັ້ນ, ກໍ​ໄດ້​ສະ​ແດງ​ໃຫ້​ເຫັນ​ເຖິງ​ທັດ​ສະ​ນະ​ປະ​ຊາ​ຄົມ​ຮ່ວມ​ຊາ​ຕາ​ກຳ​​ຂອງມວນ​ມະ​ນຸດ​ໃນ​ການ​ສ້າງ​ໂລກ​ທີ່​ມີ​ສັນ​ຕິ​ພາບ​ຖາ​ວອນ, ມີ​ຄວາມ​ປອດ​ໄພ​ໂດຍ​ທົ່ວ​ໄປ, ມີ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ, ເປີດ​ປະ​ຕູ​ສູ່​ພາຍນອກ​ແລະກວມ​ລວມ, ໂປ່ງ​ໃສແລະ​ສວຍ​ງາມ.

ຄຳ​ເຫັນ

0